ປກສ ແຂວງໄຊຍະບູລີ ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ

0
2237

ວັນທີ 13 ມັງກອນ 2020, ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ເພື່ອປະຕິບັດຕາມນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍຕໍາຫຼວດ ທີ່ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ແລະ ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານ, ເປັນກຽດເຂົ້າຮ່ວມ ແລະ ປະດັບຊັ້ນໂດຍ ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງ, ພ້ອມທັງມີ ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ຈາກບັນດາຫ້ອງອ້ອມຂ້າງ ແລະ ຕາງໜ້າຈາກ ປກສ ເມືອງ 11 ເມືອງ ເຂົ້າຮ່ວມ.

ພັທ ຄໍາສິນ ຜິວວັນນາ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2857/ປກສ ລົງວັນທີ 31 ທັນວາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກອງບັນຊາການ ປກສ ແຂວງໄຊຍະບູລີ ຈໍານວນ 56 ສະຫາຍ ດັ່ງນີ້:

  • ເລື່ອນຊັ້ນ ຮອ ຂຶ້ນ ພັຕ ຈໍານວນ 22 ສະຫາຍ
  • ເລື່ອນຊັ້ນ ຮທ ຂຶ້ນ ຮອ ຈໍານວນ 34 ສະຫາຍ

ໃນພິທີ ຍັງໄດ້ຜ່ານແຈ້ງການຂອງ ກົມໃຫຍ່ການເມືອງ ປກສ ເລກທີ 2624/ກມປສ ລົງວັນທີ 19 ສິງຫາ 2019 ເລື່ອງການມອບອຸດໜູນປິ່ນປົວສຸຂະພາບ ໃຫ້ຫ້ອງການປະກັນສຸຂະພາບແຫ່ງຊາດ ກະຊວງສາທາລະນະສຸກ, ກໍານົດເວລາການນໍາໃຊ້ບັດປະກັນສຸຂະພາບ ແລະ ຢຸດຈ່າຍເງິນປິ່ນປົວສຸຂະພາບຕາມບົງບິນ ເພື່ອຮັບປະກັນການເຄື່ອນໄຫວວຽກປະກັນສັງຄົມ ປກສ ໃຫ້ໄດ້ຮັບຜົນດີ, ຖືກຕ້ອງສອດຄ່ອງ ໃນການປະຕິບັດນະໂຍບາຍຕໍ່ນາຍ ແລະ ພົນຕໍາຫຼວດ ໃຫ້ມີຄວາມເປັນເອກະພາບ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບ ໃນ 16 ແຂວງ.

ນອກຈາກນີ້, ຍັງໄດ້ຮັບຟັງການເຜີຍແຜ່ເນື້ອໃນບາງຕອນ ກ່ຽວກັບ ການຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 16 ປີ (9 ທັນວາ 2003 ຫາ 9 ທັນວາ 2019).

ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກອງບັນຊາການ ປກສ ແຂວງໄຊຍະບູລີ ໃນຄັ້ງນີ້ ມີຈໍານວນທັງໝົດ 56 ສະຫາຍ

ໃນໂອກາດດັ່ງກ່າວ, ພັອ ຄໍາແພງ ເພັດ ກໍໄດ້ເນັ້ນໃຫ້ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນ, ເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ເປັນພະນັກງານທີ່ສາມາດນໍາພາ-ບັນຊາ, ມີແບບແຜນທີ່ທັນສະໄໝ, ສາມາດແກ້ໄຂວຽກງານສະເພາະໜ້າ ແລະ ຍາວນານ ໃຫ້ມີປະສິດທິພາບ ພ້ອມກັນບຸກບືນກ້າວຂຶ້ນເຮັດສໍາເລັດໜ້າທີ່ການເມືອງ ຕາມການຈັດຕັ້ງມອບໝາຍ.