ເບື້ອງຫຼັງ ແລະ ພຶດຕິກໍາການກະທໍາຜິດ ນາງ ຮວຍເຮືອງ ຫຼື ໝວຍ ອາຍຸ 30 ປີ, ອາຊີບຄ້າຂາຍ ຢູ່ບ້ານສະເຫຼົ້າ ເມືອງໂພນທອງ ແຂວງຈໍາປາສັກ ທີ່ໂຄສະນາຕ້ານ ສປປ ລາວ ກ່ອນຖືກເຈົ້າໜ້າທີ່ຈັບຕົວໄປດໍາເນີນຄະດີ ສົ່ງໃຫ້ໄອຍະການປະຊາຊົນ ສັ່ງຟ້ອງໃຫ້ສານປະຊາຊົນຂັ້ນຕົ້ນຕັດສິນ ຈໍາຄຸກ 5 ປີ; ເຊິ່ງຜູ້ກ່ຽວບໍ່ມີເຈດຕະນາທີ່ດີໃນການເປັນສື່ກາງ ປະສານງານກັບພາກລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ. ແຕ່ເປັນການໃສ່ຮ້າຍປ້າຍສີພາກລັດ, ມີເຈດຕະນາບິດເບືອນ, ເຮັດໃຫ້ສັງຄົມມີຄວາມວຸ້ນວາຍ ແລະ ເຂົ້າໃຈຜິດຕໍ່ແນວທາງນະໂຍບາຍຂອງພັກ ແລະ ການບໍລິຫານຂອງລັດ ໃນການເຂົ້າຊ່ວຍເຫຼືອປະຊາຊົນໃນຍາມເກີດໄພພິບັດ.

ການກະທໍາຂອງ ນາງ ຮວຍເຮືອງ ຫຼື ໝວຍ ເລີ່ມຈາກໃນເດືອນສິງຫາ 2019 ຜູ້ກ່ຽວພ້ອມກັບໝູ່ປະມານ 2-3 ຄົນ ພາກັນຂີ່ລົດກະບະຣີໂວ ສີຂາວ ໝາຍເລກທະບຽນ ກກ 1071ຈໍາປາສັກ (ລົດອ້າຍ) ໄປຫຼິ້ນນຳໝູ່ຢູ່ແຂວງອັດຕະປື ໄດ້ປະມານ 2-3 ມື້ກໍມີເຫດນໍ້າຖ້ວມຢູ່ບັນດາແຂວງພາກໃຕ້, ຈາກມວນນໍ້າອັນມະຫາສານ ມີພີ່ນ້ອງທີ່ກຳລັງປະເຊີນກັບໄພນໍ້າຖ້ວມ. ໃນລະຫວ່າງນັ້ນ, ມີຄົນໂທລະສັບຫາ ນາງ ໝວຍ ວ່າ: ນໍ້າຖ້ວມຢ່າງຮ້າຍແຮງ ໃຫ້ຊ່ວຍປະສານຕິດຕໍ່ຫາໜ່ວຍກູ້ໄພ ຫຼື ພາກສ່ວນທີ່ກ່ຽວຂ້ອງມາຊ່ວຍດ່ວນ. ໃນເວລານັ້ນ, ຜູ້ກ່ຽວແມ່ນຍັງຢູ່ເຂດອັດຕະປື ເພາະວ່ານໍ້າຖ້ວມເສັ້ນທາງບໍ່ສາມາດເດີນທາງກັບໄດ້.

ຈາກນັ້ນ, ຜູ້ກ່ຽວຈຶ່ງໄດ້ໂທລະສັບຫາໜ່ວຍກູ້ໄພແຂວງຈໍາປາສັກ ແຕ່ບໍ່ມີຄົນຮັບສາຍ. ຮອດເວລາ 18:00 ໂມງ ຂອງມື້ດຽວກັນ, ຜູ້ກ່ຽວໄດ້ຖ່າຍຄລິບວິດີໂອໄລຟ໌ສົດ ຢູ່ໃນລົດຄົນພຽງຄົນດຽວ ຜ່ານເຟສບຸກສ່ວນຕົວ ດ້ວຍມືຖືຊື່ ເຟສບຸກ XayaboulyHouayheang ໂດຍມີເນື້ອໃນວ່າ: ຂໍຄວາມຊ່ວຍເຫຼືອພາກສ່ວນທີ່ກ່ຽວຂ້ອງທີ່ມີເງື່ອນໄຂໄປຊ່ວຍເຫຼືອປະຊາຊົນທີ່ຖືກເຄາະຮ້າຍຈາກໄພນໍ້າຖ້ວມ ຢູ່ເຂດບ້ານແຮ່ ນະຄອນປາກເຊ. ຮອດເວລາ 20:00 ໂມງ, ຜູ້ກ່ຽວກັບໝູ່ປະມານ 10 ຄົນ ພາກັນໄປຫຼິ້ນຮ້ານກິນດື່ມແຫ່ງໜຶ່ງ ໄດ້ມີໝູ່ຂອງຜູ້ກ່ຽວໂທລະສັບມາຫາວ່າ: ໃຫ້ຊ່ວຍປະສານຫາພາກສ່ວນກ້ຽວຂ້ອງໄປຊ່ວຍຄູ ຢູ່ເຂດບ້ານດອນແດງ ເມືອງປະທຸມພອນ ເພາະຖືກນໍ້າຖ້ວມຢ່າງຮ້າຍແຮງ. ຜູ້ກຽວໄດ້ປະສານຫາໜ່ວຍກູ້ໄພ ແລະ ໜ່ວຍກູ້ໄພຕອບວ່າ: ເຮືອໄດ້ນໍາອອກໄປຊ່ວຍເຫຼືອຢູ່ຫຼາຍບ່ອນໃຫ້ລໍຖ້າການຊ່ວຍເຫຼືອ. ຜ່ານໄປປະມານ 3-4 ຊົ່ວໂມງ, ໄດ້ມີຄົນມາບອກໃຫ້ອັດຄລິບວີດີໂອເລື່ອງເຂື່ອນແຕກ ຍັງມີປະຊາຊົນບໍ່ໄດ້ຮັບການຊ່ວຍເຫຼືອ; ຈາກນັ້ນ, ຜູ້ກ່ຽວກໍກັບໄປທີ່ພັກ ແລ້ວອັດຄລິບວິດີໂອໄລຟ໌ສົດ ຜ່ານເຟດບຸກສ່ວນຕົວຢູ່ຫ້ອງນອນ ໂດຍມີເນື້ອໃນວ່າ: ການຊ່ວຍເຫຼືອປະຊາ ຊົນທີ່ຖືກນໍ້າຖ້ວມມີຄວາມຊັກຊ້າ, ການຊ່ວຍເຫຼືອຂອງລັດຖະບານບໍ່ຮອບຄອບ, ບໍ່ມີການກະກຽມ, ເຄື່ອງ ມືໃນການຊ່ວຍເຫຼືອບໍ່ທັນສະໄໝ ພະນັກງານພາກລັດມີເງິນເດືອນບໍ່ຫຼາຍ, ແຕ່ສາມາດຊື້ເຮືອນຫຼັງໃຫຍ່, ຊື້ລົດຄັນງາມໆຂີ່; ເຊິ່ງການກະທໍາຂອງຜູ້ກ່ຽວແມ່ນຢາກໃຫ້ຂັ້ນເທິງ ຫຼື ພາກສ່ວນກ່ຽວຂ້ອງ ກໍຄືສັງຄົມໄດ້ຮັບຮູ້, ກວດກາ ແລະ ແກ້ໄຂບັນຫາດັ່ງກ່າວ ແຕ່ຜູ້ກ່ຽວບໍ່ມີຂໍ້ມູນຫຼັກຖານຊັດເຈນ ພຽງແຕ່ໄດ້ຍິນ ຫຼື ຮັບຟັງຈາກປາກຕໍ່ປາກ.

ນາງ ໝວຍ ໄດ້ຍອມຮັບສາລະພາບວ່າ: ເເຮງຈູງໃຈທີ່ພາໃຫ້ອອກມາເວົ້າລົງໃນຄລິບຄັ້ງນີ້ ຍ້ອນຄວາມມຶນເມົາ, ບໍ່ພໍໃຈໃນການເຂົ້າຊ່ວຍເຫຼືອຂອງພາກລັດຕໍ່ປະຊາຊົນທີ່ຖືກໄພນໍ້າຖ້ວມ. ນອກນີ້, ຜູ້ກ່ຽວຍັງເຄີຍຖືກເຈົ້າໜ້າກ່າວ ເຕືອນສຶກສາອົບຮົມມາແລ້ວ 1 ຄັ້ງ ໃນ ປີ 2018 ທີ່ເວົ້າເລື່ອງການເກັບເງິນຄ່າຜ່ານທາງ ແລະ ການຈ່າຍ ເງິນ ເພື່ອເຂົ້າເຮັດວຽກນຳພາກພັກ-ລັດ. ມາວັນທີ 12 ກັນຍາ 2019, ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີໂດຍການກະທໍາຂອງຜູ້ກ່ຽວ ຖືກອົງການໄອຍະການ ແຂວງຈຳປາສັກ ຄົ້ນຄວ້າຂໍ້ມູນຫຼັກຖານ ແລະ ເອກະສານ ຕ່າງໆທີ່ມີຢູ່ໃນສໍານວນຄະດີຄົບຖວ້ນ, ຮອບດ້ານ ແລະ ພາວະວິໄສ ແລ້ວເຫັນວ່າ: ຮູບການ ແລະ ວິທີການກະທໍາຂອງ ນາງ ໝວຍ (ຈໍາເລີຍ) ເປັນການໂຄສະນາຕ້ານ ສປປ ລາວ ແທ້; ເຊິ່ງສະແດງອອກ ແລະ ຊີ້ໃຫ້ເຫັນຢ່າງຈະແຈ້ງ ຈາກຄໍາໃຫ້ການຂອງຈຳເລີຍ ທີ່ອອກມາເວົ້າຕໍ່ກັບການຮ້ອງຂໍໃຫ້ພາກລັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຊ່ວຍເຫຼືອປະຊາຊົນທີ່ຖືກອຸທົກກະໄພນໍ້າຖ້ວມນັ້ນ. (ອ່ານຕໍ່ EP.1/2)