ເວລາປະມານ 8:30 ໂມງ ຂອງວັນທີ 14 ມັງກອນ ທີ່ຜ່ານມາ, ໄດ້ເກີດອຸບັດຕິເຫດລົດຈັກຕຳກັບລົດບັນທຸກ 10 ລໍ້ ຢູ່ເສັ້ນທາງ R3 ເຂດບ້ານບໍ່ປຽດ ເມືອງຫຼວງນໍ້ຳທາ ເຮັດໃຫ້ທ້າວ ສີພອນ ອາຍຸ 29 ປີ ຜູ້ຂັບຂີ່ລົດຈັກ ເສຍຊີ ວິດຄາທີ່ຢູ່ກ້ອງລົດ ແລະ ທ້າວ ໄຊ ອາຍຸ 20 ປີ ຜູ້ຊ້ອນທ້າຍໄດ້ຮັບບາດເຈັບເລັກນ້ອຍ. ປັດຈຸບັນ, ເຈົ້າໜ້າທີ່ໄດ້ກັກຕົວທ້າວ ຄໍາໝັ້ນ ອາຍຸ 28 ປີ ອາຊີບຂັບລົດ ຢູ່ບ້ານໂຮງເລື່ອຍ ພ້ອມນຳພາຫະນະທັງສອງຄັນມາໄວ້ເປັນຫຼັກຖານ ເພື່ອດຳເນີນການແກ້ໄຂຕາມລະບຽບກົດໝາຍ.

ຂ່າວໃຫ້ຮູ້ຕື່ມອີກວ່າ: ເວລາປະມານ 10:00 ໂມງ ຂອງວັນທີ 11 ມັງກອນ ທີ່ຜ່ານມາ, ໄດ້ເກີດອຸບັດຕິເຫດລົດຈິບຟໍຈຸນເນີ ຕຳກັບລົດກະບະລານຈຽນ ຢູ່ເສັ້ນທາງເຂດບ້ານສີວິໄລ ເມືອງລອງ ແຂວງ ຫຼວງນ້ຳທາ ເຮັດໃຫ້ລົດກະບະລານຈຽນ ເສຍຫຼັກໄປຕຳໃສ່ 2 ແມ່ລູກທີ່ຍ່າງຢູ່ຂ້າງທາງ ສົ່ງຜົນເຮັດໃຫ້ເດັກນ້ອຍ ອາຍຸ ປະມານ 1 ປີ ເສຍຊີວິດຄາທີ່, ສ່ວນ ນາງ ໃນຍຽນ ອາຍຸ 35 ປີ ປະຊາຊົນບ້ານມູນ ເມືອງລອງ ແມ່ຂອງເດັກທີ່ເສຍຊີວິດໄດ້ຮັບບາດເຈັບສາຫັດ, ຜູ້ຂັບຂີ່ລົດຈິບຟໍຈູນເນີ ຊື່ ທ້າວ ຄຳນວນ ອາຍຸ 59 ປີ ຢູ່ບ້ານ ສີວິໄລ ແລະ ຜູ້ຂັບຂີ່ລົດລານຈຽນ ຊື່ ທ້າວ ຕາລີ ອາຍຸ 55 ປີ ຢູ່ບ້ານຈອມແຈ້ງ.

ສ່ວນສາເຫດຂອງການເກີດອຸບັັດຕິເຫດທັງສອງເລື່ອງ ປັດຈຸບັນທາງເຈົ້າໜ້າທີ່ພວມເກັບກຳຂໍ້ມູນ ແລະ ເອົາຄຳໃຫ້ການຈາກຜູ້ຮູ້ເຫັນເຫດການ ເພື່ອເປັນບ່ອນອີງໃນການແກ້ໄຂ ແລະ ໃຫ້ຄວາມເປັນທຳທັງສອງຝ່າຍ.