ເຈົ້າໝ້າທີ່ຕໍາຫຼວດວິຊາສະເພາະປະຈຳດ່ານ ຫຼັກ 44 ບ້ານນາດ່ານ ປກສ ເມືອງຊະນະສົມບູນ ແຂວງຈຳປາສັກ ໄດ້ສະກັດກວດກາລົດຈັກຂອງຊາຍຄົນໜຶ່ງ ພົບຢາເສບຕິດ ປະເພດຢາບ້າ ຈຳນວນ 419 ເມັດ ໃນຂະນະທີ່ກໍາລັງກັບຈາກການໄປຊື້ຢາບ້າ ໃນວັນທີ 8 ມັງກອນ ທີ່ຜ່ານມາ.

ຜູ້ຖືກຫາຊື່ ທ້າວ ແດງ ອາຍຸ 35 ປີ ບ້ານບຸ່ງແກ ເມືອງໂພນທອງ ແຂວງຈຳປາສັກ, ເຊິ່ງຂອງກາງທີ່ຢຶດໄດ້ມີໂທ ລະສັບ 1 ເຄື່ອງ, ເງິນ 56.000 ກີບ, ລົດຈັກຮອນດາເວັບ ສີຟ້າດຳ ບໍ່ມີທະບຽນ 1 ຄັນ. ຜ່ານການສອບສວນ, ຜູ້ກ່ຽວຮັບສາລະພາບວ່າ: ໄດ້ເຄື່ອນໄຫວຊື້-ຂາຍຢາເສບຕິດມາແຕ່ຕົ້ນປີ 2019 ຈົນຮອດວັນທີ 8 ມັງກອນ 2020 ໄດ້ໄປຊື້ຢາບ້າ ຈາກຄົນຮູ້ຈັກຢູ່ເມືອງຊະນະສົມບູນ ເພື່ອຈະໄປຂາຍຕໍ່ໃຫ້ພວກມົ້ວສຸມຢາເສບຕິດທີ່ສັ່ງຊື້ກ່ອນໜ້ານີ້. ພໍເດີນທາງຮອດດ່ານກວດກາ ຫຼັກ 44 ບ້ານນາດ່ານ ຖືກເຈົ້າໜ້າກັກຕົວ ພ້ອມຂອງກາງ ຈໍານວນດັ່ງກ່າວ.

ຄະດີດັ່ງກ່າວ, ຍັງຢູ່ໃນຂັ້ນຕອນດຳ ເນີນສືບສວນ-ສືບສວນຂອງເຈົ້າໜ້າທີ່ ເພື່ອຊອກຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບກົດໝາຍ.