ໃນ 5 ປີຜ່ານມາ (2013-2019) ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ລົງສະກັດກັ້ນ ແລະ ແກ້ໄຂກຸ່ມແກ້ງກວນເມືອງ ໄດ້ທັງໝົດ 35 ຄັ້ງ, ສາມາດກັກລົດຈັກໄດ້ 2.000 ກວ່າຄັນ ແລະ ສຶກສາອົບຮົມ ຜູ້ລະເມີດກົດລະບຽບຈະລາຈອນໄດ້ 5.000 ກວ່າຄົນ.

ພັທ ສີເພັດ ພິມມະສອນ ຫົວໜ້າກອງບັນຊາການ ປກສ ເມືອງໄຊເສດຖາ ກ່າວວ່າ: ໃນ 5 ປີ ຜ່ານມາ, ຄະນະ ພັກ-ຄະນະບັນຊາ ປກສ ເມືອງໄຊເສດຖາ ໄດ້ເອົາໃຈໃສ່ຊີ້ນໍາ-ນຳພາ ກຳລັງຕໍາຫຼວດຈະລາຈອນລົງປະຕິບັດໜ້າ ທີ່ວິຊາສະເພາະຢ່າງເປັນປົກກະຕິເຮັດໃຫ້ມີຜົນສໍາເລັດ ໃນຫຼາຍດ້ານສະແດງອອກ ຄື: ຊີ້ນໍາ-ນຳພາລົງສະກັດກັ້ນແກ້ໄຂກຸ່ມແກ້ງກວນເມືອງໄດ້ 35 ຄັ້ງ ສາມາດກັກລົດຈັກໄດ້ທັງໝົດ 2.203 ຄັນ; ໃນນັ້ນ, ລົດດັດແປງສະ ພາບເຕັກນິກ 117 ຄັນ, ລົດບໍ່ມີປ້າຍທະບຽນ 412 ຄັນ, ບໍ່ຖືເອກະສານ 1.614 ຄັນ, ກັກເອກະສານປະເພດ ຕ່າງໆໄດ້ 4.254 ໃບ ແລະ ສຶກສາອົບຮົມຜູ້ຂັບຂີ່ທີ່ລະເມີດກົດຈະລາຈອນໄດ້ທັງໝົດ 5.385 ຄົນ.

ນອກນີ້, ຍັງໄດ້ນໍາພາຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນການສັນຈອນຢູ່ຕາມເສັ້ນທາງຕ່າງໆໂດຍສະ ເພາະຢູ່ຕາມ 3 ແຍກ, 4 ແຍກ, ໜ້າຕະຫຼາດ, ການວາງສິ່ງກີດຂວາງຂອງແມ່ຄ້າ-ຊາວຂາຍ ໄດ້ທັງໝົດ 430 ຄັ້ງ; ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນໃຫ້ປະຊາຊົນທຸກຊັ້ນຄົນ, ພະນັກງານ, ທະຫານ, ຕໍາຫຼວດ, ພໍ່ຄ້າຊາວຂາຍ, ນັກຮຽນ, ນັກສຶກສາ, ກຳມະກອນໂຮງຈັກ-ໂຮງງານຢູ່ສະຖານທີ່ຕ່າງໆພາຍໃນເມືອງໄດ້ 96 ຄັ້ງ ມີຈໍານວນຄົນເຂົ້າຮ່ວມຮັບຟັງທັງໝົດ 6.534 ຄົນ ຍິງ 2.900 ຄົນ; ລົງສັນນະສູດວັດແທກອຸບັດຕິເຫດເກີດຂຶ້ນ ຕາມທ້ອງຖະໜົນຫຼວງໄດ້ 561 ຄັ້ງ, ພາຫະນະເປ່ເພ 1.092 ຄັນ, ຄົນໄດ້ຮັບບາດເຈັບ 879 ຄົນ ແລະ ເສຍຊີວິດ 82 ຄົນ.

ໃນຕໍ່ໜ້າ, ຄະນະບັນຊາກອງບັນຊາການ ປກສ ເມືອງໄຊເສດຖາ ຈະສືບຕໍ່ຊີ້ນຳ-ນຳພາກຳລັງຕໍາຫຼວດຈະລາຈອນສຸມໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະຢ່າງເປັນປົກກະຕິ ໂດຍສະເພາະແມ່ນສຸມໃສ່ແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ຕາມທ້ອງຖະໜົນ ເປັນຕົ້ນແມ່ນບັນຫາການວາງສິ່ງກີດຂວາງ, ຂາຍເຄື່ອງຕາມແຄມທາງ ແລະອື່ນໆ ທີ່ເປັນສາເຫດຫຼັກພາໃຫ້ກີດຂວາງໃນການສັນຈອນ, ແກ້ໄຂກຸ່ມແກ້ງກວນເມືອງທີ່ທ່າທາຍຕໍ່ ເຈົ້າໜ້າທີ່ຢູ່ຕາມທ້ອງຖະໜົນ, ລົງໂຄສະນາກົດລະບຽບຈະລາຈອນໃຫ້ທົ່ວເຖິງທຸກຊັ້ນຄົນ ເພື່ອເຮັດໃຫ້ກຸ່ມຄົນເຫຼົ່ານັ້ນຮັບຮູ້ເຖິງກົດລະບຽບຈະລາຈອນຫຼາຍຂຶ້ນ.