ຫ້ອງການໂຍທາທິການ ແລະ ຂົນສົ່ງ ໄດ້ສົມທົບກັບເຈົ້າໜ້າທີ່ຕໍາຫຼວດຈະລາຈອນເມືອງເງິນ ແຂວງໄຊຍະບູລີ ລົງໂຄສະນາເຜີຍແຜ່ ແລະ ປູກຈິດສຳນຶກຄວາມປອດໄພຕາມທ້ອງຖະໜົນ ໃຫ້ແກ່ພະນັກງານ-ລັດຖະກອນ ທົ່ວເມືອງເງິນ ຂຶ້ນວັນທີ 10 ມັງກອນ ທີ່ຜ່ານມາ.

ທ່ານ ສົມເດດ ຄຳພາ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງເງິນ ໄດ້ຍົກໃຫ້ເຫັນເຖິງ 5 ຫຼັກການພື້ນຖານການຂັບຂີ່ປອດໄພ, ການນຳໃຊ້ລົດ, ການກວດກາສະພາບເຕັກນິກລົດ ກ່ອນອອກເດີນທາງທຸກຄັ້ງ, ການນຳໃຊ້ສັນ ຍານ, ບາງສາເຫດທີ່ເປັນໄພອັນຕະລາຍຈາກການນຳໃຊ້ລົດທີ່ບໍ່ຖືກຕ້ອງ, ບັນດາຂໍ້ຫ້າມ ແລະ ມາດຕະການປັບໃໝຜູ້ລ່ວງລະເມີດ ເພື່ອແນໃສ່ເຮັດໃຫ້ພະນັກງານ, ລັດຖະກອນໄດ້ຮັບຮູ້ເຂົ້າໃຈກົດໝາຍວ່າດ້ວຍການຈະລາຈອນທາງບົກ ເຮັດໃຫ້ຜູ້ຂັບຂີ່ພາຫານະຕາມທ້ອງຖະໜົນຫຼວງມີຄວາມປອດໄພຫຼາຍຂຶ້ນ.

ພ້ອມດຽວກັນນີ້, ເຈົ້າໜ້າທີ່ກອງຕຳຫຼວດຈະລາຈອນ ກອງບັນຊາການ ປກສ ເມືອງເງິນ ກໍໄດ້ຂຶ້ນອະທິບາຍ ເຄື່ອງໝາຍປ້າຍຈະລາຈອນ ທັງ 7 ປະເພດ ເປັນຕົ້ນແມ່ນປ້າຍເຕືອນອັນຕະລາຍ, ປ້າຍຫ້າມ, ປ້າຍກຳນົດ, ປ້າຍແນະນຳເສັ້ນທາງ, ປ້າຍບອກສິດ, ປ້າຍເພີ່ມ, ປ້າຍບອກສະຖານທີ່, ພ້ອມທັງແນະນໍາການໃຊ້ລົດ-ໃຊ້ຖະໜົນ ການນໍາໃຊ້ເຂັມຄັດນິລະໄພ, ນໍາໃຊ້ໝວກກັນກະທົບ ແລະ ອຸປະກອນຕ່າງໆ ເພື່ອໃຫ້ຖືກຕາມກົດຈະລາຈອນ ແລະ ຮັບປະກັນຄວາມປອດໄພຂອງຜູ້ຂັບຂີ່.