ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ມັງກອນ ນີ້ວ່າ: ນະຄອນຫຼວງແຄນເບີຣາຂອງອົດສະຕຣາລີ ປະເຊີນກັບພະຍຸໝາກເຫັບຢ່າງຮ້າຍແຮງ, ເຊິ່ງມີຂະໜາຍໃຫຍ່ເທົ່າລູກກັອບຕົກກະທົບໃສ່ລົດຍົນ ແລະ ອາຄານບ້ານເຮືອນປະຊາຊົນໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍ. ນອກນັ້ນ, ຍັງມີນົກຕົກລົງມາຕາຍອີກຈຳນວນຫຼາຍໂຕ.

ພາຍຸໝາກເຫັບ ຕົກຖະຫຼົ່ມໃສ່ອົດສະຕຣາລີ ໃນວັນທີ 20 ມັງກອນ, ເຊິ່ງມີຜູ້ຄົນຕ່າງແຊຣ໌ຮູບພາບ ແລະ ຄລິບຕາມທ້ອງຖະໜົນໃນນະຄອນຫຼວງແຄນເບີຣາ ແລະ ເມືອງຄວີນບີຍັນ ທີ່ເຕັມໄປດ້ວຍໝາກເຫັບຂາວທົ່ວພື້ນ ແລະ ບາງບ່ອນເປັນກອງສູງ ລວມເຖິງຮູບພາບຄວາມເສຍຫາຍຂອງລົດຍົນ ແລະ ອາຄານບ້ານເຮືອນທີ່ເປັນຮູຈາກແຮງກະທົບຂອງໝາກເຫັນໃຫຍ່.

ສ່ວນນົກຕ່າງໆໄດ້ຮັບບາດເຈັບ ແລະ ຕາຍຫຼາຍໂຕ ເພາະຖືກໝາກເຫັບຕົກໃສ່ ຈົນຕົກລົງມາຈາກທ້ອງຟ້າ. ໃນຈຳນວນນີ້, ລວມເຖິງໂຕກາທີ່ຢູ່ໃນອາຄານລັດຖະສະພາ ໂດຍມີຜູ້ນຳໄປປິ່ນປົວແລ້ວ, ສ່ວນທ່ານ ແອນໂທນີ ບຣີນ ນັກການເມືອງ ໄດ້ແຊຣ໌ຮູບພາບນົກກະຕົ້ວທີ່ໜ້າສົງສານຖືກໝາກເຫັບຕົກໃສ່ຈົນຕາຍຄາຕົ້ນໄມ້.

ດ້ານອົງການຊ່ວຍເຫຼືອສັດ RSPCA ແຈ້ງເຕືອນພົນລະເມືອງດີທີ່ຊ່ວຍເຫຼືອນົກທີ່ຖືກວ່າເຈັບວ່າ ບໍ່ຄວນດູແລຮັກສາເອງ ຫຼື ໃຫ້ນ້ຳອາຫານ ຄວນຮີບນຳໄປສົ່ງໃຫ້ສັດຕະວະແພດຜູ້ຊ່ຽວຊານທັນທີ. ສຳລັບປະກົດການດັ່ງກ່າວເກີດຂຶ້ນທ່າມກາງສະພາບອາກາດທີ່ປ່ຽນແປງຂອງອົດສະຕຣາລີ ຫຼງເກີດໄຟປ່າຮ້າຍແຮງ ແລະ ພາວະແ້ງແລ້ງຍາວເປັນເວລາຍາວນານຕັ້ງແຕ່ເດືອນກັນຍາ 2019 ທີ່ຝັ່ງຕາເວັນອອກສຽງໃຕ້ ແລະ ພາກໃຕ້. ຈາກນັ້ນ, ມີພາຍຸຝຸ່ນຮ້າຍແຮງ ຕາມດ້ວຍພາຍຸໝາກເຫັບດັ່ງກ່າວ.