ເຈົ້າໜ້າທີ່ພາສີສະໜາມບິນຝູຈ້ຽນ ທາງຕາເວັນອອກສຽງໃຕ້ຂອງຈີນ ກວດພົບຖົງນົມແມ່ແຊ່ແຂງທີ່ຜູ້ໂດຍສານຄົນໜຶ່ງລັກລອບນຳເຂົ້າມາ ຂະນະທີ່ເດີນທາງມາຈາກສິງກະໂປ ໂດຍອ້າງວ່າ ຈະນຳນົມໄປລ້ຽງລູກນ້ອຍຂອງຕົນ ແຕ່ຍ້ອນມີຈຳນວນຫຼາຍ ແລະ ບອກທີ່ໄປທີ່ມາບໍ່ໄດ້ ຈຶ່ງຖືກຢຶດ ແລະ ທຳລຍຖິ້ມທັງໝົດ.

ແມ່ຍິງຄົນດັ່ງກ່າວຖືກຈັບກຸມເພາະນຳນົມແມ່ແຊ່ແຂງຈຳນວນ 89 ຖົງ ນ້ຳໜັກລວມ 23 ກິໂລກຼາມ ຂະນະຜ່ານດ່ານພາສີທີ່ສະໜາມບິນສວຽນໂຈວ ຈິນຈຽງ ເມືອງຝູຈ້ຽນ, ເຊິ່ງນົມທຸກຖົງລະບຸເວລາ ແລະ ວັນທີໄວ້ເທິງສະຫຼາກໜ້າຖົງ.

ການຈັບກຸມຄັ້ງນີ້, ບໍ່ແມ່ນຄັ້ງທຳອິດຂອງມົນທົນຝູຈ້ຽນ ແຕ່ຄັ້ງນີ້ເປັນການຈັບກຸມນົມແມ່ແຊ່ແຂງໄດ້ຫຼາຍທີ່ສຸດໃນຮອບສອງສາມປີຜ່ານມາ. ເຈົ້າໜ້າທີ່ສອບສວນ ພົບວ່າ ແມ່ຍິງຄົນດັ່ງກ່າວນີ້ ເດີນທາງມາກັບສາຍການບິນສິງກະໂປ ແອລາຍ ຖ້ຽວບິນ MU 238 ມາເຖິງເມືອງສວຽນໂຈວ ມົນທົນຝູຈ້ຽນ ໃນວັນທີ 17 ມັງກອນ ທີ່ຜ່ານມາ; ເຊິ່ງເຈົ້າໜ້າທີ່ ພົບນົມແມ່ແຊ່ແຂງໃນກະເປົາເກັບຄວາມເຢັນໜ່ວຍໃຫຍ່ລະຫວ່າງຜ່ານການກວດເອັກສະເຣ.

ຕາມກົດໝາຍຂອງຈີນ ນົມທຸກຊະນິດ ແລະ ຜະລິດຕະພັນນົມ ຍົກເວັ້ນນົມສຳເລັດຮູບສຳລັບເດັກແລກເກີດ ຈະຕ້ອງໄດ້ຮັບການອະນຸຍາດຈາກເຈົ້າໜ້າທີ່ ກ່ອນນຳເຈົ້າຈີນ ດ້ວຍການແຊ່ແຂງ. ຂະນະທີ່ຕະຫຼາດມືດຂາຍນົມແມ່ຂະຫຍາຍຕົວຂຶ້ນໃນຈີນໃນໄລຍະບໍ່ພໍເທົ່າໃດປີມານີ້ ເນື່ອງຈາກວ່າ ຊາວຈີນ ຍອມຮັບການໃຫ້ເດັກແລກເກີດກິນນົມແມ່ຫຼາຍຂຶ້ນ ເຖິງແມ່ນວ່ານົມແມ່ບັນຈຸຖົງ ແລະ ຜ່ານການຂ້າເຊື້ອແລ້ວກໍຕາມຖືວ່າຜິດກົດໝາຍ. ແຕ່ຍັງມີການໂຄສະນາຂາຍທາງສື່ສັງຄົມອອນລາຍໃນໜ້າເວັບໄຊທີ່ກ່ຽວກັບເດັກແລກເກີດ ແລະ ເວັບໄຊຂາຍຂອງຊັອບປິງໃນຈີນ.

ໃນເດືອນມີນາ 2019, ເຈົ້າໜ້າທີ່ສະໜາມບິນເຊ່ຍເໝິນ ເກົາສີ ມົນທົນຝູຈ້ຽນ ທຳລາຍນົມແມ່ແຊແຂງທີ່ລັກລອບນຳເຂົ້າ ໂດຍຜູ້ຖືກຫາເປັນຊາວໄຕ້ຫວັນ ແລະ ລັກນຳເຂົ້າຈາກໄທເປ, ເຊິ່ງອ້າງແບບດຽວກັນວ່າ ຈຳນຳມາລ້ຽງລູກຕົນເອງ.