ພະແນກຕຳຫຼວດຈະລາຈອນ ປກສ ແຂວງ ບໍລິຄຳໄຊ ໄດ້ມອບລົດຈັກລົດ ຈັກເວບ 100 ຈໍານວນ 2 ຄັນ ຄື: ສີແດງດໍາ ໝາຍເລກທະບຽນ ດຣ 5033 ແລະ ສີດຳຂຽວ ບໍ່ມີປ້າຍທະບຽນ ຄືນໃຫ້ເຈົ້າຂອງເດີມໃນອາທິດຜ່ານມາ, ກ່າວມອບ ໂດຍ ພັຕ ບຸນມີ ລໍວັນໄຊ ຮັກສາການຫົວໜ້າພະແນກຕຳຫຼວດຈາລະຈອນ ປກສ ແຂວງບໍລິຄໍາໄຊ.

ພັຕ ບຸນມີ ລໍວັນໄຊ ໃຫ້ຮູ້ວ່າ: ລົດຈັກຈໍາວນດັ່ງກ່າວ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ປະຕິບັດໜ້າທີ່ກວດກາຢູ່ປ້ອມຈາລະຈອນທາງແບ່ງວຽງຄຳ ເມືອງປາກະດິງ ໃນວັນທີ 25 ກັນຍາ 2019 ເພື່ອກວດກາເຕັກນິກ, ເອກະ ສານລົດທົ່ວໄປ. ຜ່ານການປະຕິບັດໜ້າທີ່ພົບເຫັນລົດຈັກທີ່ບໍ່ມີເອກະສານ ຈຳນວນ 8 ຄັນ. ດັ່ງນັ້ນ, ພະແນກ ຕໍາຫຼວດຈາລະຈອນ ປກສ ແຂວງບໍລິຄຳໄຊ ຈຶ່ງໄດ້ນຳເອົາລົດຈັກທີ່ກັກໄດ້ມາເກັບຮັກສາໄວ້ທີ່ພະແນກຈາລະ ຈອນ ປກສ ແຂວງ ແລະ ໄດ້ປະກາດຫາເຈົ້າຂອງລົດ ໃຫ້ນຳເອົາເອກະສານ ແລະ ໝາຍເລກທະບຽນມາພົວພັນເອົາລົດຂອງຕົນ.

ລົດຈັກທີ່ກັກໄວ້ໃນຄັ້ງນີ້ ແມ່ນຍັງອີກ ຈຳນວນ 6 ຄັນ ທີ່ບໍ່ທັນມີເຈົ້າຂອງໃຫ້ໄປມາພົວເອົາ. ສະນັ້ນ, ຈຶ່ງຖືໂອກາດນີ້ແຈ້ງໃຫ້ເຈົ້າຂອງລົດຈັກທຸກທ່ານຮັບຊາບ. ຖ້າຫາກສົງໄສວ່າແມ່ນລົດຂອງທ່ານທີ່ຖືກຄົນຮ້າຍລັກໄປ ແມ່ນໃຫ້ເອົາເອກະສານໄປພົວພັນເອົາໃນໂມງລັດສະຖານຢູ່ ປກສ ແຂວງບໍລິຄໍາໄຊ.