ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ລົງເຜີຍແຜ່ທິດຊີ້ນຳຂອງທ່ານລັດຖະມົນຕີ ກະ ຊວງ ປກສ ໃຫ້ກຳລັງຕໍາຫຼວດຈະລາຈອນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຂຶ້ນໃນວັນທີ 26 ພະ ຈິກ 2019 ເພື່ອຫຼີກລ່ຽງຫາງສຽງການຈົມວ່າຂອງສັງຄົມຕໍ່ການປະຕິບັດໜ້າທີ່ຂອງກຳລັງຕໍາຫຼວດຈະລາຈອນ.

ພັທ ຄໍາເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກ່າວວ່າ: ເພື່ອເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະ ຕິບັດໜ້າທີ່ວຽກງານວິຊາສະເພາະຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນມີປະສິດພາບ, ມີປະສິດທິຜົນສູງຂຶ້ນ, ຫຼຸດຜ່ອນສຽງຈົມວ່າຈາກສັງຄົມ ເປັນຕົ້ນແມ່ນການຕັ້ງຈຸດກວດກາຍານພາຫະນະ, ການດຳເນີນ ແລະ ແກ້ໄຂຄະດີອຸບັດຕິເຫດ, ການຈັດສັນຄວາມຄວາມບໍ່ເປັນລະບຽບຮຽບຮ້ອຍຕໍ່ຜູ້ຂັບຂີ່, ການລ໋ອກລໍ້ລົດຕາມສາຍທາງ, ການໄລ່ລົດ ແລະ ວຽກງານອື່ນໆ ໃຫ້ມີຄວາມຖືກຕ້ອງຕາມລະບຽບຫຼັກການ, ໂປ່ງໃສ່ ແລະ ຍຸຕິທຳ, ບໍ່ສວຍໃຊ້ໜ້າ ທີ່ວຽກງານ ເພື່ອຫາຜົນປະໂຫຍດສ່ວນຕົວ; ນອກນີ້, ເຈົ້າໜ້າທີ່ຕ້ອງເອົາໃຈໃສ່ອຳນວຍຄວາມສະດວກໃຫ້ແກ່ຜູ້ໃຊ້ລົດ-ໃຊ້ຖະໜົນ ດ້ວຍຄວາມໂປ່ງໃສ, ມີກິລິຍາມາລະຍາດດີ, ການເວົ້າຈາຕໍ່ນັກຂັບຂີ່ມີຄວາມສຸພາບຍິ້ມແຍ້ມແຈ່ມໃສ່ ເພື່ອຫຼີກລ່ຽງຫາງສຽງທີ່ບໍ່ດີຈາກສັງຄົມຕໍ່ກັບການປະຕິບັດໜ້າທີ່ຂອງກຳລັງຕໍາຫຼວດຈະລາຈອນ.

ໃນພິທີ, ພັຕ ບຸນຄົງ ພັດທະລັງສີ ຮອງຫົວໜ້າກອງຮ້ອຍຕໍາຫຼວດຈະລາຈອນ ເມືອງສີໂຄດຕະບອງ ກ່າວວ່າ: ໃນ 1 ປີ ຜ່ານມາ, ທົ່ວເມືອງມີອຸບັດຕິເຫດເກີດຂຶ້ນທັງໝົດ 179 ຄັ້ງ, ພາຫະນະເປເພເລັກໜ້ອຍ 154 ຄັນ, ສົມຄວນ 196 ຄັນ, ໃຊ້ການບໍ່ໄດ້ 3 ຄັນ, ບາດເຈັບເລັກໜ້ອຍ 86 ຄົນ, ສົມຄວນ 146 ຄົນ, ສາຫັດ 73 ຄົນ ແລະ ເສຍຊີວິດ 29 ຄົນ ລວມມູນຄ່າເສຍຫາຍ 2.238.000.000 ກີບ, ຮູບການແກ້ໄຂຄະດີຈາກອຸບັດຕິເຫດທີ່ເກີດຂຶ້ນແມ່ນສາມາແກ້ໄຂ ໄດ້ 185 ເລື່ອງ ລວມທັງຄະດີຄ້າງມາ 20 ເລື່ອງ, ຊັດມ້ຽນ 155 ເລື່ອງ, ໂຈະການດຳເນີນ 9 ເລື່ອງ, ສົ່ງນະຄອນ ຫຼວງດຳເນີນ 9 ເລື່ອງ, ສົ່ງໄອຍະການ 12 ເລື່ອງ, ສືບຕໍ່ດຳເນີນ 14 ເລື່ອງ; ນອກນີ້, ຍັງ ໄດ້ລົງຕັ້ງຈຸດກວດກາການປະຕິບັດກົດໝາຍຂອງຜູ້ໃຊ້ລົດ-ໃຊ້ຖະໜົນ ໄດ້ 70 ຄັ້ງ, ກວດກາທາດເຫຼົ້າ 6 ຄັ້ງ, ພົບຜູ້ລະເມີດ 31 ຄົນ ແລະ ເກີນມາດຕະຖານ 6 ຄົນ, ກວດກາລົດບັນທຸກແລ່ນເຂົ້າຕົວເມືອງໃນໂມງການ 14 ຄັ້ງ ພົບລົດລະເມີດ 64 ຄັນ, ລົງລະບາຍການສັນຈອນຕາມຈຸດສັບສົນ, 3 ແຍກ-4 ແຍກຕ່າງໆໄດ້ 528 ຄັ້ງ.