ໃນປີຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ກວດພົບຜູ້ຂັບຂີ່ທີ່ໃຊ້ລົດ-ໃຊ້ຖະໜົນທີ່ລະເມີດກົດລະບຽບການສັນຈອນວາງອອກ ເປັນຕົ້ນແມ່ນການຈອດລົດຊະຊາຍ, ຈອດກີດຂວາງການສັນຈອນ, ຈອດປ້າຍຫ້າມ, ຈອດປ້າຍວັນຄູ່-ວັນຄີກ ແລະອື່ນໆ, ເຈົ້າໜ້າທີ່ສາມາດລ໋ອກລໍ້ໄດ້ 2.000 ກວ່າຄັນ.

ພັທ ບຸນມາກ ສູນດາໄລ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຜ່ານມາ, ສະພາບການສັນຈອນຕາມທ້ອງຖະໜົນຍັງມີຄວາມສັບສົນ-ແອອັດ ຍ້ອນພາຫະນະສັນຈອນເພີ່ມຂຶ້ນບວກກັບເສັ້ນທາງຂະຫຍາຍຕົວຊ້າ ແລະ ບັນຫາອື່ນໆ. ໃນການແກ້ໄຂບັນຫາທີ່ເກີດຂຶ້ນນັ້ນ ເຈົ້າໜ້າທີ່ກໍໄດ້ສຸມໃສ່ເຮັດໜ້າທີ່ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຕາມເສັ້ນທາງ, ລະບາຍການສັນຈອນ, ເຮັດວຽກງານປະຈໍາຈຸດ, ປະຈໍາປ້ອມຕ່າງໆ ເພື່ອຕິດຕາມ ແລະ ແກ້ໄຂບັນຫາລົດຕິດຂັດຕາມສາຍທາງຢ່າງຕັ້ງໜ້າທັງປະສານສົມ ທົບກັບພາກສ່ວນທີ່ກ່ຽວຂ້ອງຫາວິທີແກ້ໄຂຮ່ວມມກັນ, ແຕ່ໃນທາງກົງກັນຂ້າມຍັງພົບເຫັນນັກຂັບຂີ່ຈໍານວນໜຶ່ງຍັງຖື ເບົາຕໍ່ກົດລະບຽບຈະລາຈອນ ເປັນຕົ້ນແມ່ນຈອດລົດຊະຊາຍ, ຈອດປ້າຍຫ້າມ, ຈອດກີດຂວາງການສັນຈອນ ແລະອື່ນໆ. ຜ່ານການປະຕິບັດຂອງເຈົ້າໜ້າທີ່ ສາມາດລ໋ອກລໍ້ລົດຜູ້ທີ່ລະເມີດໄດ້ທັງໝົດ 2.127 ຄັນ.

ໃນຕໍ່ໜ້າ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນຈະເພີ່ມທະວີເຮັດໜ້າທີ່ວຽກງານວິຊາສະເພາະໃຫ້ດີຂຶ້ນກວ່າເກົ່າ, ໃນກໍລະນີພົບເຫັນຈອດລົດບໍ່ຖືກຕ້ອງ ເບື້ອງຕົ້ນຈະມີການຕັກເຕືອນ, ສຶກສາອົບຮົມຜູ້ຂັບຂີ່. ຖ້າພົບເຫັນຄັ້ງຕໍ່ໄປຈະມີການລ໋ອກລໍ້ ພ້ອມທັງປັບໃໝຕາມລະບຽບທີ່ວາງອອກ.