ໃນວັນທີ 22 ມັງກອນ ນີ້ວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດ ລາຍງານເລື່ອງການພົບຜູ້ປ່ວຍຄົນທຳອິດທີ່ຕິດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ທີ່ມີຕົ້ນກຳເນີດຈາກເມືອງອູ່ຮັ່ນຂອງຈີນ ເປັນຊາຍອາຍຸປະມານ 30 ປີ ອາໃສຢູ່ທີ່ເມືອງສະໂນໂຮມິຊໃກ້ກັບເມືອງຊີອັດເທິນໃນລັດວໍຊິງຕັນທາງພາກຕາເວັນຕົກສຽງເໜືອຂອງປະເທດ ເດີນທາງກັບໄປຢ້ຽມຢາມບ້ານເກີດທີ່ເມືອງອູ່ຮັ່ນ ແລະ ກັບມາສະຫະລັດ ໃນວັນທີ 15 ມັງກອນ ທີ່ຜ່ານມາ. ຫຼັງຈາກນັ້ນ, ບໍ່ພໍເທົ່າໃດມື້ ຊາຍຄົນດັ່ງກ່າວໄດ້ເລີ່ມປ່ວຍ ແລະ ເຂົ້າພົບແພດ. ຕໍ່ມາ, ໃນວັນທີ 20 ມັງກອນ ຜົນການກວດທາງວິທະຍາສາດ ບົ່ງຊີ້ວ່າ ເປັນອາການປ່ວຍຈາກການໄດ້ຮັບເຊື້ອໄວຣັດໂຄ ໂຣນາສາຍພັນໃໝ່ ໂດຍຜູ້ປ່ວຍໄດ້ໃຫ້ການຮ່ວມມືກັບຄະນະແພດເປັນຢ່າງດີຕັ້ງແຕ່ເຂົ້າໂຮງໝໍ ຫຼັງຈາກມີການຢືນຢັນວ່າ ຕິດເຊື້ອໄວຣັດໂຄໂຣນາສາຍພັນໃໝ່. ເຈົ້າໜ້າທີ່ຈະກັກບໍລິເວນຊາຍຄົນນີ້ເພີ່ມອີກຢ່າງໜ້ອຍ 48 ຊົ່ວໂມງ ເພື່ອເຝົ້າຕິດຕາມເບິ່ງອາການ, ເຊິ່ງເບື້ອງຕົ້ນມີການເປີດເຜີຍວ່າ ຜູ້ປ່ວຍມີອາການດີຂຶ້ນເປັນລຳດັບ.

ຂະນະດຽວກັນ, ທາງການຂອງລັດຖະບານສະຫະລັດ ໄດ້ຍົກລະດັບຄຳເຕືອນການເດີນທາງໄປເມືອງອູ່ຮັ່ນເປັນຂັ້ນທີ່ 2 ໝາຍຄວາມວ່າ ປະຊາຊົນຄວນເພີ່ມຄວາມລະມັດລະວັງ ແລະ ຂະຫຍາຍມາດຕະການກວດກາຜູ້ໂດຍສານຕາມສະໜາມບິນຢ່າງໜ້ອຍ 5 ແຫ່ງ ຄື: ສະໜາມບິນຈອນເອັຟ ເຄນເນດີ ໃນນະຄອນນິວຢອກ, ສະ ໜາມບິນນານາຊາດລອດແອນເຈີລິດ, ສະນາມບິນນານາຊາດຊານຟຣານຊິດສະໂກ ໃນລັດກາລິຟໍເນຍ, ສະ ໜາມບິນນານາຊາດ ແອດແລນຕາ ໃນລັດຈໍເຈຍ ແລະ ສະໜາມບິນນານາຊາດຊິຄາໂກ ໂອແຮ ໃນລັດອິນລິນອຍ. ແນວໃດກໍຕາມ, ສະໜາມບິນນານາຊາດຊີແອດເທິນ, ເຊິ່ງເປັນຈຸດຜ່ານແດນລະຫວ່າງປະເທດຜູ້ປ່ວຍຄົນທຳອິດເດີນທາງເຂົ້າໄປສະຫະລັດ ຍັງບໍ່ຢູ່ໃນລາຍຊື່ສະໜາມບິນທີ່ຕ້ອງເພີ່ມມາດຕະການເຝົ້າລະວັງ.

ດ້ານສະຖານະການການແພ່ລະບາດຂອງເຊື້ອໄວຣັດໂຄໂຣນາສາຍພັນໃໝ່ໃນຈີນ ມີຜູ້ເສຍຊີວິດແລ້ວ 6 ຄົນ ແລະ ຜູ້ປ່ວຍສະສົມຫຼາຍກວ່າ 300 ຄົນ ຕາມການເປີດເຜີຍຂອງຄະນະກຳມະການສາທາລະນະສຸກແຫ່ງຊາດ, ສ່ວນຫຼາຍຢູ່ທີ່ມົນທົນຫູເປ່, ເຊິ່ງມີເມືອງອູ່ຮັ່ເປັນເມືອງເອກ. ແຕ່ມີການພົບຜູ້ຕິດເຊື້ອໃນເມືອງໃຫຍ່ອີກຫຼາຍແຫ່ງ ເຊັ່ນ: ນະຄອນຫຼວງປັກກິງ, ຊຽງໄຮ້ ແລະ ເຊິນເຈີ້ນ. ຂະນະທີ່ທາງການຮົງກົງ ທີ່ຢູ່ໃກ້ກັບເມືອງເຊິນເຈິ້ນທີ່ສຸດ ຍົກລະດັບມາດຕະການກວດກາບຸກຄົນທີ່ເດີນທາງມາຈາກຈີນ ໂດຍສະເພາະເມືອງອູ່ຮັ່ນ ຕ້ອງມີການສຳເນົາເອກະສານສາທາລະນະສຸກຢ່າງລະອຽດ ແລະ ເຕືອນເລື່ອງບົດລົງໂທດຈຳຄຸກ ຖ້າຫາກກວດພົບວ່າ ມີການບິດເບືອນຂໍ້ມູນ ແລະ ແລ້ວມາສະແດງອາການປ່ວຍໃນຮົງກົງ.