ເຈົ້າໜ້າທີ່ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງຍອດອູ ແຂວງຜົ້ງສາລີ ໄດ້ສະກັດກວດກາລົດກະບະຮຸນໄດ ໂດຍເປົ້າໝາຍເປັນຊາຍໄວລຸ້ນ 2 ຄົນ ທີ່ລັກລອບຂົນສົ່ງຢາເສບຕິດ ຢູ່ເສັ້ນທາງລະ ຫວ່າງບ້ານຫ້ວຍອູ ຫາເທດສະບານເມືອງຍອດອູ ສາມາດຢຶດຢາບ້າຈໍານວນ 38.000 ເມັດ ພ້ອມທັງກັກຕົວຜູ້ຖືກຫາ 2 ຄົນ ໄປສອບສວນຂະຫຍາຍຜົນ ໃນວັນທີ 16 ມັງກອນ ທີ່ຜ່ານມາ.

ຜູ້ຖືກຫາທັງ 2 ຄົນຊື່ ທ້າວ ໄຄຟາ ອາຍຸ 29 ປີ ຢູ່ບ້ານພູຂຽວ ເມືອງໄຊ ແຂວງອຸດົມໄຊ ແລະ ທ້າວ ໂຊມີນ ອາຍຸ 26 ປີ ບ້ານຫ້ວຍອູ ເມືອງຍອດອູ ແຂວງຜົ້ງສາລີ. ຄະດີດັ່ງກ່າວ, ເບື້ອງຕົ້ນເຈົ້າໜ້າທີ່ຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງຍອດອູ ໄດ້ຮັບລາຍງານວ່າ: ມີຊາຍໄວລຸ້ນ 2 ຄົນ ຈະເອົາຢາເສບຕິດຈໍານວນຫຼາຍໄປຂາຍຢູ່ເມືອງຍອດອູ ໂດຍນໍາໃຊ້ລົດກະບະຮຸນໄດ ສີໝາກຄໍ້ ໝາຍເລກທະບຽນ ກກ 3629 ອຸດົມໄຊ. ຜ່ານເສັ້ນທາງລະຫວ່າງບ້ານຫ້ວຍອູ ເຂົ້າຫາເທດສະບານ ເມືອງຍອດອູ. ຈາກນັ້ນ, ຈຶ່ງໄດ້ຈັດກໍາລັງ ຕໍາຫຼວດວິຊາສະເພາະຕິດຕາມລົດເປົ້າ ໝາຍ, ໂດຍການຕັ້ງດ່ານກວດກາ ຢູ່ເຂດ ບ້ານຫ້ວຍນ້ຳຕອງ ກິໂລແມັດທີ 86-87 ຫ່າງຈາກເມືອງຍອດອູ ປະມານ 3 ກິ ໂລແມັດ. ຮອດເວລາປະມານ 16:35 ນາທີ ຂອງວັນດຽວກັນ, ເຫັນລົດເປົ້າໝາຍແລ່ນມາຮອດຈຸດກວດກາ ຈຶ່ງໄດ້ເຂົ້າຢຸດລົດ ພ້ອມທັງເຂົ້າກວດຄົ້ນພົບຂອງກາງຢາເສບຕິດ ປະເພດຢາບ້າຈໍານວນ 19 ມັດ, ເທົ່າກັບ 38.000 ເມັດ, ເງິນ 14.500.000 ກີບ ແລະ ໂທລະສັບ 6 ເຄື່ອງ, ຈຶ່ງໄດ້ກັກ ຕົວຜູ້ຖືກຫາທັງ 2 ຄົນ ໄປສອບສວນ.

ຜ່ານການສອບສວນ, ພວກກ່ຽວສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວ ແມ່ນຂອງຜູ້ກ່ຽວແທ້ ທີ່ກຳລັງນຳໄປ ຂາຍໃຫ້ກັບຜູ້ຮັບຊື້ຢູ່ເທດສະບານເມືອງຍອດອູ ແຕ່ກໍຖືກຈັບກ່ອນ. ຄະດີດັ່ງກ່າວ, ທາງເຈົ້າໜ້າທີ່ພວມດໍາເນີນ ການສືບສວນ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການພົວພັນກັບຢາເສບຕິດ ເພື່ອຕິດຕາມຈັບຕົວໄປດໍາເນີນຄະດີຕາມກົດໝາຍ.