ຫ້ອງການເມືອງ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ຈັດພິທີມອບເງິນນະໂຍບາຍບຳເນັດ ໃຫ້ພະນັກງານອອກສ້າງເສດຖະກິດຄອບຄົວ ແລະ ເງິນອຸດໜູນພະນັກງານເສຍຊີວິດ ໃນວັນທີ 20 ມັງກອນ 2020; ເຂົ້າຮ່ວມໂດຍ ພັທ ບຸນຮັກ ເຢີມມະລີ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ, ມີຄະນະພະແນກນະໂຍບາຍ ເຂົ້າຮ່ວມ.

ພັທ ບຸນຮັກ ເຢີມມະລີ ມອບເງິນນະໂຍບາຍ ໃຫ້ພະນັກງານທັງສອງພາກສ່ວນ
ພັທ ບຸນຮັກ ເຢີມມະລີ ມອບເງິນນະໂຍບາຍ ໃຫ້ພະນັກງານທັງສອງພາກສ່ວນ

ໂອກາດດັ່ງກ່າວ, ພັທ ບຸນແກ້ວ ອິນຕະວົງ ຫົວໜ້າພະແນກນະໂຍບາຍປະກັນສັງຄົມ ກ່າວ ວ່າ: ການມອບເງິນນະໂຍບາຍບຳເນັດໃຫ້ພະນັກງານອອກສ້າງເສດຖະກິດຄອບຄົວ ແລະ ມອບເງິນອຸດໜູນໃຫ້ພະນັກງານເສຍຊີວິດຄັ້ງນີ້ ລວມມີຈໍານວນ 2 ສະຫາຍ; ໃນນີ້, ມີສະຫາຍ ຮອ ຄູນວິໄລ ອ່ອນຍາສັກ ສັງກັດຢູ່ກອງບັນຊາການ ປກສ ເມືອງລອງ ລວມອາຍຸ ການ 23 ປີ, ໄດ້ຮັບເງິນນະໂຍບາຍບໍາເນັດ 82.869.690 ກີບ ແລະ ມອບເງິນອຸດໜູນພະນັກງານເສຍຊີວິດໃຫ້ ນາງ ສິກ ຜູ້ເປັນແມ່ຂອງ ສະຫາຍ ສີພອນ ລໍຄຳຫຼ້າ ພະນັກງານວິຊາການ ກອງບັນຊາການ ປກສ ເມືອງລອງ ທີ່ເສຍຊີວິດ ຈຳນວນ 37.538.300 ກີບ, ກ່າວມອບໂດຍ ພັທ ບຸນຮັກ ເຢີມມະລີ ຮອງຫົວໜ້າຫ້ອງການເມືອງ.

ໂອກາດນີ້, ທ່ານຮອງຫົວໜ້າຫ້ອງການເມືອງ ໄດ້ຮຽກຮ້ອງໃຫ້ທັງສອງຄອບຄົວທີ່ໄດ້ຮັບເງິນອຸດໜູນດັ່ງກ່າວ ຈົ່ງນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ຕັ້ງໃຈສຸມທຸກສະຕິປັນຍາ, ເຫື່ອແຮງຂອງຕົນ ສ້າງເສດຖະກິດຄອບຄົວ ແລະ ບໍລິຫານຄອບຄົວໃຫ້ດີຂຶ້ນເລື້ອຍໆ.