ໃນວັນທີ 24 ມັງກອນ 2020, ກອງບັນຊາການ ປກສ ແຂວງໄຊສົມບູນ ຈັດພິທີໂອ້ລົມກຳລັງໃໝ່ ໂອ້ລົມໂດຍ ພັອ ບົວພັນ ອິນທະປັນຍາ ຮອງເລຂາພັກຮາກຖານ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຫົວໜ້າ-ຮອງຫ້ອງ ຕະຫຼອດຮອດກຳລັງໃໝ່ເຂົ້າຮ່ວມທັງໝົດ ຈໍານວນ 34 ສະຫາຍ ຍິງ 3 ສະຫາຍ ເຂົ້າຮ່ວມ.

ພັອ ບົວພັນ ອິນທະປັນຍາ ໄດ້ຊີ້ນຳຕໍ່ກຳລັງໃໝ່ ແລະ ກຳລັງທົດແທນ ຈົ່ງເອົາໃຈໃສ່ຕັ້ງໜ້າປະຕິບັດກົດລະບຽບຕ່າງໆຂອງກຳລັງຢ່າງເຂັ້ມງວດໃຫ້ສົມກັບຕົນທີ່ໄດ້ເຂົ້າເປັນກຳລັງປ້ອງກັນຄວາມສະຫງົບ, ເປັນຕົ້ນແມ່ນລະບຽບການນຸ່ງຖື, ການໄປ-ມາ, ປະຕິບັດ
ໂມງເວລາຢ່າງເຂັ້ມງວດ, ມີຄວາມສາມັກຄີເປັນເອກະພາບ, ຮູ້ເຄົາລົບເຊິ່ງກັນແລະ
ກັນ ພ້ອມທັງຖອດຖອນບົດຮຽນນຳເອື້ອຍ-ອ້າຍຜູ້ທີ່ມີປະສົບການ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານຂອງຕົນໄດ້ຮັບຜົນສຳເລັດ.

ກຳລັງໃໝ່ທີ່ໄດ້ຮັບການບັນຈຸເຂົ້າໃນກຳລັງ ປກສ ແຂວງໄຊສົມບູນ
ກຳລັງໃໝ່ທີ່ໄດ້ຮັບການບັນຈຸເຂົ້າໃນກຳລັງ ປກສ ແຂວງໄຊສົມບູນ

ການໂອ້ລົມຄັ້ງນີ້, ກຳລັງໃໝ່ກໍໄດ້ຮັບຟັງການເຜີຍແຜ່ ແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບການຕໍ່ຕ້ານຍຸດທະສາດຫັນປ່ຽນໂດຍສັນຕິຂອງສັດຕູ (ຄຳປະຕິຍານ 8 ຂໍ້ ຕໍ່ທຸງຊາດ ແລະ 12 ຂໍ້ຕໍ່ປະຊາຊົນ, 7 ລະບອບ 18 ວຽກຂອງກຳລັງ ປກສ) ລະບຽບ, ກົດໝາຍ ຂອງກຳລັງປ້ອງກັນຄວາມສະຫງົບ; ຝຶກຝົນຫຼ່ໍຫຼອມຄຸນສົມບັດສິນທຳປະຕິບັດ,
3 ທາດແທ້, 7 ມູນເຊື້ອຂອງກຳລັງປ້ອງກັນຄວາມສະຫງົບ. ທັງນີ້, ກໍເພື່ອເຮັດໃຫ້ ກຳລັງໃໝ່ທຸກສະຫາຍໄດ້ຮັບຮູ້-ເຂົ້າໃຈຕໍ່ລະບຽບຂອງກຳລັງປ້ອງກັນຄວາມສະຫງົບ ແລະ ພ້ອມກັນປະຕິບັດຢ່າງເຂັ້ມງວດ.