ພົທ ວິໄລ ຫຼ້າຄຳຟອງ ເປັນປະທານໃນພິທີປະກາດການຈັດຕັ້ງຂັ້ນສູງ

ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນສູງ ໃນວັນທີ 28 ມັງກອນ 2020, ເປັນປະທານໂດຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ລັດຖະມົນຕີ ກະຊວງ ປກສ, ພ້ອມທັງມີ ຮອງລັດຖະມົນຕີ, ຄະນະປະຈຳພັກກະຊວງ, ຫົວໜ້າກົມ-ຮອງກົມ, ວິທະຍາຄານ, ລັດວິສາຫະກິດ ແລະ ພະນັກງານຫຼັກແຫຼ່ງ ຈາກບັນດາກົມກອງອ້ອມຂ້າງ ກະຊວງ ປກສ ເຂົ້າຮ່ວມ.

ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ລັດຖະມົນຕີ ກະຊວງ ປກສ

ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຜ່ານດໍາລັດຂອງ ນາຍົກລັດຖະມົນຕີ ສະບັບເລກທີ 28/ນຍ ລົງວັນທີ 15 ມັງກອນ 2020 ວ່າດ້ວຍ ການແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເຊິ່ງໄດ້ແຕ່ງຕັ້ງ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ເປັນ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ.

ພົຕ ປອ ທອງເຫຼັກ ມັງໜໍ່ເມກ ໄດ້ຮັບການແຕ່ງຕັ້ງເປັນ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ

ພ້ອມດຽວກັນນັ້ນ, ກໍໄດ້ປະກາດແຕ່ງຕັ້ງ ພົຈວ ຄໍາກິ່ງ ຜຸຍຫຼ້າມະນີວົງ ເປັນ ຫົວໜ້າກົມໃຫຍ່ຕໍາຫຼວດ, ພົຈວ ນິລະວົງ ເຈືອງຕະວະລາດ ແລະ ພັອ ຄໍາພົນ ສີຫາປັນຍາ ເປັນ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ.

  • ແຕ່ງຕັ້ງ ພົຈວ ຄໍາມ້າວ ຫຼ້າຈັນເພັດ ເປັນ ຫົວໜ້າກົມ 504
  • ແຕ່ງຕັ້ງ ພັອ ປອ ວັນທອນ ສຸລິສັກ ເປັນ ຮອງຫົວໜ້າກົມໃຫຍ່ສັນຕິບານ
  • ແຕ່ງຕັ້ງ ພັອ ສຸລິນະ ແກ້ວປະເສີດ ເປັນ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ

ໃນໂອກາດດັ່ງກ່າວ, ພົທ ວິໄລ ຫຼ້າຄຳຟອງ ກ່າວວ່າ:

ການແຕ່ງຕັ້ງຄັ້ງນີ້ ເພື່ອເປັນການປັບປຸງການຈັດຕັ້ງຂອງ ກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນແຕ່ລະໄລຍະ.

ນອກນີ້, ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຍັງໄດ້ເນັ້ນໜັກໃຫ້ນາຍຕໍາຫຼວດທຸກສະຫາຍ ຈົ່ງເພີ່ມທະວີຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ເປັນແບບຢ່າງໃນການຈັດຕັ້ງປະຕິບັດແນວທາງຂອງພັກ ແລະ ການຊີ້ນຳຂອງຂັ້ນເທິງ, ເອົາໃຈໃສ່ກໍ່ສ້າງ-ປັບປຸງກຳລັງ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ມີແບບແຜນທີ່ທັນສະໄໝ ເພື່ອຮັບໃຊ້ຊາດ-ຮັບໃຊ້ປະຊາຊົນຢ່າງແທ້ຈິງ.