ຄ້າຍຄຸມຂັງ-ດັດສ້າງ ພາຍໃນແຂວງ ປະຈຳປີ 2019 ຈໍານວນ 100 ກວ່າຄົນ, ສ່ວນຫຼາຍແມ່ນນັກໂທດຄະດີຢາເສບຕິດ. ໂດຍການເຂົ້າຮ່ວມຂອງທ່ານ ບຸນມາ ສຸດສະດາວອນ ຫົວໜ້າອົງການໄອຍະ ການປະຊາຊົນແຂວງ ທັງເປັນຮອງປະທານຄະນະກຳມະການ ອະໄພຍະໂທດຂັ້ນແຂວງ, ພັອ ຄຳພອນ ສີກຸມພົນ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ມີບັນດາພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມໃນວັນທີ 28 ມັງກອນ 2020.

ພັທ ບຸນໜາ ດວງປັນຍາ ຮອງຫົວໜ້າຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຄຳມ່ວນ ໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 031/ປປທ ລົງວັນທີ 10 ມັງກອນ 2020 ວ່າດ້ວຍການອະ ໄພຍະໂທດແກ່ນັກໂທດຜູ້ທີ່ມີຄວາມ ກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2019 ຄົບຮອບ 44 ປີ ກໍຄື ລັດຖະທຳມະນູນແຫ່ງ ສປປ ລາວ ໝວດທີ 6 ມາດຕາທີ 67 ຂໍ້ທີ່ 12 ກ່ຽວກັບການຕົກລົງໃຫ້ອະໄພຍະໂທດ ສະເພາະແຂວງຄຳມ່ວນ ມີນັກໂທດທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດ, ຫຼຸດຜ່ອນໂທດ ທັງໝົດ 110 ຄົນ. ໃນນັ້ນ, ຄະ ດີຢາເສບຕິດລວມມີ 105 ຄົນ, ຄົນຕ່າງປະເທດ 2 ຄົນ, ຄະດີທົ່ວ ໄປມີ 5 ຄົນ, ສ່ວນນັກໂທດທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດປ່ອຍຕົວ ມີຈຳນວນ 41 ຄົນ ແລະ ເປັນຄົນຕ່າງປະເທດ 1 ຄົນ.

ໃນທົ່ວປະທດ, ມີນັກໂທດໄດ້ຮັບການອະໄພຍະໂທດປີນີ້ທັງໝົດ 2.146 ຄົນ, ຍິງ 347 ຄົນ. ໃນນັ້ນ, ມີຄົນຕ່າງປະເທດ 39 ຄົນ, ຍິງ 2 ຄົນ; ເຊິ່ງອະໄພຍະໂທດດ້ວຍການຫຼຸດຜ່ອນໂທດມີຈຳນວນ 1.824 ຄົນ, ຍິງ 291 ຄົນ. ຄົນຕ່າງປະເທດ 34 ຄົນ, ຍິງ 2 ຄົນ. ປະກອບມີ: ຄົນມຽນມາ 5 ຄົນ, ໄທ 7 ຄົນ, ຫວຽດນາມ 12 ຄົນ, ນີເຊຣີ 2 ຄົນ, ການາດາ 1 ຄົນ, ຈີນ 4 ຄົນ, ຣູມານີ 1 ຄົນ, ຮົງກາລີ 1 ຄົນ ແລະ ອົດສະຕຣາລີ 1 ຄົນ; ເຊິ່ງໃນນີ້, ຄະດີນັກໂທດຢາເສບຕິດມີ 1.736 ຄົນ, ໄດ້ຮັບການຫຼຸດຜ່ອນໂທດຈາກໂທດຕະຫຼອດຊິວິດມາເປັນໂທດມີກຳນົດ 20 ປີ ລວມມີ 45 ຄົນ, ນັກໂທດຄະດີທົ່ວໄປມີ 88 ຄົນ ແລະ ອະໄພຍະໂທດດ້ວຍການປ່ອຍ ຕົວນັກໂທດມີຈຳນວນ 322 ຄົນ.