ກອງປະຊຸມໃຫ່ຍຄັ້ງທີ III ຂອງ ອົງຄະນະພັກ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ຈັດຂຶ້ນໃນວັນທີ 27 ມັງກອນ 2020, ເປັນປະທານໂດຍ ສະຫາຍ ພັອ ສົມໄຊ ຈັນທະວົງ ກຳມະການພັກແຂວງ ເລຂາອົງຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ; ເຂົ້າຮ່ວມມີ ສະຫາຍ ເພັດຖາວອນ ພິລາວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຫຼວງນໍ້າທາ, ມີຕາງໜ້າຈາກກະຊວງປ້ອງກັນຄວາມສະຫງົບ, ການນຳຂອງແຂວງ; ແຂກຮັບເຊີນຈາກອ້ອມຂ້າງແຂວງ, ປກສ ເມືອງ, ປກສ ເຂດ, ລປພ, ກອງກໍ່ສ້າງຮາກຖານ 914, ພະນັກງານອາວຸໂສບໍານານ, ອະດີດການນຳຂອງກອງບັນຊາການ, ຜູ້ເເທນກອງປະຊຸມໃຫ່ຍເຂົ້າຮ່ວມທັງໝົດ 110 ສະຫາຍ ຍິງ 11 ສະຫາຍ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ປກສ ແຂວງຫຼວງນ້ຳທາ
ກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ປກສ ແຂວງຫຼວງນ້ຳທາ

ສະຫາຍ ພັອ ສົມໄຊ ຈັນທະວົງ ໄດ້ຂຶ້ນກ່າວເປີດກອງປະຊຸມ ວ່າ: ໃນກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຕີລາຄາ, ປະເມີນຜົນກ່ຽວກັບຈຸດດີ-ຜົນງານໄຊຊະນະແຫ່ງການນຳພາຂອງຄະນະພັກ ໃນໄລຍະ 5 ປີຜ່ານມາ ພ້ອມທັງຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງເພື່ອພ້ອມກັນດັດແປງແກ້ໄຂໃຫ້ຂາດຕົວ; ຄົ້ນຄ້ວາປຶກສາຫາລື ແລະ ເອກະພາບຮັບຮອງເອົາທິດທາງໜ້າທີ່ແຫ່ງການສືບຕໍ່ຊີ້ນຳ-ນຳພາແຕ່ນີ້ຮອດປີ 2024 ດ້ວຍການຕີລາຄາສະພາບການໃນແງ່ປ້ອງກັນຄວາມສະຫງົບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະ ບຽບຮຽບຮ້ອຍ ແລະ ສະຫງົບປອດໄພໃນລະດັບດີ ເພື່ອໃຫ້ປະຊາຊົນສ້າງສາ ທຳມາຫາກິນ ແລະ ພັດທະນາບ້ານເມືອງ.

ກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ປກສ ແຂວງຫຼວງນ້ຳທາ
ກອງປະຊຸມໃຫຍ່ ຄັ້ງທີ III ຂອງ ອົງຄະນະພັກ ປກສ ແຂວງຫຼວງນ້ຳທາ

ກອງປະຊຸມດັ່ງກ່າວ, ຈະໄດ້ດໍາເນີນການເລືອກຕັ້ງເອົາຄະນະພັກຊຸດໃໝ່ ແລະ ເລືອກຕັ້ງເອົາຜູ້ແທນໄປເຂົ້າຮ່ວມກອງປະຊຸມໃຫ່ຍ ຄັ້ງທີ VIII ຂອງຄະນະບໍລິຫານງານພັກແຂວງ ໃຫ້ໄດ້ຕາມມາດຖານເງື່ອນໄຂ ເພື່ອຮັບປະກັນໃຫ້ ແກ່ການຊີ້ນຳ-ນໍາພາໃນຂົງເຂດປ້ອງກັນຄວາມສະຫງົບໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ໂດຍມີການນໍາພາຂອງພັກ.