ແຕ່ງຕັ້ງ ຮັກສາການ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ

0
2149

ກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ຈັດພິທີປະກາດແຕ່ງຕັ້ງ ຮັກສາການ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ ໃນວັນທີ 4 ກຸມພາ 2020, ເປັນປະທານໂດຍ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ເຂົ້າຮ່ວມໂດຍ ພົຕ ຄຳລຽງ ອຸທະໄກສອນ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ເຈົ້າແຂວງໆໄຊສົມບູນ, ເຊິ່ງມີບັນດາຫົວໜ້າກົມ, ຮອງກົມ, ຄະນະກອງບັນຊາການ, ປກສ 5 ເມືອງ ແລະ ແຂກຮັບເຊີນ ເຂົ້າຮ່ວມດ້ວຍ.

ໃນພິທີ, ພັອ ຄອນສະຫວັນ ສົມພາໄຊ ຫົວໜ້າກົມຈັດຕັ້ງ-ພະນັກງານ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ໄດ້ຜ່ານຂໍ້ຕົກລົງ 2 ສະບັບ ດັ່ງນີ້:

  1. ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 260/ປກສ ລົງວັນທີ 31 ມັງກອນ 2020 ວ່າດ້ວຍ ການອະນຸຍາດໃຫ້ນາຍຕຳຫຼວດ ຢູ່ກອງບັນຊາການ ປກສ ແຂວງໄຊສົມບູນ ພັກການ ເພື່ອກຽມຮັບບຳນານ, ໂດຍອະນຸຍາດໃຫ້ ພັອ ພິມພາ ທິຖາວອນ ຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ ພັກການ ເພື່ອລໍຖ້າດຳລັດຂອງ ນາຍົກລັດຖະມົນຕີ ອະນຸມັດຢ່າງເປັນທາງການ.
  2. ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 253/ປກສ ລົງວັນທີ 31 ມັງກອນ 2020 ວ່າດ້ວຍ ການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງ, ໂດຍແຕ່ງຕັ້ງ ພັອ ບົວພັນ ອິນທະປັນຍາ ເປັນ ຮັກສາການ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ

ສ່ວນຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ການປັບປຸງການຈັດຕັ້ງໃນຄັ້ງນີ້ ກໍເພື່ອຊີ້ນຳ-ນຳພາວຽກງານປ້ອງກັນຄວາມສະຫງົບ ເຊິ່ງເປັນວຽກງານທີ່ສຳຄັນທາງດ້ານຍຸດທະສາດ ແລະ ຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ເວົ້າລວມ, ເວົ້າສະເພາະ ກໍຄື ແຂວງໄຊສົມບູນ ໃຫ້ມີຄວາມສະຫງົບສຸກ 100%.

ກອງບັນຊາການ ປກສ ແຂວງໄຊສົມບູນ

ໂອກາດນີ້, ພົທ ວິໄລ ຫຼ້າຄຳຟອງ ໄດ້ເນັ້ນໃຫ້ຜູ້ໄດ້ຮັບຕໍາແໜ່ງໃໝ່ ຈົ່ງສືບຕໍ່ເພີ່ມທະວີການນຳພາໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກ ກໍຄື ກຳລັງປະກອບອາວຸດ, ເພີ່ມທະວີການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ກຳລັງ ປກສ ແຂວງໄຊສົມບູນ ໃຫ້ເຂົ້າໃຈແຈ້ງ ແລະ ກຳແໜ້ນຕໍ່ພາລະໜ້າທີ່ຂອງຕົນ. ພ້ອມກັນນັ້ນ, ກໍໃຫ້ສືບຕໍ່ລົງຮາກຖານສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ໜັກແໜ້ນ ຕິດພັນກັບ ການພັດທະນາຊົນນະບົດຮອບດ້ານ.

ຢ່າງໃດກໍຕາມ, ຜູ້ທີ່ໄດ້ຮັບມອບໝາຍເປັນ ຮັກສາການ ຫົວໜ້າກອງບັນຊາ ປກສ ແຂວງໄຊສົມບູນ ແລະ ຄະນະ ຕ້ອງເພີ່ມທະວີຄວາມສາມັກຄີພາຍໃນ ໃຫ້ແໜ້ນແຟ້ນ, ປັບປຸງແບບແຜນການນຳພາ ແລະ ແບບແຜນວິທີການເຮັດວຽກ ໃຫ້ຖືກຕ້ອງສອດຄ່ອງ ໂດຍຢຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງທຸກຂັ້ນ ແລະ ມີການກວດກາ-ຊີ້ນຳຢ່າງແທດເຖິງ ເພື່ອເຮັດສຳເລັດໜ້າທີ່ ຕາມການມອບໝາຍຂອງພັກ-ລັດ.