ໃນເດືອນມັງກອນ ທີ່ຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດ ປກສ ແຂວງໄຊຍະບູລີ ສືບຮູ້ການເຄື່ອນໄຫວຊື້-ຂາຍຢາເສບຕິດຂອງກຸ່ມເປົ້າໝາຍ ຈຶ່ງໄດ້ແຕ່ງຕັ້ງໜ່ວຍງານວິຊາສະເພາະລົງຕິດຕາມການເຄື່ອນໄຫວ ແລະ ສາມາດກັກຕົວເປົ້າໝາຍ ໄດ້ 2 ຄົນ ຢູ່ບ້ານພັກແຫ່ງໜຶ່ງໃນເທດສະບານ ແຂວງໄຊຍະບູລີ ພ້ອມຢາບ້າ 2.000 ກວ່າເມັດ.

ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງໄຊຍະບູລີ ເປີດເຜີຍວ່າ: ພາຍຫຼັງສືບຮູ້ກຸ່ມເປົ້າ ໝາຍມີການເຄື່ອນໄຫວລັກລອບຂາຍຢາເສບຕິດ ຈຶ່ງໄດ້ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະຕິດຕາມເປົ້າໝາຍ ຈົນໄດ້ຫຼັກຖານທີ່ຊັດເຈນ. ມາຮອດ ວັນທີ 30 ມັງກອນ 2020, ກໍສາມາດກັກຕົວເປົ້າໝາຍໄດ້ 2 ຄົນ ຊື່ ທ້າວ ສອນວິໄລ ອາຍຸ 36 ປີ ບ້ານຈວນສະຫັວນ ແລະ ທ້າວ ບຸນທະວີ ອາຍຸ 36 ປີ ຢູ່ບ້ານໃໝ່ຕາກແດດ ທັງສອງຢູ່ເມືອງຊະນະຄາມ ແຂວງວຽງຈັນ ພ້ອມທັງຢຶດຢາບ້າໄດ້ 2.030 ເມັດ, ປືນຫັນລີ 1 ກະບອກ ພ້ອມດ້ວຍລູກ ປືນ ຈຳນວນ 10 ລູກ, ເງິນບາດ 21.000 ບາດ, ເງິນໂດລາ 20 ໂດລາ, ລົດຈັກ 1 ຄັນ ແລະ ໂທລະສັບ 3 ເຄື່ອງ.

ເຈົ້າໜ້າທີ່ ໄດ້ນຳພວກກ່ຽວທັງສອງຄົນໄປດຳເນີນການສອບສວນ ແລະ ດໍາເນີນຄະດີ ຕາມຂັ້ນຕອນຂອງກົດ ໝາຍ.