ກະຊວງ ປກສ ໄດ້ຈັດພິທີປະດັບຊັ້ນພົນຕີໃຫ້ ພົຈວ ບຸນມີ ແສງຄໍາຢອງ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງ ປກສ ໃນວັນທີ 6 ກຸມພາ 2020, ປະດັບຊັ້ນໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ເຊິ່ງໃນພິທີມີ ຄະນະພັກ-ຄະນະນໍາກະຊວງ, ມີຫົວໜ້າກົມໃຫຍ່, ຫ້ອງວ່າການກະຊວງ, ຫົວໜ້າກົມ ແລະ ວິທະຍາຄານ ເຂົ້າຮ່ວມ.

ພົຈວ ບຸນມີ ແສງຄໍາຢອງ ຫົວໜ້າກົມໃຫຍ່ສັນຕິບານ ກະຊວງ ປກສ

ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຂຶ້ນຜ່ານລັດຖະດຳລັດຂອງ ປະທານປະເທດ ສະບັບເລກທີ 034/ປປທ ໂດຍຕົກລົງເລື່ອນຊັ້ນ:

ໃນພິທີ, ພົທ ວິໄລ ຫຼ້າຄຳຟອງ ໄດ້ຊີ້ນໍາໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນຄັ້ງນີ້ ຈົ່ງຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງຢ່າງຮອບດ້ານ, ອອກແຮງຄົ້ນຄວ້າຮໍ່າຮຽນ, ຍົກລະດັບຄວາມຮູ້-ຄວາມສາມາດດ້ານຕ່າງໆ ໃຫ້ສູງຂຶ້ນ, ເຮັດຫຼ້ອນໜ້າທີ່ການເມືອງຂອງຕົນເປັນຢ່າງດີ ແລະ ເດັດດ່ຽວປັບປຸງແບບແຜນນໍາພາ-ບັນຊາ ໃຫ້ລວມສູນ.

ພ້ອມທັງເສີມຂະຫຍາຍຄວາມສາມັກຄີພາຍໃນ ໃຫ້ໜັກແໜ້ນ, ຍົກສູງຄວາມເປັນແບບຢ່າງນໍາໜ້າທີ່ດີ ໃຫ້ແກ່ໝູ່ຄະນະ, ນາຍ ແລະ ພົນຕໍາຫລວດ, ເພີ່ມທະວີຄວາມຮັບຜິດຊອບ ຕໍ່ການນໍາພາ-ບັນຊາກຳລັງໃຫ້ດີ, ພາວະວິໃສທ່ຽງທໍາ ແລະ ຕັ້ງໜ້າກໍ່ສ້າງພັກ-ກໍ່ສ້າງກຳລັງ ໃຫຍ່ເຕີບໃຫຍ່ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ.