ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີມອບຮັບໜ້າທີ່ ລະຫວ່າງ ພັອ ບຸນຖະໜອມ ສັກກະເສີມສຸກ ຫົວໜ້າກົມ (ຜູ້ເກົ່າ) ທີ່ໄດ້ອອກພັກຜ່ອນ-ຮັບເບ້ຍບໍານານ ແລະ ພັທ ສອນພະຈັນ ທໍາມະວົງ ຫົວໜ້າກົມ (ຜູ້ໃໝ່) ໃນວັນທີ 6 ກຸມພາ 2020, ເຂົ້າຮ່ວມໂດຍ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນະກົມ, ຫົວໜ້າພະແນກ, ຫົວໜ້າກອງ, ແຂກຮັບເຊີນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັອ ບຸນຖະໜອມ ສັກກະເສີມສຸກ ໄດ້ສະຫຼຸບຕີລາຄາ ການຈັດຕັ້ງນໍາພາວຽກງານໂຄສະນາອົບຮົມ ໃນໄລຍະແຕ່ປີ 2014-2020 ວ່າ:

ໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ພາຍໃນກົມກອງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານແນວຄິດ ແລະ ການຈັດຕັ້ງ ເປັນຕົ້ນ, ໄດ້ນໍາເອົາເນື້ອໃນຈິດໃຈບັນດາເອກະສານ, ມະຕິຕ່າງໆຂອງພັກ-ລັດ ການຈັດຕັ້ງຂັ້ນເທິງວາງອອກ ມາຈັດຕັ້ງຜັນຂະຫຍາຍໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ໄດ້ຮັບຮູ້ເຂົ້າໃຈ ແລະ ນໍາໄປຈັດຕັ້ງປະຕິບັດ ຢ່າງມີຜົນສໍາເລັດ.

ພັອ ບຸນຖະໜອມ ສັກກະເສີມສຸກ ຂຶ້ນຜ່ານບົດສະຫຼຸບຕີລາຄາ ການຈັດຕັ້ງນໍາພາວຽກງານໂຄສະນາອົບຮົມ ໃນໄລຍະແຕ່ປີ 2014-2020

ດ້ານວຽກງານວິຊາສະເພາະ ໄດ້ນໍາພາວຽກງານຫ້ອງການ, ໂຄສະນາ, ອົບຮົມ, ວັດທະນະທໍາ, ກອງວິຈິດຕະກໍາ, ກອງສິລະປະກອນ ແລະ ວຽກງານການພິມ, ການເຄື່ອນໄຫວທາງດ້ານວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ ແລະ ສໍາເລັດຕາມລະດັບຄາດໝາຍ ເຊິ່ງສະແດງອອກຄື:

  • ໄດ້ຂຽນເອກະສານແຈ້ງການ, ໜັງສືເຊີນ, ໜັງສືສະເໜີ ແລະ ໃບຄໍາຮ້ອງພົວພັນວຽກງານຕ່າງໆໄດ້ 849 ສະບັບ
  • ໄດ້ຄົ້ນຄວ້າບັນດາເອກະສານສໍາຄັນຕ່າງໆຂອງ ທ່ານຜູ້ນໍາ ແລະ ເອກະສານສໍາຄັນຕ່າງໆຂອງພັກຂອງຊາດ
  • ໄດ້ຈັດຕັ້ງປາຖະກະຖາ ລວມມີຈໍານວນ 45 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 17.563 ຄົນ ຍິງ 2.963 ຄົນ
  • ໄດ້ນໍາພາຂຶ້ນແຜ່ນປະດັບປະດາຮູບ, ຄໍາຂວັນ, ຕິດປ້າຍບິວບອດ, ປ້າຍເອເລັກໂຕຣນິກ ຢູ່ສະຖານທີ່ຕ່າງໆ ໃນວັນສໍາຄັນໄດ້ 656 ແຜ່ນ ແລະ ມີ 19 ປ້າຍ
  • ສ້າງປະຕິທິນ ປກສ ປີ 2014-2020 ໄດ້ຈໍານວນ 21.000 ສະບັບ ແລະ ແຜ່ນພັບມູນເຊື້ອກໍາລັງ ປກສ ໄດ້ 5.000 ຊຸດ
  • ສ້າງແຜ່ນຊີດີເພງ ປກສ ຄົບຮອບ 55 ປີ ໄດ້ 30.000 ແຜ່ນ
  • ນໍາພາພະນັກງານ-ນັກຮົບ ສະແດງຮັບໃຊ້ງານຕ່າງໆ ໄດ້ທັງໝົດຈໍານວນ 429 ຄັ້ງ, ສະແດງຢູ່ຕ່າງແຂວງ 5 ຄັ້ງ ແລະ ຕ່າງປະເທດ 13 ຄັ້ງ
  • ແກະສະຫຼັກໄມ້ຮູບແບບຕ່າງໆໄດ້ 42 ຮູບແບບ, ແຕ້ມຮູບໄດ້ 30 ຮູບ, ປັ້ນຈໍາລອງຖໍ້າສັນຕິລາດໄດ້ 10 ໜ່ວຍ, ແກະໂລໂກ້ ປກສ ໄດ້ 12 ແຜ່ນ
  • ພິມໜັງສືພິມໄດ້ 1.452.000 ສະບັບ ແລະ ວາລະສານໄດ້ 66. 000 ສະບັບ
  • ແຜນພັບມູນເຊື້ອກໍາລັງ ປກສ ຈໍານວນ 5.000 ຊຸດ

ຫຼັງຈາກນັ້ນ, ກໍໄດ້ມີພິທີເຊັນມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າກົມໂຄສະນາອົບຮົມ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ.

ໃນພິທີ, ພົຈວ ອຸ່ນຫຼ້າ ວົງພະຈັນ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ການຊີ້ນຳ-ນໍາພາຂອງ ຫົວໜ້າກົມ ຜູ້ເກົ່າ ທີ່ຍາດມາໄດ້ ໃນໄລຍະຜ່ານມາ, ເຊິ່ງມີຫຼາຍອັນທີ່ພົ້ນເດັ່ນ ແລະ ພັດທະນາດີຂຶ້ນກວ່າເກົ່າ ໂດຍສະເພາະແມ່ນ ການສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ແລະ ນໍາພາປະຕິບັດວຽກງານວິຊາສະເພາະ ຈົນມີຜົນສໍາເລັດຫຼາຍດ້ານ.

ນອກນັ້ນ, ທ່ານກໍຍັງໄດ້ເນັ້ນໜັກໃຫ້ ຫົວໜ້າກົມ ຜູ້ໃໝ່ ເອົາໃຈໃສ່ໃນການສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ແກ່ກໍາລັງ ກໍຄື ສະມາຊິກພັກ, ພະນັກງານ-ນັກຮົບ ຢູ່ພາຍໃນກົມກອງຂອງຕົນ ໃຫ້ມີແນວຄິດໜັກແໜ້ນ, ເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງພັກ ແລະ ການຈັດຕັ້ງກົມກອງ, ພ້ອມກັນສືບຕໍ່ປະຕິບັດວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ມີຜົນສໍາເລັດ.