ທ້າຍອາທິດຜ່ານມາ, ພັທ ດໍເດດ ແກ້ວ ສິດທິເດດເດດດາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈຳປາ ສັກ ໄດ້ສຶກສາອົບຮົມກຸ່ມມົ້ວສຸມຢາເສບຕິດຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ໂດຍມີຜູ້ມົ້ວສຸມຢາເສບຕິດ ຈຳນວນ 37 ຄົນ ຍິງ 4 ຄົນ ເຂົ້າຮັບຟັງ.

ການສຶກສາອົບຮົມໃນຄັ້ງນີ້ ໄດ້ນຳເອົາເອກະສານຕ່າງໆມາເຜີຍແຜ່ ເປັນຕົ້ນແມ່ນເອກະສານປະກົດການຫຍໍ້ທໍ້ທີ່ ເກີດຂຶ້ນໃນສັງຄົມ, ເອກະສານຜົນຮ້າຍຂອງຢາເສບຕິດ, ກົດໝາຍອາຍາ ມາດຕາ 315 ຂອງກົດໝາຍວ່າດ້ວຍຢາເສບຕິດ, ເອກະສານກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງ, ສິດ ແລະ ພັນທະຂອງພົນລະເມືອງລາວ, ກົດ ໝາຍ ມາດຕາ 146, ມາດຕາ 75, 76 ເພື່ອແນໃສ່ໃຫ້ຜູ້ເສບຢາເສບຕິດທຸກຄົນຮັບຮູ້ ແລະ ເຂົ້າໃຈເຖິງບັນດາຜົນຮ້າຍຕ່າງໆທີ່ມີຕໍ່ຕົນເອງ ແລະ ສັງຄົມ ໂດຍສະເພາະແມ່ນການກໍ່ໃຫ້ເກີດມີການຂີ້ລັກງັດແງະ, ອາລະວາດຕີກັນ ໄປຈົນຮອດການກໍ່ອາດຊະຍາກຳ ແລະ ການຄາດຕະກຳ ພ້ອມທັງໃຫ້ເຂົາເຈົ້າຮູ້ເຖິງລະບຽບກົດໝາຍທີ່ຈະຕ້ອງໄດ້ປະຕິບັດຕໍ່ທັງຜູ້ເສບ ແລະ ຜູ້ຂາຍ ເມື່ອຖືກປະຕິບັດໂທດ.

ໃນໂອກາດນີ້, ທ່ານຍັງຍົກໃຫ້ເຫັນສະພາບຄວາມວຸ່ນວາຍ ແລະ ເຫດການຄວາມບໍ່ສະຫງົບຕ່າງໆທີ່ມີສາເຫດມາຈາກການເສບຢາເສບຕິດ ແລະ ຮຽກຮ້ອງໃຫ້ຜູ້ເສບຢາເສບຕິດທຸກຄົນ ຈົ່ງພ້ອມກັນຕື່ນຕົວສະໝັກໃຈໄປບຳບັດ-ດັດສ້າງ ແລະ ຢຸດເຊົາເສບຢາເສບຕິດ ບໍ່ກັບໄປມົ້ວສຸມອີກ, ກັບຕົວກັບໃຈມາເປັນພົນລະເມືອງດີ ປະ ກອບອາຊີບທີ່ຖືກຕ້ອງຕາມລະບຽບກົດໝາຍ.