ວັນທີ 5 ກຸມພາ 2020 ນີ້, ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ນໍາເອົາລົດມອດໄຟ ຈໍານວນ 1 ຄັນ ໄປມອບໃຫ້ກອງບັນຊາການ ປກສ ເມືອງບໍລິຄັນ, ກ່າວມອບໂດຍ ພັທ ກົງຈັນ ໄຊປັນຍາ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ແລະ ກ່າວຮັບໂດຍ ພັທ ແກ້ວສຸວັນ ວັນນະແຝງ ຫົວໜ້າກອງບັນຊາການ ປກສ ເມືອງ, ມີທ່ານ ນາງ ວາລີ ສຸດທະວົງ ຫົວໜ້າຄະນະຈັດຕັ້ງເມືອງ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າ ຮ່ວມ.

ພັທ ກົງຈັນ ໄຊປັນຍາ ກ່າວວ່າ: ຍ້ອນເຫັນໄດ້ຄວາມຂາດເຂີນ ແລະ ບໍ່ພຽງພໍດ້ານພາຫະນະຮັບໃຊ້ກ່ຽວກັບວຽກງານວິຊາສະເພາະຂອງກອງບັນຊາການ ປກສ ເມືອງບໍລິຄັນ ໂດຍສະເພາະແມ່ນວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ຈຶ່ງໄດ້ນໍາເອົາລົດມອດໄຟ ຈໍານວນ 1 ຄັນ ມາມອບໃຫ້ ເພື່ອນໍາໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ເພື່ອນໍາໃຊ້ເຂົ້າໃນການດັບມອດໄຟໃນເວລາເກີດເຫດໄຟໄໝ້ໃຫ້ທັນເວລາ ແນໃສ່ເພື່ອປົກປ້ອງຊີວິດ, ສຸຂະພາບ ແລະ ຊັບສິນຂອງພໍ່-ແມ່ປະຊາ ຊົນບັນດາເຜົ່າ.

ໃນໂອກາດດຽວກັນ, ພັທ ແກ້ວສຸວັນ ວັນນະແຝງ ຍັງກ່າວສະແດງຄວາມຂອບໃຈຕໍ່ ພັທ ກົງຈັນ ໄຊປັນຍາ ພ້ອມດ້ວຍຄະນະ ທີ່ນໍາເອົາລົດຄັນດັ່ງກ່າວມາມອບໃຫ້ໃນຄັ້ງນີ້, ເຊິ່ງຈະນຳລົດດັ່ງກ່າວໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິຜົນສູງຂຶ້ນກວ່າເກົ່າ.