ຕາມໜ້າທັງ 8 ບ້ານ ຂຶ້ນຮັບໃບຢັ້ງຢືນ ບ້ານແບບຢ່າງປະຕິບັດກົດໝາຍ
ຕາງໜ້າທັງ 8 ບ້ານ ຂຶ້ນຮັບໃບຢັ້ງຢືນບ້ານແບບຢ່າງປະຕິບັດກົດໝາຍ

ກຸ່ມ 7 ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈັດພິທີປະກາດການຈັດຕັ້ງປະຕິບັດວຽກງານການສ້າງ ບ້ານແບບຢ່າງປະຕິບັດກົດໝາຍ; ໃນນີ້, ມີ 8 ບ້ານຄື: ບ້ານໂຊກນ້ອຍ, ໂຊກໃຫຍ່, ໂພນທອງ, ນາບຽນ, ບ້ານດຸງ, ນາໄຫ, ຈອມສີ ແລະ ບ້ານນາໂນ ໃນວັນທີ 6 ກຸມພາ; ເຂົ້າຮ່ວມເປັນປະທານໂດຍ ທ່ານ ສີວິໄລ ທະວີສິນ ຮອງຫົວໜ້າພະແນກຍຸຕິທຳ ນະ ຄອນຫຼວງວຽງຈັນ, ມີຫົວໜ້າຫ້ອງການຍຸຕິທໍາເມືອງ, ນາຍບ້ານ, ແຂກຮັບເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສີວິໄລ ທະວີສິນ ຮອງຫົວໜ້າພະແນກຍຸຕິທຳ ນະ ຄອນຫຼວງວຽງຈັນ
ທ່ານ ສີວິໄລ ທະວີສິນ ຮອງຫົວໜ້າພະແນກຍຸຕິທຳ ນະຄອນຫຼວງວຽງຈັນ

ທ່ານ ຄໍາເຝືອ ແສງດີ ນາຍບ້ານໆນາໄຫ ໄດ້ຕາງໜ້າຜ່ານບົດ ສະຫຼຸບວ່າ: ການສ້າງຄອບຄົວ, ບ້ານແບບຢ່າງປະຕິບັດກົດໝາຍ ເປັນວຽກໜຶ່ງທີ່ສໍາຄັນ ແລະ ເປັນການປະກອບສ່ວນໂດຍກົງທີ່ສໍາຄັນໃນການສ້າງຮາກຖານການເມືອງ, ການສ້າງ ແລະ ກຸ່ມບ້ານພັດທະນາຮອບດ້ານ ເປັນການສ້າງອະລິຍະທໍາທາງດ້ານກົດໝາຍ ໝາຍເຖິງການສ້າງຄວາມສີວິໄລ-ຍຸຕິທໍາ, ຄວາມສາມັກຄີເອື້ອເຟື້ອບົນພື້ນຖານລັດຖະທໍາມະນູນ, ກົດໝາຍໃຫ້ແກ່ຄອບຄົວ ແລະ ປະຊາຊົນພາຍໃນບ້ານ; ສະນັ້ນ, ໃນຈໍານວນ 48 ບ້ານທີ່ຂຶ້ນກັບເມືອງໄຊເສດຖາ ໄດ້ມີການປັບປຸງຕາມຂໍ້ຕົກລົງ, ຄໍາແນະນໍາທີ່ຂັ້ນເທິງມອບໝາຍໃຫ້ຢ່າງເຂັ້ມງວດ ແລະ ຫຼາຍຄັ້ງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງບ້ານ ກໍຄືສັງຄົມ ແລະ ຜ່ານການປະເມີນບ້ານແບບຢ່າງປະຕິບັດກົດໝາຍ ສາມາດຕີລາຄາ ໄດ້ຄື:

 ທ່ານ ສຸດໃຈ ສີອໍາຄາ ຫົວໜ້າຫ້ອງການຍຸຕິທໍາເມືອງ ຂຶ້ນມອບໃບຢັ້ງຢືນໃຫ້ຕາງໜ້າທັງ 8 ບ້ານແບບຢ່າງປະຕິບັດກົດໝາຍ
ທ່ານ ສຸດໃຈ ສີອໍາຄາ ຫົວໜ້າຫ້ອງການຍຸຕິທໍາເມືອງ ຂຶ້ນມອບໃບຢັ້ງຢືນໃຫ້ຕາງໜ້າທັງ 8 ບ້ານແບບຢ່າງປະຕິບັດກົດໝາຍ

ບ້ານນາໄຫ ມີ 196 ຄອບ ຄົວ, ປະຕິບັດຄອບຄົວແບບຢ່າງກົດໝາຍໄດ້ຕາມມາດຖານ 191 ຄອບຄົວ, ບໍ່ໄດ້ 5 ຄອບຄົວ ສະເລ່ຍ 96%; ບ້ານ ໂຊກນ້ອຍ ມີ 630 ຄອບຄົວ ປະຕິບັດໄດ້ 624 ຄອບຄົວ, ບໍ່ໄດ້ 6 ຄອບຄົວ ສະເລ່ຍ 94%; ບ້ານ ໂຊກໃຫຍ່ ມີ 528 ຄອບຄົວ ປະຕິບັດໄດ້ 510 ຄອບຄົວ, ບໍ່ໄດ້ 18 ຄອບຄົວ ສະເລ່ຍ 92%; ບ້ານໂພນທອງ ມີ 246 ຄອບຄົວ ປະຕິບັດໄດ້ 223 ຄອບຄົວ, ບໍ່ໄດ້ 23 ຄອບຄົວ ສະເລ່ຍ 96%; ບ້ານນາບຽນ ມີ 186 ຄອບຄົວ ປະຕິບັດໄດ້ 183 ຄອບ ຄົວ, ບໍ່ໄດ້ 3 ຄອບຄົວ ສະເລ່ຍ 94,66%; ບ້ານດຸງ ມີ 317 ຄອບຄົວ ປະຕິບັດໄດ້ 311 ຄອບຄົວ, ບໍ່ໄດ້ 6 ຄອບຄົວ ສະເລ່ຍ 93, 16%; ບ້ານຈອມສີ 106 ຄອບ ຄົວ ປະຕິບັດໄດ້ 98 ຄອບຄົວ, ບໍ່ໄດ້ 8 ຄອບຄົວ ສະເລ່ຍ 64, 66% ແລະ ບ້ານນາໂນ ປະກອບມີ 310 ຄອບຄົວ ປະຕິບັດໄດ້ຕາມ ມາດຖານ 304 ຄອບຄົວ, ບໍ່ໄດ້ 6 ຄອບຄົວ ສະເລ່ຍ 95%.

ປ້າຍປະກາດ ບ້ານແບບຢ່າງປະຕິບັດກົດໝາຍ
ປ້າຍປະກາດ ບ້ານແບບຢ່າງປະຕິບັດກົດໝາຍ

ສະນັ້ນ, ຫ້ອງການຍຸຕິທໍາ ເມືອງໄຊເສດຖາ ຈຶ່ງໄດ້ອອກຂໍ້ຕົກລົງ ສະບັບເລກທີ 107-144/ຫຍທ.ຊຖ ລົງວັນທີ 4 ກຸມພາ 2020 ວ່າດ້ວຍການຮັບຮອງເປັນຄອບຄົວແບບຢ່າງປະຕິບັດກົດໝາຍ ປະຈໍາປີ 2018 ໃຫ້ກຽດມອບໃບຢັ້ງຢືນໂດຍ ທ່ານ ສຸດໃຈ ສີອໍາຄາ ຫົວໜ້າຫ້ອງການຍຸຕິທໍາເມືອງ ພ້ອມນີ້, ໃນພິທີຄະນະປະທານ, ບັນດານາຍ ບ້ານ ແລະ ແຂກເຂົ້າຮ່ວມຍັງໄດ້ຮ່ວມກັນເປີດແຜ່ນປ້າຍບ້ານແບບຢ່າງປະຕິບັດກົດໝາຍອີກດ້ວຍ.