ໃນວັນທີ 11 ກຸມພາ 2020 ນີ້, ຄະນະສານອາຍາສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ພິຈາລະນາຄະດີລະເມີດກົດຈະລາຈອນ ພາໃຫ້ເກີດອຸບັດຕິເຫດ, ເຊິ່ງເຮັດໃຫ້ຜູ້ອື່ນເສຍຊີວິດ ໂດຍຄະນະສານໄດ້ຕັດສິນໃຫ້ຈໍາເລີຍຊື່ ທ້າວ ສີນວນ ອາຍຸ 56 ປີ ຢູ່ບ້ານໂພນສົມບູນ ເມືອງສີໂຄດຕະບອງ ຈຳຄຸກ 2 ປີ.

ທ້າວ ສີນວນ ອາຍຸ 56 ປີ ຢູ່ບ້ານໂພນສົມບູນ ເມືອງສີໂຄດຕະບອງ ຈຳຄຸກ 2 ປີ

ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງສໍານວນຄະດີ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 31 ມີນາ 2019 ເວລາປະມານ 8:00 ໂມງ, ທ້າວ ສີນວນ ໄດ້ຂັບຂີ່ລົດຈັກຮອນດ້າ ເວບຮ້ອຍ ໝາຍເລກທະບຽນ ຈຜ 8133 ອອກຈາກບ້ານຂອງຕົນ ມຸ່ງໜ້າໄປບ້ານພີ່ນ້ອງຢູ່ບ້ານລາດຄວາຍ ເມືອງໄຊທານີ ເມື່ອໄປຮອດ ກໍໄດ້ຊຸມແຊວດື່ມເບຍກັນ. ຈົນຮອດເວລາປະມານ 19:00 ໂມງ ຂອງວັນດຽວກັນ, ຈໍາເລີຍ ໄດ້ຂັບຂີ່ລົດຄັນດັ່ງກ່າວ ເພື່ອຈະກັບໄປບ້ານໂພນສົມບູນ ແຕ່ພໍຮອດເຂດບ້ານອຸດົມຜົນ ຈຶ່ງໄດ້ເກີດອຸບັດຕິເຫດຕໍາກັບລົດຈັກໂຄລາວ ສີແດງ ໝາຍເລກທະບຽນ ຍລ 8376 ຂັບຂີ່ໂດຍ ທ້າວ ພຸດທະວົງ ທີ່ມຸ່ງໜ້າມາແຕ່ບ້ານໂນນແຕ້ ເຮັດໃຫ້ຜູ້ກ່ຽວໄດ້ຮັບບາດເຈັບສາຫັດ. ກ່ອນນໍາສົ່ງໄປປິ່ນປົວຢູ່ໂຮງໝໍ; ຫຼັງຈາກນັ້ນ, ວັນທີ 2 ເມສາ ເວລາປະມານ 14:00 ໂມງ ທ້າວ ພຸດທະວົງ ໄດ້ເສຍຊີວິດຕາມການຢັ້ງຢືນ ສະບັບເລກທີ 274/ຍຄ; ສ່ວນຈໍາເລີຍແມ່ນໄດ້ຮັບບາດເຈັບເລັກໜ້ອຍ. ຜ່ານການເກັບກໍາຂໍ້ມູນຫຼັກຖານຕ່າງໆແລ້ວ, ເຈົ້າໜ້າທີ່ໄດ້ລົງຄໍາເຫັນຕາມກົດລະບຽບການຈະລາຈອນ ຄື: ຈໍາເລີຍ ຜູ້ຂັບຂີ່ລົດຈັກ ໝາຍເລກທະບຽນ ຈຜ 8133 ຜິດຕໍ່ມາດຕາ 42 ບໍ່ມີປະກັນໄພລົດ ຕາມ ກົດໝາຍ ວ່າດ້ວຍການສັນຈອນທາງບົກ, ມາດຕາ 2.3 ຂັບຂີ່ໃນເມື່ອມີສະພາບມຶນເມົາ ຫຼື ສຸຂະພາບອ່ອນເພຍ ບໍ່ແຂງແຮງ ຕາມກົດລະບຽບການສັນຈອນຕາມເສັ້ນທາງຫຼວງ, ມາດຕາ 10.1 ຈໍານວນສາຍທາງສັນຈອນຍານ ພາຫະນະບໍ່ມີລາງກໍານົດດ້ວຍເສັ້ນແບ່ງທາງ ຖ້າບໍ່ມີແມ່ນຜູ້ຂັບຂີ່ເອງເປັນຜູ້ຄໍານວນຂະໜາດເໝາະສົມສາຍທາງຕາມຂະໜາດລົດຂອງຕົນ ຕາມກົດລະບຽບການສັນຈອນຕາມເສັ້ນທາງຫຼວງ ແລະ ຜິດຕໍ່ ມາດຕາ 145 ການລະເມີດກົດຈະລາຈອນ ພາໃຫ້ເກີດອຸບັດຕິເຫດ ຕາມປະມວນກົດໝາຍອາຍາ ສະບັບປີ 2017. ສ່ວນ ທ້າວ ພຸດທະວົງ (ຜູ້ເສຍຊີວິດ) ແມ່ນຜິດໃນມາດຕາ 42 ບໍ່ມີປະກັນໄພລົດ ຕາມກົດໝາຍ ວ່າດ້ວຍການສັນຈອນທາງບົກ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດ, ຖີ່ຖ້ວນ, ພາວະວິ ໄສ ແລະ ຮອບດ້ານແລ້ວເຫັນວ່າ: ມີຫຼັກຖານທີ່ຮັດກຸມໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ ການກະທໍາຂອງຈໍາເລີຍ ເປັນການກະທໍາຜິດທາງອາຍາ ໃນສະຖານການລະເມີດກົດຈະລາຈອນທີ່ພາໃຫ້ເກີດອຸບັດຕິເຫດທີ່ແຕະຕ້ອງຕໍ່ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຕາມທີ່ໄດ້ກໍານົດໄວ້ໃນປະມວນກົດ ໝາຍອາຍາ ມາດຕາ 145; ເຫັນວ່າເປັນການກະທໍາຜິດດ້ວຍຄວາມບໍ່ລະມັດລະວັງ ເນື່ອງຈາກວ່າ ຈໍາເລີຍໄດ້ຂັບລົດດ້ວຍຄວາມປະໝາດຂາດສະຕິໃນການຂັບລົດ ແລະ ບໍ່ເຄົາລົບນັບຖືລະບຽບກົດຈະລາຈອນ ຈຶ່ງພາໃຫ້ເກີດອຸບັດຕິເຫດ ເຮັດໃຫ້ທ້າວ ພຸດທະວົງ ເສຍຊີວິດ; ເຫັນວ່າຈໍາເລີຍເປັນບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນດີ, ມີກະສຽນອາຍຸຄົບຖ້ວນແລ້ວ. ດ້ວຍເຫດຜົນດັ່ງກ່າວ, ຄະນະສານ ຈຶ່ງໄດ້ພິຈາລະນາຕັດສິນລົງໂທດ ທ້າວ ສີ ນວນ ຕາມທີ່ໄດ້ກໍານົດໄວ້ໃນປະມວນ ກົດໝາຍອາຍາ ມາດຕາ 145 ວັກ 3 ຄື: ເຫັນດີຕັດສິນໃຫ້ຈໍາເລີຍຈໍາຄຸກ 2 ປີ ແລະ ປັບໃໝ 5.000.000 ກີບ.