ປັດຈຸບັນ, ບັນຫາການເກີດອຸບັດຕິເຫດບົນທ້ອງຖະໜົນໃນທຸກວັນນີ້ນັບມື້ນັບເພີ່ມຂຶ້ນ ສົ່ງຜົນເຮັດໃຫ້ນັກຂັບຂີ່ບາດເຈັບ ແລະ ເສຍຊີວິດ ເປັນຈໍານວນຫຼວງຫຼາຍພຽງອາທິດດຽວ (3-9 ກຸມພາ 2020) ທົ່ວນະຄອນຫຼວງວຽງຈັນ (ນວ) ມີອຸບັດຕິເຫດເກີດຂຶ້ນ 32 ຄັ້ງ ເສຍຊີວິດ 7 ຄົນ; ໃນນັ້ນ, ສ່ວນຫຼາຍແມ່ນຜູ້ຂັບຂີ່ລົດຈັກເສຍຊີ ວິດສູງເຖິງ 5 ຄົນ.

ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ສະຫຼຸບໄວ້ວ່າ: 1 ອາທິດທົ່ວ ນວ ມີອຸບັດຕິເຫດເກີດຂຶ້ນທັງໝົດ 32 ຄັ້ງ, ພາຫະນະເປ່ເພ ທັງໝົດ 59 ຄັນ; ໃນນີ້, ເປ່ເພເລັກໜ້ອຍ 24 ຄັນ, ສົມຄວນ 35 ຄັນ, ຄົນໄດ້ຮັບບາດເຈັບທັງໝົດ 35 ຄົນ; ໃນນີ້, ບາດເຈັບເລັກໜ້ອຍ 12 ຄົນ, ສົມຄວນ 10 ຄົນ, ສາຫັດ 8 ຄົນ ແລະ ເສຍຊີວິດ 7 ຄົນ ສະເພາະຄົນຂັບລົດຈັກເສຍຊີວິດສູງເຖິງ 5 ຄົນ, ຜູ້ຊ້ອນທ້າຍເສຍຊີວິດ 1 ຄົນ ແລະ ຄົນຍ່າງເສຍຊີວິດ 1 ຄົນ; ຈາກອຸບັດຕິເຫດທີ່ເກີດຂຶ້ນ ນັກຂັບຂີ່ລະເມີດດ້ວຍການດື່ມສິ່ງມຶນເມົາ 18 ຄົນ ແລະ ບໍ່ມີໃບຂັບຂີ່ 22 ຄົນ ຕໍ່ກັບອຸບັດຕິເຫດທີ່ເກີດຂຶ້ນສ້າງຜົນເສຍຫາຍ ຄິດເປັນເງິນ 457.000.000 ກີບ.

ເວລາ 22:45 ໂມງ ວັນທີ 3 ກຸມພາ 2020, ເກີດອຸບັດຕິເຫດລົດຍົນຕໍາກັບລົດຈັກຢ່າງແຮງຢູ່ເສັ້ນທາງເຂດບ້ານດອນຕິ້ວ ເມືອງໄຊທານີ ເຮັດໃຫ້ ທ້າວ ສົມພອນ ອາຍຸ 55 ປີ ກໍາມະກອນຢູ່ບ້ານໂນນສະອາດ ເມືອງໄຊທານີ ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່; ເວລາ 16:40 ໂມງ ວັນທີ 3 ກຸມພາ, ເກີດອຸບັດຕິເຫດລົດຍົນຕໍາຄົນຢູ່ເຂດບ້ານໄຊສະຫວ່າງ ເຮັດໃຫ້ ນາງ ດິງ ທິຮາຍ ສັນຊາດຫວຽດນາມ ຄ້າຂາຍ ພັກເຊົາຢູ່ບ້ານໂພນຄໍ້ ເມືອງໄຊທານີ ເສຍຊີວິດ, ເກີດອຸບັດຕິເຫດລົດຈັກຕໍາລົດບັນທຸກ ຢູ່ເສັ້ນທາງ 450 ປີ ເຂດບ້ານນາໄຫ ຢ່າງແຮງ ໃນເວລາ 16:30 ໂມງຂອງວັນທີ 4 ກຸມພາ ສົ່ງຜົນເຮັດໃຫ້ ທ້າວ ເອື້ອມ ອາຍຸ 35 ປີ ພະນັກງານ ຢູ່ບ້ານຈອມສີ ເມືອງໄຊເສດຖາ ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່, ເວລາ 21:00 ໂມງ ວັນທີ 4 ກຸມພາ ເກີດອຸບັດຕິເຫດລົດຈັກຕໍາລົດບັນ ທຸກຢູ່ເສັ້ນທາງເຂດບ້ານທ່າເດືອ ສົ່ງຜົນເຮັດໃຫ້ ນາງ ຈັນວິໄລ ອາຍຸ 19 ປີ ນັກຮຽນ ຢູ່ບ້ານຊຽງຄວນ ເມືອງຫາດຊາຍຟອງ ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່.

ນອກນັ້ນ, ຍັງມີອຸບັດຕິເຫດລົດຈັກຕໍາລົດຍົນຢູ່ເສັ້ນທາງເຂດບ້ານສະພັງມຶກ ໃນເວລາ 00:38 ໂມງ ວັນທີ 6 ກຸມພາ ສົ່ງຜົນເຮັດໃຫ້ ນາງ ກອງມະນີ ອາຍຸ 22 ປີ ກຳມະກອນ ຢູ່ບ້ານບຶງຂະຫຍອງ ເມືອງສີສັດຕະນາກ ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່, ເກີດເຫດລົດຈັກຕໍາກັບລົດບັນທຸກ ໃນເວລາ 19:15 ໂມງ ວັນທີ 6 ກຸມພາ ຢູ່ເສັ້ນ ທາງເລກທີ 11 ເຂດບ້ານອ່າງໃຫຍ່ ເມືອງສີໂຄດຕະບອງ ສົ່ງຜົນເຮັດໃຫ້ ນາງ ວັນ ອາຍຸ 28 ປີ ກຳມະກອນ ພັກເຊົາຢູ່ບ້ານໂນນແກ້ວ ຜູ້ຊ້ອນ ທ້າຍຫົວກະທົບພື້ນ ເສຍຊີວິດຄາທີ່ ແລະ ເວລາ 19:50 ໂມງ ວັນທີ 9 ກຸມພາ, ເກີດອຸບັດຕິເຫດລົດຈັກຕໍາລົດຍົນຢ່າງແຮງຢູ່ເສັ້ນທາງ 450 ປີ ເຂດບ້ານໂຊກນ້ອຍ ສົ່ງຜົນເຮັດໃຫ້ ທ້າວ ດາວ ວອນ ອາຍຸ 35 ປີ ກຳມະກອນ ບ້ານທ່າແຂກ ເມືອງຫາດຊາຍຟອງ ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່.