ວິທະຍາຄານສັນຕິບານ ປະຊາຊົນ (ວສປ) ກະຊວງ ປກສ ຮ່ວມກັບກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳ ຫຼວດ ກະຊວງ ປກສ ໄດ້ຈັດຕັ້ງເຜີຍແຜ່ລະບຽບການສັນຈອນ ແລະ ຄວາມປອດໄພ ການຈະລາຈອນທາງບົກ ໃຫ້ພະນັກງານຄູ-ອາຈານ ແລະ ນັກສຶກສາ ວສປ ໄດ້ຮັບຮູ້ເຂົ້າໃຈຕໍ່ກົດລະບຽບກ່ຽວກັບການໃຊ້ລົດ-ໃຊ້ຖະ ໜົນ ໃນອາທິດ ຜ່ານມາ, ນຳພາເຂົ້າຮ່ວມຮັບຟັງ ໂດຍ ພັທ ບຸນ ປະດິດ ວົງພູທອນ ຫົວໜ້າຄະນະວິຊາສືບ ສວນ-ສອບສວນ ວສປ.

ພັຕ ຈັນທະວີ ເພັດລາສີ ວິຊາການພະແນກໂຄສະນາ ກົມຕຳຫຼວດຈະລາຈອນ ກ່າວວ່າ: ການເຜີຍແຜ່ລະບຽບການສັນຈອນ ແລະ ຄວາມປອດໄພບົນທ້ອງຖະໜົນຫຼວງໃນຄັ້ງນີ້, ແມ່ນຍ້ອນຄວາມເປັນຫ່ວງເປັນໄຍຂອງຂັ້ນເທິງ ໂດຍສະເພາະກົມຕໍາຫຼວດຈະລາຈອນທີ່ໄດ້ນໍາເອົາບົດຮຽນມາເຜີຍແຜ່ໃຫ້ພະນັກງານຄູ-ອາຈານ ແລະ ນັກ ສຶກສາໄດ້ຮັບຮູ້, ເຂົ້າໃຈບັນຫາການໃຊ້ລົດ-ໃຊ້ຖະໜົນf ເຊິ່ງມັນໄດ້ຕິດພັນກັບຊີວິດປະຈໍາວັນ, ຜົນຮ້າຍຂອງການເກີດອຸບັດຕິເຫດ ແລະ ຮູ້ອະໄພເຊິ່ງກັນແລະກັນ, ຫຼີກລ່ຽງບັນຫາອຸບັດຕິເຫດ. ພ້ອມທັງເນັ້ນໜັກໃນການເພີ່ມສະຕິການສັນຈອນ ເນື່ອງຈາກວ່າ ປັດຈຸບັນປະກົດການຫຍໍ້ທໍ້ຂອງການເກີດອຸບັດຕິເຫດແມ່ນເປັນບັນຫາທີ່ເກີດຂຶ້ນຫຼາຍພໍສົມຄວນ.

ໃນພິທີໄດ້ມີການເຜີຍແຜ່ກົດໝາຍ ວ່າດ້ວຍການສັນຈອນທາງບົກ (ສະບັບປັບປຸງ), ບັນຫາປະກົດການຫຍໍ້ທໍ້ຈາກການເກີດອຸບັດຕິເຫດ, ຄວາມອັນຕະລາຍ, ຜົນເສຍຫາຍຂອງຊັບສິນເງິນທອງ ລວມເຖິງຊີວິດຂອງຄົນເຮົາໃນເວລາເກີດອຸບັດຕິເຫດ ແລະ ສາຍບັນດາພາບອຸບັດຕິເຫດທີ່ເກີດຂຶ້ນໃນໄລຍະຜ່ານມາ. ນອກນັ້ນ, ຍັງໄດ້ມີ ການຈັດກິດຈະກຳຖາມ-ຕອບກ່ຽວ ກັບການສັນຈອນ.