ທ້າຍອາທິດຜ່ານມາ, ແຂວງບໍລິຄໍາໄຊ ໄດ້ຈັດພິທີປະກາດອະໄພຍະໂທດ ແລະ ຜ່ອນໂທດ ໃຫ້ນັກໂທດຜູ້ທີ່ມີເງື່ອນໄຂຄົບຖ້ວນ, ໂດຍການເປັນປະທານຂອງ ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງໆບໍລິຄໍາໄຊ, ມີຮອງຫົວໜ້າກອງບັນຊາການ ປກສ ແຂວງ, ຮອງຫົວໜ້າອົງການໄອຍະການປະຊາຊົນ ແຂວງບໍລິຄໍາໄຊ ແລະ ພະ ແນກການອ້ອມຂ້າງທີ່ກ່ຽວຂ້ອງ, ພ້ອມດ້ວຍຍາດພີ່ນ້ອງ ແລະ ນັກໂທດທີ່ໄດ້ຮັບການຜ່ອນໂທດເຂົ້າຮ່ວມ.

ທ່ານ ບຸນຜັນ ທໍາມະວົງ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ ໄດ້ຜ່ານລັດຖະດໍາລັດຂອງປະທານປະ ເທດແຫ່ງ ສປປ ລາວ ວ່າດ້ວຍການໃຫ້ອະໄພຍະໂທດ-ຫຼຸດຜ່ອນໂທດ, ແກ່ນັກໂທດຜູ້ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2019 ຄົບຮອບ 44 ປີ, ເຊິ່ງມາດຖານເງື່ອນໄຂຂອງຜູ້ທີ່ຈະໄດ້ຮັບການຜ່ອນໂທດແມ່ນຈະຕ້ອງເປັນບຸກຄົນທີ່ມີຄວາມກິນແໜງແຄງໃຈຕໍ່ການກະທໍາຜິດຂອງຕົນ, ມີຄວາມບຸກບືນ, ຫ້າວຫັນໃນການປັບປຸງຕົນເອງ, ມີຜົນງານທີ່ດີເດັ່ນໃນຂະບວນການອອກແຮງງານ ແລະ ຕັ້ງໜ້າໃນການປະຕິບັດໂທດ, ກົດລະບຽບວິໄນຂອງຄ້າຍຄຸມຂັງ-ດັດສ້າງຢ່າງເຂັ້ມງວດ, ເປັນແບບຢ່າງທີ່ດີໃຫ້ແກ່ນັກໂທດດ້ວຍກັນ ຈຶ່ງຈະໄດ້ຮັບການອະໄພຍະໂທດ ແລະ ຜ່ອນໂທດ ຕາມແນວທາງນະໂຍບາຍຂອງພັກ- ລັດຂັ້ນເທິງ. ຜ່ານການຄົ້ນຄວ້າການອະໄພຍະໂທດ-ຜ່ອນໂທດໃຫ້ກັບນັກໂທດຜູ້ທີ່ມີມາດຖານ, ເງື່ອນໄຂຢູ່ແຂວງບໍລິຄໍາໄຊ ໃນ ປີ 2019 ມີ 85 ຄົນ ຍິງ 14 ຄົນ, ໃນຂໍ້ຫາຢາເສບຕິດມີ 79 ຄົນ ຍິງ 14 ຄົນ, ຂໍ້ຫາທົ່ວໄປມີ 6 ຄົນ; ໃນນີ້, ໄດ້ຮັບການປ່ອຍຕົວ 2 ຄົນ.

ໃນໂອກາດດັ່ງກ່າວ, ຮອງເຈົ້າແຂວງໆບໍລິຄໍາໄຊ ໄດ້ໂອ້ລົມຕໍ່ບັນດານັກໂທດທີ່ໄດ້ຮັບການອະໄພຍະໂທດ-ຜ່ອນໂທດ ໂດຍທ່ານຍົກໃຫ້ເຫັນຫຼາຍບັນຫາ ເພື່ອໃຫ້ນັກໂທດເຂົ້າໃຈຕໍ່ລະບຽບກົດໝາຍຂອງບ້ານເມືອງ ທີ່ຕ້ອງໄດ້ບັງຄັບໃຊ້ ເພື່ອຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມ. ພ້ອມນັ້ນ, ຍັງໄດ້ຮຽກ ຮ້ອງໃຫ້ນັກໂທດທີ່ໄດ້ຮັບການຜ່ອນໂທດ ແລະ ບໍ່ໄດ້ຮັບການຜ່ອນໂທດ ຈົ່ງເອົາໃຈໃສ່ປະຕິບັດກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງຢ່າງເຂັ້ມງວດ, ມີຄວາມບຸກບືນຫ້າວຫັນຕໍ່ຂະບວນການອອກແຮງງານໃຫ້ກາຍເປັນບຸກຄົນທີ່ມີຄວາມກ້າວໜ້າ ເພື່ອຈະໄດ້ຮັບການອະໄພຍະໂທດ-ຜ່ອນໂທດໃນຄັ້ງຕໍ່ໄປ, ສ່ວນຜູ້ທີ່ໄດ້ຮັບການ ປ່ອຍຕົວຈົ່ງກັບຄືນສູ່ຄອບຄົວ-ສັງຄົມ ແລະ ປະກອບສ່ວນທຸກວຽກງານຕາມການຈັດຕັ້ງບ້ານມອບໝາຍໃຫ້ ເພື່ອພັດທະນາຕົນເອງ, ຄອບຄົວ ແລະ ບ້ານເມືອງ. ເອົາໃຈໃສ່ທໍາມາຫາກິນອອກແຮງງານເພີ່ມພູນຜະລິດຜົນ, ມີອາຊີບທີ່ສຸດຈະລິດ ຖືກຕ້ອງຕາມລະບຽບກົດໝາຍໃຫ້ເຂັ້ມງວດ ເພື່ອເຮັດໃຫ້ຄອບຄົວມີຄວາມຮັ່ງມີ ເຂັ້ມແຂງຂຶ້ນເທື່ອລະກ້າວ.