ພິທີ ປະກາດການຈັດຕັ້ງ ຂັ້ນພະນັກງານນຳພາ-ບັນຊາ ປກສ ແຂວງໄຊຍະບູລີ
ພິທີ ປະກາດການຈັດຕັ້ງ ຂັ້ນພະນັກງານນຳພາ-ບັນຊາ ປກສ ແຂວງໄຊຍະບູລີ

ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດໂຍກຍ້າຍ ແລະ ແຕ່ງຕັ້ງນາຍຕໍາຫຼວດ ( ປະກາດການຈັດຕັ້ງ )ທີ່ຂຶ້ນກັບ ໃນວັນທີ 7 ກຸມພາ 2020, ເປັນປະທານໂດຍ ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ, ມີຄະນະ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງຈາກຫ້ອງ, ກອງບັນຊາການ ປກສ ເມືອງ ເຂົ້າຮ່ວມ.

ພິທີ ປະກາດການຈັດຕັ້ງ ຂັ້ນພະນັກງານນຳພາ-ບັນຊາ ປກສ ແຂວງໄຊຍະບູລີ
ພິທີ ປະກາດການຈັດຕັ້ງ ຂັ້ນພະນັກງານນຳພາ-ບັນຊາ ປກສ ແຂວງໄຊຍະບູລີ

ພັທ ຄໍາສິນ ຜິວວັນນາ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງ ປກສ ວ່າດ້ວຍການໂຍກຍ້າຍ ແລະ ແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງໄຊຍະບູລີ; ໃນນີ້, ໄດ້ໂຍກຍ້າຍ ພັທ ບຸນເສີມ ໄຊຍະວົງ ຈາກ ຫ້ອງສັນຕິບານ ໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ, ພັທ ເດັ່ນ ສະຫວາດ ຈາກຫ້ອງສັນຕິບານ ໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າຄ້າຍຄຸມຂັງ-ດັດສ້າງ, ພັທ ຜາວື ໄຊຕົ່ງ ຈາກກອງບັນຊາການ ປກສ ເມືອງໄຊຍະບູລີ ໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນ ເລກ 2, ພັຕ ຄໍາລອມ ໄຊຍະລາດ ຈາກຫ້ອງການໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າອໍານວຍການໂຮງຮຽນ ປກສ ຊັ້ນຕົນ ເລກ 2, ແຕ່ງຕັ້ງ ພັຕ ເລີດໄຊ ແສງວິໄລ ເປັນຮອງຫົວໜ້າຫ້ອງຕໍາຫຼວດ, ພັຕ ຄໍາລາຍ ມີຈະເລີນ ເປັນຮອງຫົວໜ້າຫ້ອງ 509, ພັຕ ພູໄຊ ເມກຕະກຸນ ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງປາກລາຍ, ພັທ ໃຈຄໍາ ເຄື່ອງຄໍາ ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງຄອບ, ພັທ ຄໍາຜ່ານ ປະກັນໄພ ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງພຽງ, ພັທ ຄໍາສີ ບົວລະພັນ ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງທົ່ງມີໄຊ ແລະ ພັຕ ສົມດູ່ ພົມມະຈັນ ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊສະຖານ ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວຍັງຮັກສາໄວ້ຄືເກົ່າ; ພ້ອມທັງຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກ-ຮອງພະແນກ, ຫົວໜ້າ, ຮອງຫົວໜ້າຫ້ອງການ ປກສ ກຸ່ມບ້ານ, ຫົວໜ້າໜ່ວຍງານ ແລະ ຮອງໜ່ວຍງານທີ່ຂຶ້ນກັບບັນດາຫ້ອງ ອ້ອມຂ້າງກອງບັນການ ປກສ ແຂວງ. ທັງນີ້, ເພື່ອເປັນການປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນທາງດ້ານການ ເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

ພິທີ ປະກາດການຈັດຕັ້ງ ຂັ້ນພະນັກງານນຳພາ-ບັນຊາ ປກສ ແຂວງໄຊຍະບູລີ
ພິທີ ປະກາດການຈັດຕັ້ງ ຂັ້ນພະນັກງານນຳພາ-ບັນຊາ ປກສ ແຂວງໄຊຍະບູລີ

ພັອ ຄໍາແພງ ເພັດ ໄດ້ກ່າວວ່າ: ການປະກາດການຈັດຕັ້ງຄັ້ງນີ້ ແມ່ນການປັບປຸງກົງຈັກການຈັດຕັ້ງຂັ້ນພະນັກງານນໍາພາ-ບັນຊາໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ໂດຍເນັ້ນໜັກບັນດາສະຫາຍທີ່ຖືກໂຍກຍ້າຍ ແລະ ມອບໝາຍໜ້າທີ່ໃໝ່ ຈົ່ງເພີ່ມທະວີຄວາມສາມັກຄີໃຫ້ແໜ້ນແຟ້ນ; ຍົກສູງຄວາມຮູ້, ຄວາມສາມາດໃນ ການຊີ້ນໍາ-ບັນຊາໃຫ້ໜັກແໜ້ນ, ເຂັ້ມແຂງ; ສ້າງຄວາມເປັນແບບ ຢ່າງນໍາໜ້າໃນທຸກຂົງເຂດວຽກງານ ພ້ອມກັນບຸກບືນກ້າວຂື້ນເຮັດສໍາເລັດໜ້າທີ່ອັນມີກຽດສະຫງ່າທີ່ການຈັດຕັ້ງພັກ-ລັດ ແລະ ປະຊາຊົນມອບໝາຍ.