ເຈົ້າໜ້າທີ່ຕໍາຫຼວດ ກອງບັນຊາການ ປກສ ແຂວງບໍລິຄຳໄຊ ຕິດຕາມຈັບຕົວຜູ້ກໍ່ເຫດຄາດຕະກຳແລ້ວຊິງຊັບຢູ່ບ້ານໂພນຈະເລີນ ເມືອງປາກກະດິງ ໃນຕົ້ນເດືອນກຸມພາ ທີ່ຜ່ານມາ, ຊື່ທ້າວ ສອນໄຊ ຫຼື ຊັນ ອາຍຸ 23 ປີ ຢູ່ບ້ານບ້ານໂພນຈະເລີນ ພາຍຫຼັງຜູ້ກ່ຽວກໍ່ເຫດແລ້ວ ເອົາຊັບຫຼົບໜີໄດ້ພຽງ 3 ຊົ່ວໂມງ ສ່ວນສາເຫດ ແລະ ເເຮງຈູງໃຈນັ້ນ ຍ້ອນຄວາມມື່ນເມົາ ແລະ ບໍ່ພໍໃຈທີ່ຜູ້ຕາຍບໍ່ໃຫ້ຢືມລົດ.

ເຫດການຄາດຕະກຳແລ້ວຊິງຊັບຄັ້ງນີ້ ເກີດຂຶ້ນໃນວັນທີ 9 ກຸມພາ 2020 ພາຍລັງພົນລະເມືອງດີແຈ້ງວ່າ: ພົບເພດຊາຍເສຍຊີວິດຢູ່ເຂດບ້ານໂພນຈະເລີນ ເມືອງປາກກະດິງ ເມື່ອເຈົ້າໜ້າທີ່ວິຊາສະເພາະລົງສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄປທີ່ຈຸດເກີດເຫດ ຈາກການຊັນນະສູດສະຖານທີ່ເກີດເຫດແລ້ວ ຜູ້ເສຍຊີວິດຊື່ທ້າວ ເພັດ ອາຍຸ 25 ປີ ບ້ານນາຂ່າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຕາມລຳຕົວຜູ້ຕາຍມີບາດແຜຖືກແທງດ້ວຍວັດຖຸທີ່ແຫຼມຄົມຢູ່ຕາມສັນຫຼັງ, ບໍລິເວນງ່ອນດົ້ນ ແລະ ກ້ານຄໍ ມີຈຳນວນທັງໝົດ 7 ບາດແຜ.

ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ເກັບກໍາຂໍ້ມູນຫຼັກຖານຕ່າງໆເພີ່ມເຕີມ ຈົນສາມາດຮູ້ໄດ້ວ່າ ຜູ້ກໍ່ເຫດເປັນຄົນບ້ານໂພນ ຈະເລີນ ພ້ອມທັງຂຶ້ນເປົ້າໝາຍຕິດຕາມ ແລະ ວາງກຳລັງລົງສະກັດຢູ່ຈຸດຫຼໍ່ແຫຼມຕ່າງ ຈົນສືບຮູ້ວ່າ ຜູ້ກໍ່ເຫດໄດ້ເອົາຕົວຫຼົບໜີ ພ້ອມຊັບຂອງຜູ້ເສຍຊີວິດ ໄປເຂດບ້ານດອນໄຊ ເມືອງປາກະດິງ, ຮອດເວລາ 21:00 ໂມງ ເຈົ້າ ໜ້າທີ່ກໍສາມາດຕິດຕາມກັກຕົວ ທ້າວ ສອນໄຊ ມາສືບສວນໄດ້.

ຜ່ານການສອບສວນຂອງເຈົ້າໜ້າທີ່ ທ້າວ ສອນໄຊ ໃຫ້ການຮັບສາລະພາບວ່າ: ໄດ້ລົງມືຄາດຕະກຳ ແລ້ວຊິງຊັບຂອງທ້າວ ວົງເພັດ ແທ້, ເຊິ່ງໃນມື້ເກີດເຫດນັ້ນແມ່ນໃນວັນທີ 9 ກຸມພາ 2020 ເວລາປະມານ 10:20 ໂມງ ຜູ້ກ່ຽວໄດ້ໄປຫຼິ້ນນຳທ້າວ ໂດ ຄົນບ້ານດຽວກັນ ພ້ອມກັບໝູ່ຂອງທ້າວ ໂດ ທີ່ມາຈາກນະຄອນຫຼວງວຽງຈັນ ອີກ 2 ຄົນ. ຈາກນັ້ນ, ກໍພາກັນດື່ມເບຍໝົດປະມານ 12 ແກ້ວ, ທ້າວ ໂດ ກັບໝູ່ອີກໄດ້ອອກໄປຊື້ເບຍມາອີກ. ເວ ລານັ້ນ, ຜູ້ກ່ຽວເຫັນລົດຈັກ R 15 ຂອງທ້າວ ວົງເພັດ ຈຶ່ງມີແນວຄິດຢາກໄດ້ ແລ້ວຖາມຢືມລົດຈັກນໍາ ທ້າວ ເພັດ. ແຕ່ທ້າວ ເພັດ ບໍ່ໃຫ້ຢືມ, ຜູ້ກ່ຽວຈຶ່ງໄດ້ໃຊ້ກົນອຸບາຍໂດຍການບອກໃຫ້ທ້າວ ເພັດ ໄປສົ່ງຢູ່ເຮືອນ, ເມື່ອທ້າວ ເພັດ ຕອບຕົກລົງໄປສົ່ງ. ພໍຂັບຂີ່ລົດໄປຮອດເດີ່ນໂຮງຮຽນມັດທະຍົມໂພນສີ ເມືອງປາກກະດິງ ຜູ້ກ່ຽວໃຊ້ມິດທີ່ກຽມມາແທງເຂົ້າທາງດ້ານຫຼັງຂອງທ້າວ ເພັດ ຈຳນວນຫຼາຍບາດ. ຈົນເຮັດໃຫ້ ທ້າວ ເພັດ ໝົດສະຕິແລະ ລົດຈັກລົ້ມລົງ. ຈາກນັ້ນ, ທ້າວ ສອນໄຊ ຫຼື ຊັນ ເຫັນວ່າທ້າວ ເພັດ ເສຍຊີວິດຄາທີ່ແລ້ວ ຈຶ່ງໄດ້ລາກແກ່ເອົາຊາກສົບຂອງໄປຖິ້ມໄວ້ປ່າຂ້າງທາງ ຫ່າງຈາກຈຸດເກີດເຫດປະມານ 8 ແມັດ.

ຕໍ່ມາ, ກໍໄດ້ເອົາລົດຈັກຂອງທ້າວ ເພັດ ຂັບຂີ່ມາຫາພີ່ນ້ອງ ຢູ່ບ້ານດອນໄຊ ເມືອງປາກກະດິງ. ພໍຂີ່ມາຮອດເຄິ່ງ ທາງເຂດບ້ານຫາດຊາຍຄຳ ເມືອງປາກກະດິງ ຜູ້ກ່ຽວໄດ້ຈອດລົດແລ້ວເອົາມີດທີ່ໃຊ້ກໍ່ເຫດໂຍນຖິ້ມເຂົ້າໄປໃນສວນຢາງພາລາ ພ້ອມທັງລ້າງຄາບເລືອດທີ່ຕິດຢູ່ລົດ, ແກະປ້າຍ ແລະ ສະຕິກເກີ່ລົດອອກ, ປ່ຽນເຄື່ອງນຸ່ງໃໝ່, ຈຶ່ງຂັບອອກໄປເຮືອນລຸງ ຢູ່ບ້ານດອນໄຊ. ເມື່ອໄອຮອດຜູ້ກ່ຽວໄດ້ນອນພັກຜ່ອນ ແລະ ເຮັດຄືບໍ່ມີຫຍັງເກີດຂຶ້ນ, ຮອດເວລາ 21:00 ໂມງ ເຈົ້າໜ້າຕໍາຫຼວດໄດ້ເຂົ້າກັກຕົວ ທ້າວ ສອນໄຊ ມາດຳເນີນຄະດີ. ນອກນີ້, ຜູ້ກ່ຽວຍັງໄດ້ໃຫ້ການອີກວ່າ ເຄີຍເຄື່ອນໄຫວເສບຢາເສບຕິດປະເພດຢາບ້າມາແລ້ວຫຼາຍປີ; ເຊິ່ງເສບມື້ລະ 10-20 ເມັດ ແລະ ເສບມາຕະຫຼອດ.