ປະກາດແຕ່ງຕັ້ງ ຮັກສາການ ຫົວໜ້າກົມສື່ສານ

0
1809

ພິທີປະກາດແຕ່ງຕັ້ງ ຮັກສາການ ຫົວໜ້າກົມສື່ສານ ກະຊວງ ປກສ ໄດ້ຈັດຂຶ້ນໃນອາທິດແລ້ວນີ້, ໂດຍມີ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ, ພົຈວ ພິມພາ ສີໂພໄຊ ຫົວໜ້າກົມສື່ສານ (ຜູ້ເກົ່າ) ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ແລະ ພະນັກງານຫຼັກແຫຼ່ງ ທີ່ຂຶ້ນກັບ ກົມສື່ສານ ເຂົ້າຮ່ວມ.

ເຂົ້າຮ່ວມໂດຍ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ

ພັທ ຄຳພອນ ແສງສາລິຈັນ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 249/ປກສ ລົງວັນທີ 31 ມັງກອນ 2020 ວ່າດ້ວຍ ການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບ ກົມສື່ສານ, ໂດຍ ລັດຖະມົນຕີ ກະຊວງ ປກສ ຕົກລົງແຕ່ງຕັ້ງ ພັອ ແສງປະເສີດ ສຸທຳມະວົງ ເປັນ ຮັກສາການ ຫົວໜ້າກົມສື່ສານ ແລະ ສ່ວນຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ພັອ ແສງປະເສີດ ສຸທຳມະວົງ ໄດ້ຮັບການແຕ່ງຕັ້ງເປັນ ຮັກສາການ ຫົວໜ້າກົມສື່ສານ

ພ້ອມນັ້ນ, ພັທ ສຸວັນໄຊ ຫຼ້າຈັນເພັດ ຮອງຫົວໜ້າກົມພັກ ກົມໃຫຍ່ການເມືອງ ປກສ ກໍໄດ້ຜ່ານມະຕິຕົກລົງ ສະບັບເລກທີ 104/ຄພປກສ ລົງວັນທີ 31 ມັງກອນ 2020 ຂອງ ຄະນະພັກກະຊວງ ປກສ ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານ ກົມສື່ສານ, ໂດຍ ຄະນະພັກກະຊວງ ປກສ ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພັອ ແສງປະເສີດ ສຸທຳມະວົງ ເປັນ ເລຂາຄະນະພັກຮາກຖານ ກົມສື່ສານ.

ໂອກາດນີ້, ພົຕ ກົງທອງ ພົງວິຈິດ ໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງເປັນ ຮັກສາການ ຫົວໜ້າກົມສື່ສານ ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີໃນທຸກຂັ້ນ ໃຫ້ພະນັກງານມີຫົວຄິດປະດິດສ້າງ, ອົດທົນບຸກບືນ ເພື່ອເຮັດສໍາເລັດໜ້າທີ່ ຕິດພັນກັບ ຄວາມຮັບຜິດຊອບຕໍ່ທຸກການກະທຳຂອງພະນັກງານ.