ກອງປະຊຸມເປີດກວ້າງ ວຽກງານອົງການກວດສອບແຫ່ງລັດ ປະຈໍາປີ 2019 ແລະ ວາງທິດທາງແຜນການ ປີ 2020 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 17-18 ກຸມພາ 2020, ເປັນປະທານໂດຍ ທ່ານ ປອ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ, ໂດຍມີ ລັດຖະມົນຕີ-ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ປະທານອົງ ການກວດສອບ ປະຈໍາພາກ ພ້ອມດ້ວຍແຂກຮັບເຊີນຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ທ່ານ ປອ ນາງ ວຽງທອງ ສີພັນດອນ ກ່າວໄຂກອງປະຊຸມຄັ້ງນີ້ ວ່າ:

ກອງປະຊຸມຄັ້ງນີ້ ບັນດາຜູ້ແທນ ຈະໄດ້ຮັບຟັງການລາຍງານ ການເຄື່ອນໄຫວວຽກງານ ປະຈໍາປີ 2019 ແລະ ວາງທິດທາງແຜນການ ປີ 2020 ຂອງ ອົງການກວດສອບແຫ່ງລັດ, ຮັບຟັງບົດລາຍງານຜົນຂອງການກວດສອບ ບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານ ປະຈໍາປີ 2018 ແລະ ມາດຕະການແນະນຳ ຜົນກວດສອບ, ລາຍງານການກວດສອບຄືນ-ການກວດສອບເຫັນເພີ່ມ ຕາມມະຕິສະພາແຫ່ງຊາດ, ລາຍງານເຄື່່ອນໄຫວວຽກງານກວດສອບຂອງ ອົງການກວດສອບພາກເໜືອ, ພາກກາງ ແລະ ພາກໃຕ້, ລາຍງານຜົນຂອງການກວດສອບທະນາຄານ ແລະ ວິສາຫະກິດ, ລາຍງານການກວດສອບບັນດາເປົ້າໝາຍຢູ່ກະຊວງ, ອົງການ, ສະເໜີການຮັບຮອງເອົາຜົນການກວດສອບຄວາມພ້ອມ ໃນການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງ.

ນອກຈາກນີ້, ທ່ານປະທານອົງການກວດສອບແຫ່ງລັດ ຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ, ແລກປ່ຽນບົດຮຽນ ເພື່ອປະກອບສ່ວນເຮັດໃຫ້ ວຽກງານການກວດສອບແຫ່ງລັດ ເປັນອົງການທີ່ເຂັ້ມແຂງ, ມີບຸກຄະລາກອນເປັນມືອາຊີບ, ມີລະບົບກົດໝາຍ-ນິຕິກໍາຄົບຖ້ວນ, ດໍາເນີນການກວດສອບ ຕາມມາດຕະຖານກວດສອບສາກົນ ບັນດາເປົ້າໝາຍທີ່ຄຸ້ມຄອງ, ນໍາໃຊ້ງົບປະມານການເງິນ-ເງິນຕາ, ຊັບສິນຂອງລັດ ດ້ວຍຄວາມໂປ່ງໃສ, ວ່ອງໄວ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກສັງຄົມ.