ກອງບັັນຊາການ ປກສ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດແຕ່ງຕັ້ງ ຫົວໜ້າກອງບັນຊາການ ປກສ ເມືອງ ຜູ້ໃໝ່ ໃນທ້າຍອາທິດຜ່ານນີ້, ເຂົ້າຮ່ວມໂດຍ ທ່ານ ປອ ບຸນຕາ ມໍລະຄະສຸກ ເຈົ້້າເມືອງໆທ່າພະບາດ ແລະ ພັທ ກົງຈັນ ໄຊປັນຍາ ຮັກສາການ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ພ້ອມທັງມີຄະນະພັກ, ຄະນະກອງບັນຊາການ, ແຂກຮັບເຊີນ, ຄະນະພະແນກ, ສະມາຊິກພັກ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ບຸນລັບ ລາດສະວົງສຸກ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການແຕ່ງຕັ້ງນາຍ ແລະ ພົນຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ຕົກລົງແຕ່ງຕັ້ງ:

ພັທ ດວງໄຊ ຈັນທະວັງໂສ ເປັນ ຫົວໜ້າກອງບັນຊາການ ປກສ ເມືອງທ່າພະບາດ ຜູ້ໃໝ່ ເພື່ອສືບຕໍ່ຊີ້ນໍາ-ນໍາພາວຽກງານຂອງ ກອງບັນຊາການ ປກສ ເມືອງທ່າພະບາດ ໃຫ້ມີຄວາມສະຫງົບ-ປອດໄພ 100%.

ໂອກາດດັ່ງກ່າວ, ທ່ານ ປອ ບຸນຕາ ມໍລະຄະສຸກ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງ ຫົວໜ້າກອງບັນຊາການ ປກສ ເມືອງ (ຜູ້ເກົ່າ) ທີ່ຍາດໄດ້ຜົນງານໃນໄລຍະຜ່ານ ພ້ອມທັງເນັ້ນໃຫ້ ຫົວໜ້າກອງບັນຊາການ ຜູ້ໃໝ່ ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ຢ່າງເປັນປົກກະຕິຕໍ່ເນື່ອງ ເພື່ອເຮັດໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ແນວທາງຂອງພັກ, ເອົາໃຈໃສ່ປັບປຸງກໍາລັງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ມີແບບແຜນວິເຮັດວຽກທີ່ທັນສະໄໝ, ເພື່ອຮັບໃຊ້ຊາດ-ຮັບໃຊ້ປະຊາຊົນ, ເອົາໃຈໃສ່ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ມອບໃຫ້ບຸກຄົນຮັບຜິດຊອບ, ເພີ່ມຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ເພື່ອເຮັດສໍາເລັດທຸກໜ້າທີ່ວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ສືບຕໍ່ຊີ້ນໍາ-ນໍາພາທຸກຂົງເຂດວຽກງານວິຊາສະເພາະ ເພື່ອສະກັດກັ້ນ ແລະ ແກ້ໄຂບັນດາໜໍ່ແໜງກໍ່ຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ໃຫ້ໝົດໄປ.