ພິທີ ຮັບກຳລັງໃໝ່ ຂອງ ປກສ ແຂວງຈຳປາສັກ
ພິທີຮັບກຳລັງໃໝ່ຂອງ ປກສ ແຂວງຈຳປາສັກ

ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຈັດພິທີ ຮັບກຳລັງໃໝ່ ໃນທ້າຍອາທິດຜ່ານມາ; ເຂົ້າຮ່ວມໂດຍ ພັທ ເກດແກ້ວ ບຸນສະຫວັດ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງຈຳປາສັກ, ມີ ພັທ ວິລົງລອງ ຊາພິຈິດ ຫົວໜ້າພະແນກຈັດຕັ້ງກຳລັງ ປກສ ແຂວງ ພ້ອມຄະນະ ມີພະນັກງານວິຊາການຕະຫຼອດຮອດກຳລັງໃໝ່ ເຂົ້າຮ່ວມ.

ໃນພິທີ, ຮອ ຈິດຕະພອນ ອິນປັນຍາ ຮອງຫົວໜ້າພະແນກຈັດຕັ້ງກຳລັງ ໄດ້ຜ່ານເອກະສານຂອງກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ເລກທີ 75 ລົງວັນທີ 12 ກຸມພາ 2020; ກ່ຽວກັບການແຈ້ງຜົນຄັດເລືອກຮັບກຳລັງໃໝ່ ປະຈຳປີ 2019 ແລະ ເອກະສານຂອງກົມຈັດຕັ້ງພະນັກງານກະຊວງປ້ອງກັນຄວາມສະຫງົບ ເລກທີ 18 ລົງວັນທີ 8 ມັງກອນ 2020, ກ່ຽວກັບການແຈ້ງລາຍຊື່ຜູ້ທີ່ໄດ້ຜ່ານການຄັດເລືອກເຂົ້າເປັນກຳລັງໃໝ່ ປະຈຳປີ 2019; ເຊິ່ງມີຈຳນວນພົນທັງໝົດ 69 ສະຫາຍ ຍິງ 30 ສະຫາຍ, ໃນນັ້ນ ຈົບວິຊາສະເພາະປະລິນຍາຕີສາຍນອກ ມີ 14 ສະຫາຍ ຍິງ 5 ສະຫາຍ, ຈົບວິຊາສະເພາະຊັ້ນສູງ (ສາຍນອກ) ມີ 13 ສະຫາຍ ຍິງ 10 ສະຫາຍ, ຈົບວິຊາສະເພາະຊັ້ນຕົ້ນ (ສາຍນອກ) ມີ 3 ສະຫາຍ ຍິງ 2 ສະຫາຍ ແລະ ຈົບມັດທະຍົມຕອນປາຍ 34 ສະຫາຍ ຍິງ 9 ສະ ຫາຍ, ເຊິ່ງໃນນັ້ນແມ່ນໄດ້ປະດັບຊັ້ນ II ມີທັງໝົດ 69 ສະຫາຍ ຍິງ 30 ສະຫາຍ.

ພິທີຮັບກຳລັງໃໝ່ຂອງ ປກສ ແຂວງຈຳປາສັກ
ພິທີ ຮັບກຳລັງໃໝ່ ຂອງ ປກສ ແຂວງຈຳປາສັກ

ໃນຕອນທ້າຍ, ພັທ ເກດແກ້ວ ບຸນສະຫວັດ ໄດ້ໂອ້ລົມຕໍ່ກຳລັງໃໝ່ໂດຍຍົກໃຫ້ເຫັນກ່ຽວກັບຈັນຍາບັນຂອງກຳລັງຕຳຫຼວດປະຊາຊົນໃຫ້ກັບກຳລັງໃໝ່ທີ່ຕ້ອງໄດ້ປະຕິບັດໃນ 6 ຂໍ້ຢ່າງເຂັ້ມງວດ ໂດຍສະເພາະແມ່ນການປະຕິບັດໜ້າທີ່ຕໍ່ຊາດຕ້ອງຊື່ສັດ, ຈົ່ງຮັກພັກດີ ແລະ ເສຍສະລະເລືອດເນື້ອຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕ້ອງມີຄວາມສາມັກຄີຮັກແພງປະຊາຊົນ, ຕໍ່ໝູ່ເພື່ອນຕ້ອງມີຄວາມຮັກແພງຈິງໃຈຊ່ວຍເຫຼືອເຊິ່ງກັນແລະກັນ, ຕໍ່ການຈັດຕັ້ງຕ້ອງເຄົາລົບໄປມາລາຄອບຢ່າງເຂັ້ມງວດ, ຕໍ່ວຽກງານຕ້ອງອົດທົນພາກພຽນເຮັດສຳເລັດໜ້າທີ່ຕາມການຈັດຕັ້ງມອບໝາຍ; ຕໍ່ສັດຕູຕ້ອງເດັດຂາດ ແລະ ຕີເອົາຊະນະສັດຕູ ພ້ອມທັງຮຽກຮ້ອງໃຫ້ອ້າຍ-ນ້ອງທີ່ໄດ້ເຂົ້າເປັນກຳລັງໃໝ່ໃນຄັ້ງນີ້ ຕ້ອງໄດ້ເອົາໃຈໃສ່ບຸກບືນຫ້າວຫັນໃນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ທີ່ພັກລັດ ແລະ ປະຊາຊົນມອບໝາຍໃຫ້.