ຫ້ອງການ ປກສ ບໍລິການປະຊາຊົນ ກຸ່ມບ້ານອຸດົມສິນ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ສົມທົບກັບການຈັດຕັ້ງບ້ານ ເຂົ້າກັກຕົວເປົ້າໝາຍລັກລອບຄ້າຂາຍຢາເສບຕິດ ຢູ່ບ້ານຍາງຫຼວງ ເມືອງສິງ ພ້ອມຂອງກາງຢາບ້າ 167 ເມັດ ໃນວັນ ທີ 2 ກຸມພາ 2020.

ຮທ ຖາວອນ ພົມມະຈັນ ຮອງຫົວໜ້າພະແນກຕຳຫຼວດເມືອງສິງ ໃຫ້ຮູ້ວ່າ: ຜູ້ຖືກຫາ ຊື່ ທ້າວ ແພວຈື ອາຍຸ 52 ປີ ບ້ານຢາງຫຼວງເມືອງສິງ. ໂດຍຜູ້ກ່ຽວ ໄດ້ຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວ ໄດ້ຊື້ນຳຄູ່ຮ່ວມຂະ ບວນການຢູ່ເຂດບ້ານພະຍາຫຼວງ ເມືອງສິງ ເພື່ອມາໄວ້ເສບ ແລະ ຂາຍຍ່ອຍຢູ່ເຮືອນ. ມາຮອດວັນທີ 2 ກຸມພາ, ຈຶ່ງຖືກເຈົ້າໜ້າທີ່ເຂົ້າກັກຕົວຢູ່ເຮືອນ.

ຄະດີດັ່ງກ່າວ, ເຈົ້າໜ້າທີ່ພວມດໍາເນີນການສອບສວນຂະຫຍາຍຜົນຊອກຫາກຸ່ມແກ້ງທີ່ພົວພັນກັບຢາເສບຕິດ ເພື່ອຈັບຕົວໄປດໍາເນີນຄະດີຕາມກົດໝາຍ.