ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງຜົ້ງສາລີ ແຂວງຜົ້ງສາລີ ໄດ້ເຂົ້າຈັບຕົວກໍາມະ ກອນ 2 ຄົນ ທີ່ເຮັດວຽກຢູເຂື່ອນໄຟ ຟ້ານໍ້າອູ 7 ເມືອງຜົ້ງສາລີ ແຂວງຜົ້ງສາລີ ພ້ອມຂອງກາງຢາບ້າ 39 ເມັດ.

ຜູ້ຖືກຫາຊື່ ທ້າວ ເກ່ຍວື້ ອາຍຸ 35 ປີ ພ້ອມຂອງກາງຢາບ້າ ຈໍານວນ 1 ເມັດ, ປືນແກັບ 1 ກະບອກ, ຫຼຽນຄ້າຍຄືເງິນ 2 ຫຼຽນ, ມີດ 1 ດວງ, ໂທລະສັບ 2 ເຄື່ອງ ແລະ ທ້າວ ຄໍາປີງ ອາຍຸ 45 ປີ ພ້ອມຢາບ້າ ຈໍານວນ 38 ເມັດ, ປືນເບີ 1 ກະບອກ, ລູກປືນ 3 ລູກ, ປືນແກັບ 1 ກະບອກ ແລະ ສາຍຄໍຄ້າຍຄືເງິນ 1 ເສັ້ນ, ທັງ 2 ຄົນ ແມ່ນເປັນກໍາມະກອນ ເຮັດວຽກຢູ່ເຂື່ອນໄຟຟ້ານໍ້າອູ 7 ເມືອງຜົ້ງສາລີ.

ຄະດີດັ່ງກ່າວ, ເບື້້ອງຕົ້ນ ເຈົ້າໜ້າທີ່ ປກສ ເມືອງຜົ້ງສາລີ ໄດ້ຮັບຂໍ້ມູນຈາກແຫຼງຂ່າວວ່າ ມີກໍາມະກອນລັກລອບ ເອົາຢາບ້າເຂົ້າໄປມົ້ວສຸມເສບ ແລະ ຂາຍຢູ່ຫໍພັກ ແລະ ບ່ອນເຮັດວຽກເຂື່ອນໄຟຟ້ານໍ້າອູ 7. ຈາກນັ້ນ, ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ໄດ້ຕິດຕາມເປົ້າໝາຍ. ຈົນຮອດວັນທີ 15 ທັນວາ 2019 ຈຶ່ງສາມາດກັກຕົວພວກກ່ຽວໄດ້ທັງ 2 ຄົນ ໃນຂະນະທີ່ກໍາລັງມົ້ວສຸມເສບຢາບ້າຢູ່ພາຍໃນຫໍພັກຂອງພວກກ່ຽວ ພ້ອມຂອງກາງຈໍານວນດັ່ງກ່າວ.

ຜ່ານການສອບສວນພວກກ່ຽວຮັບສາລະພາບວ່າ: ໃນວັນທີ 13 ທັນວາ 2019, ພວກກ່ຽວໄດ້ອອກເງິນກັນ ເພື່ອທີ່ຈະຊື້ຢາບ້າໄປເສບ ແລະ ຂາຍໃຫ້ກໍາມະກອນເຮັດວຽກນໍາກັນ ໂດຍທ້າວ ເກ່ຍວື້ ອອກເງິນຈໍານວນ 100.000 ກີບ ແລະ ທ້າວ ຄໍາປີງ ອອກ ເງິນ 300.000 ກີບ. ຈາກນັ້ນ, ທ້າວ ເກ່ຍວື້ ໄດ້ອອກໄປຊື້ຢາບ້ານໍາພວກຮ່ວມຂະບວນການ ຈໍານວນ 100 ເມັດ ໃນລາຄາ 400.000 ກີບ. ພໍໄດ້ຢາບ້າມາ ແລ້ວກໍນໍາມາແບ່ງກັນໂດຍ ທ້າວ ເກ່ຍວື້ ເອົາຢາບ້າຈໍານວນ 30 ເມັດ ແລະ ທ້າວ ຄໍາປີງ ເອົາຢາບ້າຈໍານວນ 70 ເມັດ. ສ່ວນຢາບ້າຈໍານວນ 61 ເມັດ ແມ່ນພວກກ່ຽວພາກັນເສບ ແລະ ຈໍານວນທີ່ ແບ່ງກັນແມ່ນຂາຍໃຫ້ກໍາມະກອນເຮັດວຽກນໍາກັນຈົນຖືກເຈົ້າໜ້າທີ່ຈັບຕົວໄປດໍາເນີນຄະດີ.