ກອງບັນຊາການ ປກສ ເມືອງຫຼວງນ້ຳທາ ແຂວງຫຼວງນໍ້າທາ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ພ້ອມການຈັດຕັ້ງບ້ານທຳລາຍສວນຝິ່ນທີ່ລັກລອບປູກຢູ່ຂອບເຂດເມືອງຫຼວງນ້ຳທາ ໄດ້ຈໍານວນ 1,2 ແຮັກຕາ ໃນວັນທີ 5 ກຸມພາ 2020 ເພື່ອເປັນການສະກັດກັ້ນບໍ່ໃຫ້ເຕີບໃຫຍ່ຂະຫຍາຍຕົວກ່ອນເຖິງລະດູການເກັບກ່ຽວ. ນຳພາໂດຍ ພັຕ ອຸດົມພອນ ໄຊຍະຈັກ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງຫຼວງນໍ້າທາ, ພັຕ ອ່ອນ ເຈີ້ຍວິໄລຈິດ ຫົວໜ້າພະແນກເສນາທິການທະຫານເມືອງ.

ສວນຝິ່ນທີ່ທໍາລາຍໃນຄັ້ງນີ້ ຢູ່ເຂດບ້ານສວນຢາ ມີຈໍານວນ 1 ຕອນ, ເຊິ່ງຕົ້ນຝິ່ນດັ່ງກ່າວແມ່ນກໍາລັງເຕີບໃຫຍ່ ປະມານ 50-60 ຊັງຕີແມັດ, ບາງຈຸດກໍເປັນດອກເປັນໝາກ ລວມເນື້້ອທີທັງໝົດ 1,2 ເຮັກຕາ. ການທໍາລາຍດ້ວຍຮູບການເອົາໄມ້ຟາດ, ພ້າຖ່າງ ແລະ ຫຼົກຕົ້ນນ້ອຍຖິ້ມ ສຳເລັດໃນການທຳລາຍແມ່ນ 100%.

ຈາກນັ້ນ, ແມ່ນໄດ້ສຶກສາອົບຮົມເຈົ້າຂອງສວນຝິ່ນ ພ້ອມທັງເຮັດບົດບັນທຶກກ່າວເຕືອນ ເພື່ອບໍ່ໃຫ້ກະທໍາຜິດອີກ.