ການສໍ້ລາດບັງຫຼວງ ທີ່ຫຼາຍຄົນຮູ້ຈັກກັນດີ, ເຊິ່ງລ້ວນແລ້ວແຕ່ແມ່ນການປະພຶດ, ການກະທໍາທີ່ກໍ່ຄວາມເສຍ ຫາຍໃຫ້ແກ່ປະເທດຊາດ ເພື່ອແກ້ໄຂ ແລະ ອັດປ່ອງຮົ່ວໄຫຼຂອງງົບປະມານທີ່ຖືກພະນັກງານພາກລັດ ກອບໂກຍເອົາດ້ວຍການສໍ້ລາດບັງຫຼວງ; ພັກ-ລັດຖະບານ ຈຶ່ງສ້າງຕັ້ງຄະນະກໍາມະການກວດກາພັກ-ລັດ ຂຶ້ນມາ ເພື່ອກວດກາ, ດູແລການປະພຶດ, ການກະທໍາຂອງບຸກຄົນ ຫຼື ກຸ່ມຄົນບໍ່ດີ ທີ່ສວຍໂອກາດຖືເອົາໜ້າທີ່ອໍານາດມາບັງ ໜ້າ ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ ຈົນເຮັດໃຫ້ເສຍຊັບສົມບັດຂອງລັດໄປທີ່ໄດ້ມາຈາກຢາດເຫື່ອແຮງງານຂອງປະຊາຊົນທັງຊາດ ດ້ວຍການເສຍພັນທະພາສີໃຫ້ລັດໃນແຕ່ລະປີ.

ບັນຫາດັ່ງກ່າວນີ້, ຖ້າຈະຍົກຂຶ້ນມາໄຈ້ແຍກໃຫ້ລະອຽດຖີ່ຖ້ວນແລ້ວ ມັນກໍມີຫຼາຍດ້ານໂດຍສະເພາະແມ່ນການສໍ້ໂກງຈາກໂຄງ ການຕ່າງໆຂອງລັດ ທີ່ບໍ່ມີຕົວຕົນຢູ່ບັນດາ ແຂວງ, ໂຄງການທີ່ຈ່າຍງົບປະມານເກີນ ແລະ ຊໍ້າຊ້ອນຢູ່ບັນດາກະຊວງ-ອົງການ ແລະ ບັນດາແຂວງ-ນະຄອນຫຼວງ; ນອກນີ້, ບາງຄົນຍັງກອບໂກຍເອົາເງິນບາງຮ່ວງຂອງໂຄງການລົງທຶນ, ໂຄງການກໍ່ສ້າງຕ່າງໆຂອງລັດມາເປັນຂອງຕົນເອງ ດ້ວຍຫຼາຍວິທີທີ່ແຕກຕ່າງກັນໄປ ແລະ ແນບນຽມທີ່ສຸດ ຖ້າບໍ່ມີການກວດສອບ ຢ່າງລະອຽດຖີຖ້ວນອາດຈະບໍ່ພົບເຖິງການ ກະທໍາຜິດ ຫຼື ຜຶດຕິກໍາຂອງພວກເຂົາ; ຕໍ່ກັບບັນຫາດັ່ງກ່າວນີ້ ມັກຈະເກີດຂຶ້ນຢູ່ຕາມອົງການບໍລິຫານແຫ່ງລັດ ແລະ ອົງການຈັດຕັ້ງ ມະຫາຊົນອື່ນໆ ທີ່ກິນເງິນເດືອນນໍາງົບປະມານ ແຫ່ງລັດ, ຖ້າເກີດຢູ່ໃນບ່ອນທີ່ມີເສດຖະກິດກໍມັກຈະເກີດຂຶ້ນຢູ່ຕາມລັດວິສາຫະກິດຕ່າງໆ ເຊິ່ງອົງການເຫຼົ່ານັ້ນກໍລ້ວນແຕ່ມີມາດຕະການອັນເຂັ້ມງວດໃນການສະກັດກັ້ນ ແລະ ປາບ ປາມບໍ່ໃຫ້ມັນເກີດຂຶ້ນ; ການສໍ້ລາດບັງຫຼວງທີ່ເກີດຂຶ້ນໃນຖັນແຖວໃດກໍຕາມ ລ້ວນແລ້ວແຕ່ມີການວາງແຜນ-ຫ້າງຫາກະກຽມໄວ້ລ່ວງໜ້າແລ້ວ, ມີທັງການປ້ອງກັນຜົນຮ້າຍທີ່ຈະ ເກີດຂຶ້ນແກ່ຕົນເອງດ້ວຍຫຼາຍຮູບແບບ, ມີວິ ທີແກ້ຕົວ ແລະ ມີວິທີປັດປ່າຍຄວາມຜິດໄປໃສ່ຜູ້ອື່ນຢ່າງໜ້າຕາເສີຍ ໂດຍສັງຄົມຮັບເອົາ ບໍ່ໄດ້ ຖ້າວ່າ ບໍ່ສອບສວນ ຫຼື ຊອກຫາເນື້ອແທ້ ຂອງການກະທໍາຜິດຂອງບຸກຄົນເຫຼົ່ານັ້ນແມ່ນຍາກທີ່ຈະພົບເຫັນຄວາມຜິດຂອງພວກເຂົາກໍຂຶ້ນ.

ທ່ານ ສີໃນ ມຽງລາວັນ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ຮອງຫົວ ໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງກ່າວໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 38 ປີ ໃນວັນທີ 18 ກຸມພາ 2020 ວ່າ: ຜ່ານມາ, ອົງການກວດກາພັກ-ລັດ ໄດ້ເອົາໃຈໃສ່ຈັດຕັ້ງການ ໂຄສະນາເຜີຍແຜ່ຢ່າງແຂງແຮງ, ກວ້າງຂວາງ ໃຊ້ຫຼາຍຮູບການ, ຫຼາຍວິທີການໃຫ້ທຸກການຈັດຕັ້ງພັກ-ລັດ, ການຈັດຕັ້ງເສດຖະກິດ-ສັງຄົມ, ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ພົນລະເມືອງຮັບຮູ້ເຂົ້າໃຈຜົນຮ້າຍ ແລະ ໄພອັນຕະລາຍຂອງພະຍາດອາດຍາສິດ, ແນວຄິດເອກະຊົນ, ການສໍ້ລາດບັງຫຼວງ ແລະ ປະກົດການ ຫຍໍ້ທໍ້ຕ່າງໆ ເພື່ອປ້ອງກັນບໍ່ໃຫ້ເກີດຂຶ້ນ. ແຕ່ເຖິງຢ່າງໃດກໍຕາມ, ຕະຫຼອດໄລຍະທີ່ຜ່ານມາ ອົງການກວດກາພັກ -ລັດ ແຕ່ລະຂັ້ນໄດ້ຕັ້ງໜ້າປະຕິບັດສິດ, ໜ້າທີ່ຄວາມຮັບຜິດຊອບຢ່າງແຂງແຮງ ສາມາດຍາດໄດ້ຜົນງານຫຼາຍດ້ານໃນວຽກງານຕິດຕາມ, ກວດກາພັກ, ຕິດຕາມ, ກວດກາລັດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງ ຫຼວງ ອັນພົ້ນເດັ່ນໄດ້ຈັດຕັ້ງຄະນະກວດກາສະເພາະກິດ (ພິເສດ) ດໍາເນີນການກວດກາໂຄງການບໍ່ມີຕົວຕົນຢູ່ແຂວງອຸດົມໄຊ ແລະ ຫຼວງນໍ້າທາ, ໂຄງການຈ່າຍງົບປະມານເກີນ ແລະ ຈ່າຍຊໍ້າຊ້ອນຢູ່ບັນດາກະຊວງ-ອົງການ ແລະ ບັນດາແຂວງ-ນະຄອນຫຼວງ; ຜ່ານການກວດກາ ພົບເຫັນຜົນເສຍຫາຍ 857 ຕື້ກວ່າກີບ; ໃນນີ້, ເກັບກູ້ຄືນໃຫ້ລັດແລ້ວ 229 ຕື້ກວ່າກີບ, 12 ລ້ານກວ່າບາດ ແລະ 622.000 ກວ່າໂດລາ; ຕໍ່ກັບຜົນເສຍຫາຍດັ່ງກ່າວພົວພັນນໍາພະນັກງານຂອງລັດ ແລະ ຜູ້ປະກອບການທັງໝົດ 228 ຄົນ, ຖືກປະຕິບັດວິໄນ ທັງໝົດ 182 ຄົນ; ໃນນີ້, ຖືກດໍາເນີນຄະດີ 48 ຄົນ.

ຢ່າງໃດກໍຕາມ, ບັນຫາການສໍ້ລາດບັງຫຼວງທີ່ເກີດຂຶ້ນຢູ່ໃນສັງຄົມທຸກວັນນີ້ແມ່ນບັນຫາສໍາຄັນຂອງຊາດ ເພາະມັນເປັນບັນຫາລວມທີ່ພັກ-ລັດ ແລະ ພະນັກງານທຸກຂັ້ນ ຕ້ອງຮ່ວມໃຈກັນສະກັດກັ້ນ ແລະ ແກ້ໄຂບັນຫາເຫຼົ່ານີ້ໃຫ້ຫຼຸດໜ້ອຍຖອຍລົງ; ຖ້າວ່າກວດສອບເຫັນພຶດຕິກໍາການສໍ້ລາດບັງຫຼວງ ຄວນໃຊ້ມາດຕະການເດັດຂາດໃນການປັບໃໝໃສ່ໂທດ ຫຼື ດໍາເນີນຄະດີຕາມລະບຽບກົດໝາຍຕໍ່ຜູ້ລະເມີດ ເພື່ອບໍ່ໃຫ້ບຸກຄົນອື່ນເອົາໄປເປັນແບບ ຢ່າງກະທໍາຜິດໃນຮູບແບບຕ່າງໆທີ່ເປັນການສໍ້ລາດບັງຫຼວງອີກ, ຖ້າບໍ່ມີການສໍ້ລາດບັງຫຼວງຂອງພະນັກງານລັດຢູ່ບັນດາກະຊວງ-ອົງການ, ບັນດາແຂວງ ເຊື່ອວ່າການຮົ່ວໄຫຼງົບປະມານຂອງລັດກໍຈະບໍ່ເກີດຂຶ້ນ.