ໃນວັນທີ 17 ກຸມພາ 2020, ໄດ້ມີການຈັດກອງປະຊຸມ ທາບທາມບຸກຄະລາກອນ ຜູ້ສະໝັກເລືອກຕັ້ງເຂົ້າໂຄງປະກອບຄະນະພັກກອງບັນຊາການ ປກສ ແຂວງບໍລິຄຳໄຊ ຮອບທີ II ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ llI ຂອງອົງຄະນະພັກກອງບັນຊາການ ປກສ ແຂວງ ທີ່ຈະຈັດຂຶ້ນໃນຕົ້ນເດືອນມີນານີ້; ເຂົ້າຮ່ວມເປັນປະທານໂດຍ ສະຫາຍ ແດນປີ ມູນທະດີ ຮອງເລຂາພັກແຂວງ ຫົວໜ້າຈັດຕັ້ງແຂວ, ມີ ພັທ ກົງຈັນ ໄຊປັນຍາ ວ່າການເລຂາຄະນະພັກ ຮັກສາການຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ, ເລຂາຄະ ນະພັກຮາກຖານ, ໜ່ວຍພັກ, ຫົວໜ້າກອງບັນຊາການ ປກສ 7 ຕົວເມືອງ, ຫົວໜ້າພະແນກ ແລະ ຄະນະຮັບຜິດຊອບຂັ້ນແຂວງເຂົ້າຮ່ວມ.

ສະຫາຍ ສາຍຄໍາ ວົງຄໍາທອງ ຮອງປະທານກວດກາພັກ-ລັດແຂວງ ຄະນະຮັບຜິດຊອບບຸກຄະລາກອນຂັ້ນແຂວງ ໄດ້ຂຶ້ນຜ່ານມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງເປັນເລຂາ, ຮອງເລຂາ, ຄະນະປະຈໍາພັກ, ປະທານ, ຮອງປະທານກວດ ກາພັກ ກອງບັນຊາການ ປກສ ແຂວງ; ພ້ອມນັ້ນ, ສະຫາຍປະທານກໍໄດ້ອະທິບາຍເພີ່ມເຕີມກ່ຽວກັບວິທີຫຼັກການ, ມາດຖານເງື່ອນໄຂໃນການຄັດເລືອກເອົາບຸກຄະລາກອນທີ່ຈະສະມັກເລືອກຕັ້ງ. ຈາກນັ້ນ, ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມກໍໄດ້ມີການປ່ອນບັດເພື່ອທາບທາມຄັດເລືອກເອົາບຸກຄະລາກອນ ຮອບທີ II.

ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ປ່ອນບັດ ທາບທາມບຸກຄະລາກອນ ຮອບທີ II
ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ປ່ອນບັດ ທາບທາມບຸກຄະລາກອນ ຮອບທີ II

ກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງທັງ 2 ພາກ ຂອງຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງໂດຍຫຍໍ້ໄລຍະ 5 ປີຜ່ານມາ ແຕ່ 2014-2020, ຮ່າງທິດທາງແຜນການໃນ 5 ປີຕໍ່ໜ້າ 2020-2025 ແລະ ຮ່າງບົດສຳຫຼວດການນຳ ພາລວມຂອງອົງຄະນະພັກສະໄໝທີ ll; ໂອກາດດັ່ງກ່າວ, ຜູ້ແທນທີ່ເຂົ້າຮ່ວມໄດ້ ພ້ອມກັນປະກອບຄຳຄິດຄໍາເຫັນໃສ່ຮ່າງບົດລາຍງານການເມືອງ, ບົດສະຫຼຸບ, ຮ່າງທິດທາງແຜນການ ແລະ ຮ່າງບົດສຳຫຼວດການນຳພາ ໂດຍຍົກໃຫ້ເຫັນດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນໃນການຈັດຕັ້ງປະຕິບັດໄລຍະ 5 ປີຜ່ານມາ ໃຫ້ຄົບຖ້ວນສົມບູນຂຶ້ນຕື່ມອີກ.