ພິທີມອບ-ຮັບໜ້າທີ່ ຫົວໜ້າຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ລະຫວ່າງ ພັທ ວົງວິໄລ ອິນທິສານ ຮັກສາການ ຫົວໜ້າຫ້ອງສັນຕິບານ (ຜູ້ເກົ່າ) ແລະ ພັທ ສຸກສະຫວັນ ບຸບຜາພັນ ຫົວໜ້າຫ້ອງສັນຕິບານ (ຜູ້ໃໝ່) ໄດ້ຈັດຂຶ້ນໃນວັນທີ 19 ກຸມພາ 2020, ເຂົ້າຮ່ວມໂດຍ ພັທ ຜາຂົງ ດອກມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ພ້ອມດ້ວຍ ຄະນະກອງບັນຊາການ, ຄະນະຫ້ອງ ແລະ ພະແນກອ້ອມຂ້າງ.

ພິທີມອບ-ຮັບໜ້າທີ່ຄັ້ງນີ້ ໄດ້ປະຕິບັດຕາມຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 428/ປກສ ລົງວັນທີ 7 ກຸມພາ 2020 ວ່າດ້ວຍ ການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ເຊິ່ງໄດ້ແຕ່ງຕັ້ງ:

  • ພັທ ສຸກສະຫວັນ ບຸບຜາພັນ ເປັນ ຫົວໜ້າຫ້ອງສັນຕິບານ ແລະ ແຕ່ງຕັ້ງ ພັຕ ບຸນຖອງ ລາດສະວົງສຸກ ເປັນ ຮອງຫົວໜ້າພະແນກຫ້ອງການ.

ພັທ ຜາຂົງ ດອກມະນີຈັນ ກ່າວວ່າ:

ການປັບປຸງການຈັດຕັ້ງຄັ້ງນີ້ ແມ່ນອິງໃສ່ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ການເມືອງ ກໍຄື ແບບແຜນການຊີ້ນໍາ-ນໍາພາວຽກງານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ທາງດ້ານວຽກງານວິຊາສະເພາະ ໃນແຕ່ລະໄລຍະ.

ສະນັ້ນ, ຜູ້ທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ຈົ່ງຝຶກຝົນຕົນເອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ໃນດ້ານແນວຄິດການເມືອງ, ດ້ານການຊີ້ນໍາ-ນໍາພາ, ເພີ່ມທະວີຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບການມອບໝາຍ, ເປັນແບບຢ່າງໃນການຈັດຕັ້ງປະຕິບັດແນວທາງຂອງພັກ ແລະ ມີແບບແຜນທີ່ທັນສະໄໝ ເພື່ອຮັບໃຊ້ຊາດ-ຮັບໃຊ້ປະຊາຊົນ ຢ່າງແທ້ຈິງ.