ທ້າວ ຖິ່ນນະກອນ ຫຼື ແບະ ອາຍຸ 42 ປີ ຢູ່ບ້ານນາຄວາຍໃຕ້ ແລະ ທ້າວ ພອນສະຫວັນ ຫຼື ອ້າຍ ອາຍຸ 29 ປີ ຢູ່ ບ້ານໂພນເຄັງ ທັງ 2 ຂຶ້ນກັບເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເປັນເປົ້າໝາຍຢາເສບຕິດຂອງອຳນາດການປົກຄອງບ້ານທັງ 2 ບ້ານ ຖືກເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ກັກຕົວວັນທີ 6 ກຸມພາ 2020 ໃນຂໍ້ຫາການຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ ປະເພດຢາບ້າ ພ້ອມຂອງກາງຢາບ້າ 1.012 ເມັດ ແລະ ຢາໄອສ໌ 2 ກ້ອນນ້ອຍ ໄປດຳເນີນຄະດີ.

ຜູ້ຖືກຫາທັງສອງຄົນເປັນເປົ້າໝາຍຕິດຕາມຂອງອຳນາດການປົກຄອງບ້ານນາຄວາຍໃຕ້ ແລະ ບ້ານໂພນເຄັງ ທີ່ມີພຶດຕິກຳເສບ-ເຄື່ອນໄຫວຄ້າຂາຍຢາເສບຕິດ ໂດຍສະແດງອອກມັກອອກທ່ຽວຫຼິ້ນກາງຄືນ ກັບບ້ານແບບບໍ່ມີໂມງເວລາອັນແນ່ນອນ ແລະ ມັກພົວພັນກັບກຸ້ມໄວລຸ້ນທີ່ເປັນເປົ້າໝາຍເສບ ແລະ ມົ້ວສຸມຢາເສບຕິດ ທັງສ້າງຄວາມບໍ່ສະຫງົບໃຫ້ກັບສັງຄົມ; ຈາກພຶດຕິກຳຂອງພວກກ່ຽວ, ອຳນາດການປົກຄອງບ້ານນາຄວາຍໃຕ້ ສືບຮູ້ວ່າ: ພວກກ່ຽວທັງ 2 ຄົນ ໄດ້ມາ ເຄື່ອນໄຫວຢູ່ເຂດບ້ານນາຄວາຍໃຕ້ ຈຶ່ງໄດ້ປະສານກັບເຈົ້າໜ້າທີ່ໜ່ວຍງານສະ ກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໄຊເສດຖາ ລົງມ້າງທັນການ. ຜ່ານການລົງມ້າງ ແລະ ກັກຕົວພວກກ່ຽວໄດ້ ໂດຍທ້າວ ຖິ່ນນະກອນ ຫຼື ແບະ ມີຂອງກາງຢາບ້າ ຈຳນວນ 812 ເມັດ ກັບຢາໄອສ໌ 2 ກ້ອນນ້ອຍ ແລະ ທ້າວ ພອນສະຫວັນ ຫຼື ອ້າຍ ມີຢາບ້າຕິດຕົວ 200 ເມັດ ມາສອບສວນ.

ຈາກການສືບສວນຢ່າງລະອຽດຂອງເຈົ້າໜ້າທີ່ແລ້ວໃຫ້ຮູ້ວ່າ: ຕົ້ນເດືອນພະຈິກ 2018, ທ້າວ ແບະ ໄດ້ໂຍກຍ້າຍຈາກບ້ານສີສັງວອນ ເມືອງໄຊເສດຖາ ໄປຢູ່ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ແລະ ມີການພົວພັນເສບ ພ້ອມຄ້າຂາຍຢາເສບຕິດປະເພດຢາບ້າ ໂດຍຊື້ຢາບ້ານໍາ ທ້າວ ຕ້ອມ ອາຍຸປະມານ 30 ປີ ຢູ່ ບ້ານນາຄວາຍໃຕ້ ຄັ້ງລະ 1-2 ເມັດ, ຈາກການຊື້ຢາບ້າເສບຫຼາຍຄັ້ງ ເຮັດໃຫ້ລຶ້ງເຄີຍກັນ ເຮັດໃຫ້ ທ້າວ ປ້ອມ ໄດ້ຊັກຊວນໃຫ້ຂາຍຢາເສບຕິດ ໂດຍເອົາຢາບ້າໃຫ້ໄປຂາຍກ່ອນ 1 ຖົງ ມີ 200 ເມັດ ເມື່ອຂາຍໝົດຈຶ່ງຈ່າຍເງິນຕາມຫຼັງ ເມື່ອໄດ້ຢາບ້າມາແລ້ວ ທ້າວ ແບະ ໄດ້ເອົາໄປຂາຍໃຫ້ກັບໄວລຸ້ນຢູ່ຕາມຮ້ານເກມ ຄັ້ງລະ 2-5 ເມັດ. ນັບແຕ່ນັ້ນມາ ກໍເອົາຢາບ້າມາຂາຍຫຼາຍຄັ້ງ ຫຼາຍສຸດແມ່ນ 5 ຖົງ, ສ່ວນຈຸດນັດຊື້-ຂາຍແມ່ນທ້າວ ປ້ອມ ຈະເປັນຄົນເອົາມາສົ່ງໃຫ້ຢູ່ເຮືອນ.

ມາເດືອນພະຈິກ 2019, ທ້າວ ແບະ ກັບແຟນສາວ ໄດ້ມີລູກຮ່ວມກັນ ຈຶ່ງເອົາແຟນສາວກັບລູກມາຢູ່ນໍາ. ປັດຈຸ ບັນ, ລູກອາຍຸ 4 ເດືອນ. ນອກນີ້, ການເຄື່ອນໄຫວຂອງທ້າວ ແບະ ແມ່ນບໍ່ເຄີຍໃຫ້ແຟນສາວຮູ້ເຫັນນໍາ, ເມື່ອໄດ້ເງິນມາກໍໄດ້ແບ່ງແຟນໃຊ້ຈ່າຍຊື້ກິນລ້ຽງລູກໄປແຕ່ລະມື້; ຕໍ່ມາ ທ້າວ ຕ້ອມ ໄດ້ບອກໃຫ້ ທ້າວ ແບະ ຕິດຕໍ່ຫາ ທ້າວ ປ້ອມ ອາຍຸປະ ມານ 30 ປີ ພັກເຊົາຢູ່ບ້ານ ນາສ້າງໄພ ເມືອງໄຊເສດຖາ ເພື່ອໄປຮັບ ເອົາຢາບ້າມາຂາຍ, ເມື່ອທ້າວ ແບະ ຈຶ່ງໄດ້ຕິດຕໍ່ພົວພັນ ແລະ ຮັບເອົາຢາບ້າ ນຳທ້າວ ປ້ອມ ມາຂາຍຄັ້ງລະ 1 ຖົງ ແລ້ວເອົາໄປຂາຍໃຫ້ໄວລຸ້ນທົ່ວໄປ ແລະ ເອົາໃຫ້ທ້າວ ພອນສະຫວັນ ຫຼື ອ້າຍ ເປັນຄົນໄປຂາຍຕໍ່ໃຫ້ກັບໄວລຸ້ນຢູ່ຕາມຮ້ານເກມເຂດບ້ານນາໄຊ.

ມາໃນວັນທີ 3 ກຸມພາ 2020, ເວລາປະມານ 10:00 ໂມງ ທ້າວ ປ້ອມ ໄດ້ເອົາຢາເສບຕິດ ປະເພດເຮໂຣອິນ 2 ກ້ອນນ້ອຍໄປຝາກໄວ້ນໍາ ທ້າວ ແບະ ໂດຍບອກວ່າ ຖ້າມີຜູ້ຊື້ແມ່ນຂາຍໂລດ. ຈາກນັ້ນ, ທ້າວ ແບະ ໄດ້ຊຸກເຊື່ອງໄວ້ ໃນຕູ້ລໍາໂພງ. ຈົນມາຮອດວັນທີ 6 ກຸມພາ 2020, ທ້າວ ປ້ອມ ໄດ້ເອົາຢາບ້າມາສົ່ງໃຫ້ ທ້າວ ແບະ ຈໍານວນ 5 ຖົງ ແລ້ວຂັບລົດອອກໄປ. ຕໍ່ມາເວລາປະມານ 11:00 ໂມງ, ທ້າວ ອ້າຍ ໄດ້ມາເອົາຢາບ້ານໍາ ທ້າວ ແບະ 1 ຖົງ ເມື່ອທັງ 2 ຄົນ ຊື້-ຂາຍຢາບ້າຮ່ວມກັນແລ້ວ ຈຶ່ງຖືກເຈົ້າໜ້າທີ່ເຂົ້າຈັບຕົວ ພວກກ່ຽວພົບເຫັນຂອງກາງຢາເສບຕິດຢາບ້ານໍາ ທ້າວ ແບະ 4 ຖົງ ມີ 812 ເມັດ ກັບ ເຮໂຣອິນ 2 ກ້ອນນ້ອຍ ແລະ ທ້າວ ອ້າຍ ມີຂອງກາງຢາບ້າ 1 ຖົງ ມີ 200 ເມັດ ລວມຂອງກາງຢາບ້າ 1.012 ເມັດ ກັບຢາໄອສ໌ 2 ກ້ອນນ້ອຍມາດຳເນີນຄະດີ.