ໃນວັນທີ 25 ກຸມພາ 2020, ໄດ້ເກີດອຸບັດຕິເຫດລົດເມໂດຍສານ ຕໍາກັບລົດຈັກຢູ່ເສັ້ນທາງເລກທີ 13 ໃຕ້ ເຂດບ້ານນາແດງ ເມືອງໄຊບູລີ ແຂວງສະຫວັນນະເຂດ ເຮັດໃຫ້ຜູ້ຂັບຂີ່ລົດຈັກ ທັງສອງຄົນເສຍຊີວິດຄາທີ່.

ເຈົ້າໜ້າທີ່ກອງຄະດີອຸບັດຕິເຫດ ພະແນກຕໍາຫຼວດຈະລາຈອນ ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ອຸບັດຕິເຫດລະຫວ່າງລົດເມໂດຍສານ ຕໍາກັບລົດຈັກ ເກີດຂຶ້ນໃນເວລາປະມານ 23:30 ໂມງ ຈາກການເກັບກໍາຂໍ້ມູນຢູ່ສະຖານທີ່ເກີດເຫດ, ລົດເມໂດຍສານ 45 ບ່ອນນັ້ງ ໝາຍເລກທະບຽນ ບກ 0342 ເຊກອງ ຂັບຂີ່ໂດຍ ທ້າວ ໄພວັນ ອາຍຸ 26 ປີ ບ້ານນາຄູນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຂັບຂີ່ຕາມຖະໜົນ 13 ໃຕ້ ມາແຕ່ປາກເຊ ມຸ່ງໜ້າໄປນະຄອນຫຼວງວຽງຈັນ.

ພໍຮອດຈຸດເກີດເຫດເປັນເສັ້ນທາງຊື່ເຂດບ້ານນາແດງ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ຕໍາກັບລົດຈັກໂຄລາວ ສີດໍາ ບໍ່ມີໝາຍເລກທະບຽນ ທີ່ແລ່ນສວນທາງກັນ ຂັບຂີ່ໂດຍ ທ້າວ ມັອດ ອາຍຸ 12 ປີ ແລະ ຜູ້ຊ້ອນທ້າຍຊື່ທ້າວ ເຈມ ອາຍູຸ 19 ປີ ທັງສອງ ປະຊາຊົນ ບ້ານນາວເໜືອ ເມືອງໄຊບູລີ ແຂວງສະຫວັນນະເຂດ ທັງສອງເສຍຊີວິດຄາທີ່.

ອຸບັດຕິເຫດຄັ້ງນີ້, ຈາກການເກັບກໍາຂໍ້ມູນຂອງເຈົ້າໜ້າທີ່ໃນເບື້ອງຕົ້ນ ເກີດຈາກຜູ້ຂັບຂີ່ລົດຄັນໃດໜຶ່ງຂັບຂີ່ກິນທາງ, ສ່ວນຜູ້ຂັບລົດໂດຍສານ ເຈົ້າໜ້າທີ່ກັກຕົວໄວ້ທີ່ກອງບັນຊາການ ປກສ ເມືອງໄຊບູລີ ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.