ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ຈັດພິທີປະກາດແຕ່ງຕັ້ງ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ໃນວັນທີ 26 ກຸມພາ 2020, ເຂົ້າຮ່ວມໂດຍ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງ ປກສ, ມີ ພົຈວ ຈັນສະແຫວງ ທິບຄູນທອງ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ໃນພິທີ, ພັທ ສຸກສະຫວັນ ສີອຳຄາ ຫົວໜ້າພະແນກບໍລິຫານສັງລວມ ກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ວ່າດ້ວຍ ການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບ ກອງບັນຊາການປ້ອງກັນເຄື່ອນທີ່ ເຊິ່ງໃນນີ້ໄດ້ແຕ່ງຕັ້ງ:

ພັທ ດຸ້ຍວົງໄຊ ພົມວົງສາ ແລະ ພັທ ທອງເພັດ ແສນສຸວັນ ເປັນ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ພ້ອມກັນນັ້ນ, ໃນພິທີດັ່ງກ່າວ ຍັງໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ວ່າດ້ວຍ ການໂຍກຍ້າຍນາຍຕໍາຫຼວດ ທີ່ຂຶ້ນກັບ ກອງບັນຊາການປ້ອງກັນເຄື່ອນທີ່, ໃນນີ້ໄດ້ໂຍກຍ້າຍ:

  • ພັທ ຖາວອນ ຈັນທະລີມາ ຈາກກອງພັນ 133 ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າສູນຝຶກອົບຮົມວິຊາສະເພາະ ປ້ອງກັນເຄື່ອນທີ່ ຄົບວົງຈອນ
  • ພັທ ນາງ ພົມອຸລາ ເລືອງວັນໄຊ ຈາກຫ້ອງການເມືອງ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າຫ້ອງການ

ພ້ອມນັ້ນ ຍັງໄດ້ແຕ່ງຕັ້ງ ຫົວໜ້າ, ຮອງຫ້ອງ, ກອງພັນ ແລະ ສູນ ເຊິ່ງໃນນີ້ແຕ່ງຕັ້ງ:

  • ພັທ ໜູກອນ ແສງວິໄລ ເປັນ ຫົວໜ້າຫ້ອງການເມືອງ.
  • ພັຕ ບົວພັນ ດວງສອນ ແລະ ພັຕ ຄຳໄພ ພົມມະລາ ເປັນ ຮອງຫ້ອງການເມືອງ.
  • ແຕ່ງຕັ້ງ ພັທ ພົງພັດ ໄຊຍະເພັດ ເປັນ ຫົວໜ້າຫ້ອງເສນາ.
  • ພັທ ພິມມະລອງ ປົນທະລິດ ແລະ ພັຕ ບຸນທົມ ນາດເສນ ເປັນ ຮອງ.
  • ແຕ່ງຕັ້ງ ພັທ ພູທອນ ສໍໄພວົງ ເປັນ ຫົວໜ້າກອງພັນຕີພິເສດ.
  • ແຕ່ງຕັ້ງ ພັຕ ຄຳສະຫວັນ ພູນປະເສີດ ເປັນ ຮອງຫົວໜ້າສູນຝຶກອົບຮົມວິຊາສະເພາະ ປ້ອງກັນເຄື່ອນທີ່ ຄົບວົງຈອນ.

ໂອກາດນີ້, ພົຕ ປອ ທອງເຫຼັກ ມັງໜໍ່ເມກ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງຍົກສູງບົດບາດການຊີ້ນຳ-ນຳພາ, ປັບປຸງແບບແຜນການນໍາພາ ແລະ ແບ່ງຄວາມຮັບຜິດຊອບຕາມໜ້າທີ່ຂອງແຕ່ລະບຸກຄົນ, ພ້ອມທັງເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ມີຄວາມສາມັກຄີແໜ້ນແຟ້ນ, ມີຄວາມບຸກບືນຫ້າວຫັນ ໃນການປະຕິບັດໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍໃຫ້ດີຂຶ້ນກວ່າເກົ່າ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າໃນການຊີ້ນຳ-ນຳພາພະນັກງານ ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຕາມໜ້າທີ່ຮັບຜິດຊອບໃຫ້ສຳເລັດ.