ບັນຫາແຮງງານລາວລັກລອບໄປເຮັດວຽກຢູ່ປະເທດເພື່ອນບ້ານ ໂດຍສະເພາະ ຣາຊະອານາຈັກໄທ ໃນແຕ່ລະປີເປັນຈໍານວນຫຼວງຫຼາຍ ເຮັດໃຫ້ແຮງງານເຫຼົ່ານີ້ບໍ່ໄດ້ຮັບການປົກປ້ອງທາງດ້ານກົດໝາຍຈາກປະເທດຕົ້ນທາງ ແລະ ປາຍທາງ ທັງຍັງມີຄວາມສ່ຽງສູງທີ່ຈະຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດ. ໃນນີ້, ແຂວງຈໍາປາສັກ ກໍເປັນອີກແຂວງໜຶ່ງທີ່ມີພໍ່-ແມ່ປະຊາຊົນລາວ ລັກລອບໄປຂາຍແຮງງານຢູ່ປະເທດໄທເປັນຈໍານວນຫຼວງຫຼາຍເຮັດໃຫ້ການສະກັດກັ້ນການລັກລອບ ແລະ ແກ້ໄຂ ໄດ້ຍາກພໍສົມຄວນ ເນື່ອງຈາກວ່າພໍ່-ແມ່ປະຊາຊົນອາໄສຫຼາຍຊ່ອງທາງເຂົ້າ-ອອກ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການປະຕິບັດຂອງເຈົ້າໜ້າທີ່ກ່ຽວຂ້ອງ.

ພັທ ບຸນສົງ ຈັນທະວົງສັກ ຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງຈໍາປາສັກ ໃຫ້ຮູ້ໃນກອງປະຊຸມສະຫຼຸບວຽກງານຕໍາຫຼວດໃນທົ່ວປະເທດທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນຄັ້ງວັນທີ 24 ມັງກອນ 2020 ວ່າ: ໜຶ່ງໃນປະກົດການຫຍໍ້ຂອງແຂວງຈໍາປາສັກ ກໍຄືບັນຫາການປະຊາຊົນລັກລອບໄປເຮັດວຽກຢູ່າຊະອານາ ຈັກໄທ ທີ່ທາງເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງບໍ່ສາມາດສະກັດກັ້ນໄວ້ໄດ້ ເພາະແຂວງຈໍາປາສັກ ກໍເປັນອີກແຂວງໜຶ່ງທີ່ມີຊາຍແດນທິດຕາເວັນຕົກຕິດກັບຣາຊາອານາຈັກໄທ ແລະ ມີຫຼາຍຊ່ອງທາງເຂົ້າ-ອອກລະຫວ່າງປະເທດ ນັບທັງທາງທໍາມະຊາດ ແລະ ດ່ານສາກົນ ຈຶ່ງເຮັດໃຫ້ປະຊາຊົນລາວແຂວງຈໍາປາສັກ ສວຍໂອກາດອາ ໃສຊ່ອງທາງນີ້ເປັນຊ່ອງວ່າງລັກລອບໄປເຮັດວຽກຢູ່ປະເທດໄທຢ່າງບໍ່ຖືກຕ້ອງຕາມລະບຽບກົດໝາຍ, ຈາກບັນຫາດັ່ງກ່າວໄດ້ ສ້າງຄວາມຫຍຸ້ງຍາກໃນການສະກັດກັ້ນຂອງເຈົ້າໜ້າທີ່, ເຖິງຈະມີການສະກັດກັ້ນປານໃດກໍຕາມ.

ໃນປີ 2019 ຜ່ານມາ, ເຈົ້າໜ້າທີ່ຕໍາຫຼວດ ປກສ ແຂວງຈໍາປາສັກ ສາມາດກວດພົບພົນລະເມືອງລາວ ໄປອອກແຮງງານຢູ່ປະເທດໄທ ຈໍານວນ 34.474 ຄົນ, ຍິງ 19.321 ຄົນ. ໃນນີ້, ໄປຖືກຕ້ອງຕາມລະບຽບກົດໝາຍ ຈໍານວນ 4.555 ຄົນ ຍິງ 2.321 ຄົນ ແລະ ລັກລອບ ຈໍານວນ 29.919 ຄົນ ຍິງ 17.000 ຄົນ. ນອກນັ້ນ, ບັນດາຜູ້ໄປຂາຍແຮງງານຢູ່ແຂວງພາກໃຕ້ສ່ວນໃຫຍ່ ແມ່ນຜ່ານທາງແຂວງຈໍາປາສັກ ໃນຈໍານວນໄປບໍ່ຖືກຕ້ອງຕາມລະບຽບກົດໝາຍ ໂດຍແຮງງານສ່ວນຫຼາຍຈະຖືກຊັກຊວນ, ຫຼອກລວງຈາກນາຍໜ້າ ຫຼື ລັກລອບໄປດ້ວຍຕົນເອງຈໍານວນໜຶ່ງແບບຜິດກົດໝາຍ ເນື່ອງຈາກຄິດວ່າໄປຂາຍແຮງງານທີ່ປະເທດໄທ ມີລາຍໄດ້ສູງກວ່າຢູ່ປະ ເທດລາວ ຈຶ່ງເຮັດໃຫ້ແຮງງານເຫຼົ່ານີ້ບໍ່ໄດ້ຮັບການປົກປ້ອງຕາມລະບຽບກົດໝາຍລະຫວ່າງປະເທດ ແລະ ມີຄວາມສ່ຽງສູງທີ່ຈະເປັນເຫຍື່ອຂອງຂະບວນການມະນຸດ.

ໃນການສະກັດກັ້ນ ແລະ ແກ້ໄຂຂອງເຈົ້າໜ້າທີ່ຜ່ານມາ, ກໍໄດ້ສຸມໃສ່ໂຄສະນາເອົາແນວທາງນະໂຍບາຍຂອງພັກ ແລະ ລັດຖະບານໃຫ້ພໍ່-ແມ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບກົດໝາຍ, ຜົນຮ້າຍຂອງຂະບວນການຄ້າມະນຸດ ແລະອື່ນໆ ຢ່າງເປັນປົກກະຕິ. ໃນກໍລະນີໄປບໍ່ຖືກຕ້ອງຕາມລະບຽບກົດໝາຍ ຈະບໍ່ໄດ້ຮັບການປົກ ປ້ອງ ແລະ ມີຄວາມສ່ຽງຈະຖືກຂູດຮີດແຮງງານ, ຄ້າປະເພນີ ແລະ ອາດຈະຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດ. ນອກນັ້ນ, ກໍຈັດຕັ້ງປະຕິບັດບ້ານຂາວສະອາດ, ບ້ານປອດຄະດີ ໂດຍມີການເຊັນສັນຍາ, ເຊັນບົດບັນທຶກຮ່ວມກັນກັບປະເທດໄທ ມີ 6 ບ້ານ ທີ່ລຽບຂາຍແດນ. ນອກນັ້ນ, ກໍໄດ້ເນັ້ນໃຫ້ ປກສ ເມືອງ ທີ່ເປັນຊາຍແດນໄດ້ເປັນເຈົ້າການໃນການສະກັດກັ້ນ ແຕ່ກໍແກ້ໄຂໄດ້ໃນລະດັບໃດໜຶ່ງເທົ່ານັ້ນ.

ພັທ ບຸນສົງ ຈັນທະວົງສັກ ໃຫ້ຮູ້ຕື່ມ: ໃນຕໍ່ໜ້າ, ຍັງຈະມີປະຊາຊົນບັນດາແຂວງພາກໃຕ້ ແລະ ຜ່ານຊາຍແດນ ແຂວງຈໍາປາສັກ ໄປເຮັດວຽກຢູ່ປະເທດໄທ ຢ່າງຕໍ່ເນື່ອງ. ສະນັ້ນ, ເຈົ້າໜ້າທີ່ຈະສຸມໃສ່ສະກັດກັ້ນຊ່ອງທາງ ຕ່າງໆ ເພື່ອບໍ່ໃຫ້ມີການລັກລອບ ຫຼື ນໍາໃຊ້ເສັ້ນທາງແຂວງຈໍາປາສັກ ເປັນທາງຜ່ານໄປເຮັດວຽກຢູ່ປະເທດເພື່ອນບ້ານ, ໄປຄຽງຄູ່ກັບວຽກງານໂຄສະນາເຜີຍແຜ່ລະບຽບການຕ່າງໆໃຫ້ທົ່ວເຖິງບັນດາແຮງງານທີ່ເປັນເປົ້າໝາຍໂດຍສະເພາະບັນດາເມືອງ, ບ້ານທີ່ຢູ່ລຽບຕາມຊາຍແດນ ພ້ອມທັງອັດຊ່ອງວ່າງ ເພື່ອບໍ່ໃຫ້ປະຊາຊົນລັກລອບຜ່ານແດນ. ນອກນີ້; ປະສານສົມທົບກັບບັນດາປະເທດປາຍທາງໃຫ້ມີການກວດກາຢ່າງລະອຽດ ໃນກໍລະນີ ໄປບໍ່ຖືກຕ້ອງກໍໃຫ້ຜັກດັນກັບປະເທດຕົ້ນທາງ.

ຢ່າງໃດກໍຕາມ, ປັດຈຸບັນ ສປປ ລາວ ພວມໄດ້ຮັບການສ້າງສາພັດທະນາມີໂຮງຈັກ, ໂຮງງານອຸດສະຫະກໍາ ແລະ ວຽກງານອື່ນເປັນຈໍານວນຫຼວງຫຼາຍ ແລະ ຍັງຕ້ອງການກໍາມະກອນບັນຈຸເຂົ້າຢູ່ໃນຫຼາຍຕໍາແໜ່ງງານກໍາມະກອນເຫຼົ່ານີ້ຄວນຈະເຮັດວຽກຢູ່ພາຍໃນປະເທດ ໂດຍມີຄ່າຕອບແທນໃກ້ຄຽງກັບບັນດາປະເທດເພື່ອນ. ແຕ່ໃນການໄປເຮັດວຽກເຮັດງານທໍາຢູ່ປະເທດເພື່ອນບ້ານພັກ ແລະ ລັດຖະບານບໍ່ໄດ້ຫວງຫ້າມທັງມີການເປີດກວ້າງແຕ່ຕ້ອງຖືກຕາມລະບຽບກົດໝາຍຂອງ ສປປ ລາວ ແລະ ກົດໝາຍລະຫວ່າງປະເທດທີ່ກໍານົດໄວ້ ໂດຍໃຫ້ຜ່ານ ບໍລິສັດຈັດຫາງານ ຫຼື ເຮັດໜັງສືຢ່າງຖືກຕ້ອງຈະປົກປ້ອງຜົນປະໂຫຍດ ແລະ ຄຸ້ມຄອງແຮງງານ.