ວັນທີ 18 ກຸມພາ 2020 ຜ່ານມາ, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມສານນຳເອົາຄະດີອາຍາພິຈາລະນາຕັດສິນໃນສະຖານຄ້າ-ຂາຍຢາເສບຕິດຈຳ ເລີຍຊື່ ທ້າວ ເຢຍຈົງ ອາຍຸ 43 ປີ ບ້ານນ້ຳນ້ອຍ ເມືອງຮຸນ ແຂວງອຸດົມໄຊ ສານຕັດສິນລົງໂທດຈຳຄຸກຕະຫຼອດຊີວິດ ພ້ອມທັງປັບໃໝ ແລະ ຮິບຂອງກາງທີ່ມີສ່ວນພົວພັນໃນຄະດີດັ່ງກ່າວ.

ອົງການໄອຍາການປະຊາຊົນແຂວງໄຊຍະບູລີ ຖະແຫຼງໃຫ້ຮູ້ວ່າ: ທ້າວ ເຢຍຈົງ ໄດ້ເລີ່ມພົວພັນກັບຢາເສບ ຕິດດ້ວຍຮູບການເສບ ມາແຕ່ປີ 2018 ເປັນຕົ້ນມາ ແລະ ມາຮອດປີ 2019 ຈຳເລີຍໄດ້ ໄປຊື້ຢາບ້ານຳບຸກ ຄົນບໍ່ຮູ້ຊື່ຢູ່ບ້ານກິ່ວ ຜາເມືອງ ເມືອງຮຸນ ແຂວງອຸດົມໄຊ ຈຳນວນ 6.000 ເມັດ; ຈາກນັ້ນ, ໄດ້ນໍາຢາບ້າໄປເສບ ແລະ ຈໍາໜ່າຍມົ້ວສຸມຢູ່ນໍ້ານ້ອຍ ເມືອງຮຸນ ຈໍານວນຫຼາຍຄັ້ງເພື່ອກິນກໍາໄລ.

ວັນທີ 19 ສິງຫາ 2019, ຈຳເລີຍໄດ້ນຳເອົາຢາບ້າໃສ່ກະເປົາເປ້ເດີນທາງໄປເມືອງຫົງສາ ແຂວງໄຊຍະບູລີ ໃນລະ ຫວ່າງການເດີນທາງຈຳເລີຍໄດ້ຂາຍຢາບ້າໃຫ້ບຸກຄົນບໍ່ຮູ້ຊື່ ຈຳນວນ 400 ເມັດ; ມື້ຕໍ່ມາ, ໄດ້ຍ່າງໄປບ້ານພູດອກ ໄມ້ ເມືອງຫົງສາ ເພື່ອຈະໄປຂາຍຢາບ້າ ໃຫ້ກັບໄວລຸ້ນໃນບ້ານດັ່ງກ່າວ ຈຶ່ງຖືກເຈົ້າໜ້າທີ່ກວດຄົ້ນຕົນຕົວພົບເຫັນຂອງກາງຢາບ້າ ຈຳນວນ 5.321 ເມັດ, ເງິນກີບ 707.000 ກີບ ແລະ ໂທລະສັບ 1 ໜ່ວຍ ໄປດໍາເນີນຄະດີຂະຫຍາຍຜົນ.

ການກະທຳຂອງຈຳເລີຍແມ່ນພຶດຕິກຳທີ່ເປັນອັນຕະລາຍຕໍ່ສັງຄົມ, ແຕະ ຕ້ອງເຖິງລະບຽບການຄວບຄຸມ, ປ້ອງ ກັນການຜະລິດ, ການຈໍລະຈອນຢາເສບຕິດ ແລະ ພື້ນຖານຄວາມໝັ້ນຄົງຂອງເສດຖະກິດແຫ່ງຊາດ, ສຸຂະພາບຮ່າງກາຍຂອງບຸກຄົນ ໂດຍສະເພາະແມ່ນຜູ້ທີ່ໄດ້ຮັບພິດໄພຈາກຢາເສບຕິດ; ອີງຕາມຂອງກາງຢາບ້າ ຈຳນວນ 5.321 ເມັດ ມີນ້ຳໜັກ 571,2 ກຼາມ ຕາມບົດບັນທຶກກວດກາຂອງກາງ ແລະ ບົດສະຫຼຸບຜົນກວດພິສູດ-ວິໄຈຢັ້ງຢືນວ່າ ຢາບ້າຈໍານວນດັ່ງກ່າວບັນຈຸສານເສບຕິດແທ້; ສະນັ້ນ; ພຶດຕິກຳຂອງ ທ້າວ ເຢຍຈົງ (ຈຳເລີຍ) ມີຄວາມຜິດຕໍ່ປະມວນກົດໝາຍອາຍາ ສະບັບປີ 2017 ໝວດທີ 8 ມາດຕາ 315 ວັກ 3 ທີ່ ໄດ້ກຳນົດວ່າ: ບຸກຄົນໃດຫາກຜະລິດ, ປຸງແຕ່ງ, ຄ້າ-ຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ຫຼື ນຳເຂົ້າ-ສົ່ງ ອອກ ຫຼື ນຳຢາອີ, ຢາບ້າ, ຢາໄອ໌ສ ຫຼື ມີວັດຖຸອອກລິດຕໍ່ຈິດປະສາດຜ່ານ ສປປ ລາວ ເກີນກວ່າ 500 ກຼາມ ຫາ 3 ກິໂລກຼາມ ຈະຖືກລົງໂທດຕັດອິດສະ ຫຼະພາບຕະຫຼອດຊີວິດ ແລະ ຈະຖືກປັບໃໝ ແຕ່ 500.000.000 ກີບ ຫາ 1.000.000.000 ກີບ ແລະ ຈະຖືກຮິບຊັບ.

ດັ່ງນັ້ນ, ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ, ເອກະສານຕ່າງໆທີ່ມີຢູ່ໃນສຳນວນຄະດີຢ່າງລະອຽດຖີ່ຖ້ວນ ຮອບດ້ານ ແລະ ພາວະວິໄສແລ້ວເຫັນ ວ່າການກະທຳຂອງຈຳເລີຍແມ່ນມີການ ກະທຳຜິດຕາມຂໍ້ກ່າວຫາແທ້; ຄະນະ ສານ ຈຶ່ງເຫັນດີຕັດສິນໃນສະຖານອາຍາ ຂັ້ນຕົ້ນຄື: ລົງໂທດຕັດອິດສະຫຼະພາບ ທ້າວ ເຢຍຈົງ ຈຳຄຸກຕະຫຼອດຊີວິດ ນັບແຕ່ວັນຈັບຕົວ ເປັນຕົ້ນມາ ແລະ ປັບໃໝ 500.000.000 ກີບ. ນອກນັ້ນ, ສານຍັງເຫັນຄວນຮິບຂອງກາງຢາບ້າ 5.321 ເມັດ, ນ້ຳໜັກ 571,2 ກຼາມ ມອບໃຫ້ ເຈົ້າໜ້າທີ່ຮັກສາໄວ້ ເພື່ອທໍາລາຍຖິ້ມ, ຮິບໂທລະສັບມືຖື 1 ໜ່ວຍ ແລະ ເງິນກີບຈຳນວນ 707.000 ກີບ ເຂົ້າເປັນຂອງລັດ ເນື່ອງຈາກສິ່ງດັ່ງກ່າວໄດ້ມາຈາກການຄ້າ-ຂາຍຢາເສບຕິດ.