ທາບທາມບຸກຄະລາກອນ ເຂົ້າເປັນ ຄະນະພັກຫ້ອງວ່າການ ກະຊວງ ປກສ ຮອບທີ II

0
1941

ກອງປະຊຸມທາບທາມຢັ່ງຫາງສຽງບຸກຄະລາກອນ ເຂົ້າເປັນ ຄະນະພັກຫ້ອງວ່າການ ກະຊວງ ປກສ ຊຸດທີ VI ຮອບທີ II ຈັດຂຶ້ນໃນວັນທີ 28 ກຸມພາ 2020 ເປັນປະທານໂດຍ ພົຈວ ສົມວັນ ສາຍລ້ອງພາ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າຫ້ອງວ່າການ ກະຊວງ ປກສ, ພ້ອມທັງມີ ຄະນະພັກ, ແຂກຮັບເຊີນ, ສະມາຊິກພັກສົມບູນ ເຂົ້າຮ່ວມ.

ພົຈວ ສົມວັນ ສາຍລ້ອງພາ ຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າຫ້ອງວ່າການ ກະຊວງ ປກສ

ພັອ ກຽງຄໍາ ອິນແພງທະວົງ ຮອງເລຂາຄະນະພັກກະຊວງ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ ໄດ້ຜ່ານຮ່າງບົດລາຍງານການເມືອງທັງສອງພາກ ຄື:

ຜົນງານດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ ພ້ອມທັງໃຫ້ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນໃສ່ຮ່າງບົດລາຍງານດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນສົມບູນຍິ່ງຂຶ້ນ.

ໃນກອງປະຊຸມ ຍັງໄດ້ຜ່ານມາດຖານ, ເງື່ອນໄຂຜູ້ຈະລົງສະໝັກເປັນ ຄະນະພັກຊຸດໃໝ່ ແມ່ນຕ້ອງມີມາດຖານທາງດ້ານຄຸນທາດການເມືອງ, ຢຶດໝັ້ນຕໍ່ອຸດົມການສັງຄົມນິຍົມ, ມີທັດສະນະການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ລະບອບປະຊາທິປະໄຕປະຊາຊົນ ຢ່າງໜັກແໜ້ນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ.

ພັອ ກຽງຄໍາ ອິນແພງທະວົງ ຮອງເລຂາຄະນະພັກກະຊວງ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ

ດ້ານຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນດຳລົງຊີວິດ ແມ່ນຕ້ອງມີນໍ້້າໃຈເສຍສະລະເພື່ອຊາດ, ເພື່ອປະຊາຊົນ, ສຸມສະຕິປັນຍາ ແລະ ກຳລັງວັງຊາຂອງຕົນ ເພື່ອຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດໃຈ, ດຳລົງຊີວິດດ້ວຍຄວາມບໍລິສຸດສັດຊື່, ປອດໃສ, ດຸໝັ່ນ, ອົດທົນ, ປະຢັດ, ມີຄວາມສຸພາບຮຽບຮ້ອຍ ແລະ ເຮັດແທ້ທໍາຈິງ, ບຸກບືນຄົ້ນຄວ້າຮໍ່າຮຽນພັດທະນາຕົນເອງ, ເປັນເຈົ້າການສະກັດກັ້ນຕ້ານທຸກພຶດຕິກຳທີ່ເປັນການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຕ່າງໆພາຍໃນພັກ ແລະ ທົ່ວສັງຄົມ.

ດ້ານຄວາມຮູ້-ຄວາມສາມາດ ແມ່ນຕ້ອງມີຄວາມຮູ້ພື້ນຖານ ກ່ຽວກັບ ລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ກຳແໜ້ນແນວທາງແຜນນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ມີລະດັບວິຊາສະເພາະໃດໜຶ່ງ, ມີລະດັບຄວາມຮູ້ທາງດ້ານກົດໝາຍ ທີ່ສົມຄູ່ກັບ ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ມີຄວາມຮູ້ພາສາຕ່າງປະເທດ, ສາມາດນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ການສື່ສານທີ່ຈໍາເປັນ.

ດ້ານແບບແຜນການນໍາພາ ແລະ ແບບແຜນວິທີເຮັດວຽກ ຕ້ອງຢຶດໝັ້ນ ແລະ ປະຕິບັດຖືກຕ້ອງແບບແຜນເຮັດວຽກ ຕາມຫຼັກການລວມສູນປະຊາທິປະໄຕ, ປຶກສາຫາລືຕົກລົງເປັນໝູຄະນະ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ ພ້ອມທັງມີການຊຸກຍູ້, ຕິດຕາມ, ກວດກາ, ສະຫຼຸບຕີລາຄາ, ຖອດຖອນບົດຮຽນ ແລະ ສ່ອງແສງລາຍງານເປັນປົກກະຕິ.

ດ້ານສຸຂະພາບ ແມ່ນຕ້ອງມີສຸຂະພາບແຂງແຮງ, ສາມາດປະຕິບັດໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍໃຫ້ສໍາເລັດເປັນຢ່າງດີ.

ສໍາລັບເງື່ອນໄຂຜູ້ຈະລົງສະໝັກເປັນ ຄະນະພັກຊຸດໃໝ່ ຕ້ອງແມ່ນສະມາຊິກ ພັກປະຊາຊົນ ປະຕິວັດລາວ ແລະ ເປັນສະມາຊິກພັກສົມບູນ ທີ່ມີອາຍຸພັກແຕ່ 7 ປີຂຶ້ນໄປ, ໄດ້ເປັນຄະນະພັກໃດໜຶ່ງຢ່າງໜ້ອຍ 1 ສະໄໝຂຶ້ນໄປ, ຄະນະບໍລິຫານງານພັກ ຜູ້ເກົ່າ ທີ່ສືບຕໍ່ສະໝັກ ຕ້ອງມີອາຍຸກະສຽນບໍ່ເກີນ 60 ປີ, ຜູ້ສະໝັກໃໝ່ ຕ້ອງມີອາຍຸກະສຽນບໍ່ເກີນ 55 ປີ, ລະດັບການສຶກສາມັດທະຍົມຕອນປາຍ, ມີລະດັບວິຊາສະເພາະ ແລະ ມີລະດັບທິດສະດີການເມືອງຊັ້ນສູງຂຶ້ນໄປ.

ເຊິ່ງໃນຮອບ II ນີ້ ມີຜູ້ລົງສະໝັກທັງໝົດ 21 ສະຫາຍ ແລະ ຈະເລືອກເອົາ 17 ສະຫາຍ.