ພັທ ສົມພຽງ ສຸກປະເສີດ ຫົວໜ້າຫ້ອງການກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ກ່າວໃນກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2019 ໃນວັນທີ 17 ກຸມພາ 2020 ວ່າ: ໃນປີ 2019 ຜ່ານມາ, ທົ່ວນະຄອນຫຼວງວຽງຈັນ ມີຄະດີເກີດຂຶ້ນ 3.646 ເລື່ອງ ແກ້ໄຂໄດ້ 3.385 ເລື່ອງ ກັກຕົວຜູ້ກະທຳຜິດມາດຳເນີນຄະດີໄດ້ 4.130 ຄົນ; ຈາກຄະດີທີ່ເກີດຂຶ້ນພົ້ນເດັ່ນກວ່າໝູ່ແມ່ນຄະດີລັກຊັບພົນລະເມືອງເກີດຂຶ້ນ 1.178 ເລື່ອງ; ໃນນັ້ນ, ລັກລົດຈັກ 1.011 ເລື່ອງ ແລະ ລົດໃຫຍ່ 7 ເລື່ອງ ແກ້ໄຂໄດ້ 1.097 ເລື່ອງ ກັກຕົວຜູ້ກະທຳຜິດໄດ້ 795 ຄົນ; ທຽບໃສ່ປີ 2018 ຄະດີລັກຊັບພົນລະເມືອງ ເພີ່ມຂຶ້ນ 188 ເລື່ອງ ( ປີ 2018 ເກີດ ຂຶ້ນ 990 ເລື່ອງ ).

ການລັກຊັບພົນລະເມືອງໃນທຸກມື້ນີ້ແມ່ນເກີດຈາກຫຼາຍປັດໄຈ ໂດຍສະເພາະແມ່ນເກີດຈາກຄວາມໂລບມາກຂອງບຸກຄົນ, ເກີດຈາກການດໍາລົງຊີວິດໃນຄອບຄົວທີ່ບໍ່ຄ່ອຍດີ, ເກີດຈາກແນວຄິດຂີ້ຄ້ານອອກແຮງງານຫາເງິນ, ເກີດຈາກການດໍາລົງຊີວິດຫຼິ້ນກິນຟຸມເຟືອຍ, ຕິດການພະນັນ, ຕິດຢາເສບຕິດ; ເຊິ່ງບັນຫາດັ່ງກ່າວນີ້ແມ່ນບັນຫາຫຼັກທີ່ພາໃຫ້ເກີດມີການລັກຊັບພົນລະເມືອງຢູ່ໃນທຸກວັນນີ້; ເພາະບັນຫາດັ່ງກ່າວນີ້ ໄດ້ສ້າງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ຄວາມເສຍຫາຍໃຫ້ແກ່ສັງຄົມ; ສະນັ້ນ, ທຸກຄົນໃນສັງຄົມຄວນມີສະຕິ ລະວັງຕົວເກັບມ້ຽນຊັບຂອງຕົນໃຫ້ດີບໍ່ໃຫ້ເປັນສິ່ງຢົ້ວຕາຢົ້ວໃຈຂອງພວກຂີ້ລັກ ແລະ ພ້ອມກັນສະກັດກັ້ນປະ ກົດການເຫຼົ່ານີ້ໃຫ້ແຂງແຮງ ເພື່ອບໍ່ໃຫ້ບັນຫາລັກຊັບເຕີບໃຫຍ່ຂະຫຍາຍຕົວຫຼາຍກວ່ານີ້.

ຜ່ານການການສອບສວນຂອງເຈົ້າໜ້າທີ່, ຜູ້ຖືກຫາຫຼາຍຄົນຮັບສາລະພາບເປັນສຽງດຽວກັນວ່າ: ການທີ່ລົງມືລັກຊັບພົນລະເມືອງ ຍ້ອນຢາກໄດ້ເງິນໄປຊື້ຢາບ້າມາເສບ ແລະ ຕ້ອງການໄປຫຼິ້ນກິນຟຸມເຟືອຍ ແລະ ຜູ້ຖືກຫາອີກຫຼາຍຄົນກໍ ຍອມຮັບວ່າ: ຍ້ອນຕົນເອງຕິດເກມພະນັນອອນລາຍ ແລະ ເສຍເງິນໃຫ້ເກມດັ່ງກ່າວຈົນໝົດບໍ່ຮູ້ຈະໄປຫາເງິນຢູ່ໃສມາຫຼິ້ນ ເພື່ອນຳເງິນທີ່ເສຍໄປຄືນມາ ຈຶ່ງຕັດສິນໃຈລົງມືລັກຊັບເພື່ອນຳໄປຂາຍເອົາເງິນມາຫຼິ້ນເກມ.

ດັ່ງນັ້ນ, ຢາກແກ້ໄຂບັນຫາດັ່ງກ່າວໄດ້ ກ່ອນອື່ນໝົດພໍ່-ແມ່ ຫຼື ຜູ້ປົກຄອງ ຕ້ອງເອົາໃຈໃສ່ສຶກສາອົບຮົມ, ຄຸ້ມ ຄອງ, ຕິດຕາມ, ກວດກາການເຄື່ອນໄຫວລູກ-ຫຼານຂອງຕົນເປັນປະຈໍາ, ຖ້າເຫັນລູກ-ຫຼານຂອງຕົນມີພຶດຕິກຳກະທຳຜິດຕ້ອງກ່າວເຕືອນ ເພື່ອບໍ່ໃຫ້ພວກເຂົາຫົຼງຕົວກະທຳໃນສິ່ງທີ່ຜິດຕໍ່ລະບຽບກົດໝາຍ, ຖ້າວ່າພວກເຂົາ ຍັງບໍ່ເຂັດຫຼາບຕ້ອງຈິງໃຈລາຍງານໃຫ້ເຈົ້າໜ້າທີ່ຕໍາຫຼວດຮັບຮູ້, ບໍ່ຄວນປົກປິດການກະທໍາທີ່ບໍ່ຖືກຕ້ອງຂອງລູກ-ຫຼານຕົນ; ຜ່ານມາ, ພວກເຮົາຍັງມີລັກສະນະປົກປ້ອງການກະທໍາຜິດຂອງລູກ-ຫຼານຢູ່ ໂດຍສະເພາະຕໍ່ພວກຂີ້ລັກ; ເມື່ອເຫັນ ເຈົ້າໜ້າທີ່ກັກຕົວເອົາມາດໍາເນີນຄະດີ, ພໍ່-ແມ່ຜູ້ປົກຄອງບາງຄົນພັດວິ່ງເຕັ້ນແລ່ນໄປຫາຜູ້ນັ້ນ-ຜູ້ ນີ້ທີ່ມີສິດ-ມີອໍານາດ ເພື່ອຊ່ວຍເອົາລູກ-ຫຼານບໍ່ ໃຫ້ຖືກດຳເນີນຄະດີ, ແທນທີ່ຈະພ້ອມໃຈຮ່ວມກັບເຈົ້າໜ້າທີ່ສຶກສາອົບຮົມລູກ-ຫຼານຂອງຕົນ, ພັດກົງກັນຂ້າມໄປປົກປ້ອງ ແລະ ໃຫ້ທ້າຍພວກເຂົາ ຈົນເຮັດໃຫ້ລູກ-ຫຼານທີ່ເປັນຄົນຂີ້ລັກນັ້ນໄດ້ເດີ້ມ, ບໍ່ຢ້ານກົວຕໍ່ເຈົ້າໜ້າທີ່ ແລະ ລະບຽບກົດໝາຍ.