ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຈັບຜູ້ຖືກຫາ ຄ້າຂາຍຢາເສບຕິດ (ຢາບ້າ) ຢູ່ເຮືອນພັກແຫ່ງໜຶ່ງເຂດເມືອງໂພນໂຮງ ໄດ້ 3 ຄົນ ພ້ອມກັບຂອງກາງ 51 ມັດ.

ເຈົ້າໜ້າທີ່ຕໍາຫຼວດ ປກສ ແຂວງ ເປີດເຜີຍໃຫ້ຮູ້ວ່າ: ກຸ່ມຄົນຮ້າຍກໍາລັງເຄື່ອນໄຫວຊື້-ຂາຍຢາບ້າ ໃນເຮືອນ ພັກແຫ່ງໜຶ່ງໃນຂອບເຂດ ເມືອງໂພນໂຮງ ຈຶ່ງໄດ້ນໍາກໍາລັງວິຊາສະເພາະເຂົ້າກວດກາສະຖານທີ່ດັ່ງກ່າວ ພົບເຫັນເປົ້າໝາຍ 3 ຄົນ ຄື: ທ້າວ ຮື ອາຍຸ 21 ປີ ຢູ່ບ້ານຫຼັກ 52 ເມືອງໂພນໂຮງ, ທ້າວ ສີ ອາຍຸ 27 ປີ ຢູ່ບ້ານນາມອນເໜືອ ເມືອງວັງວຽງ ທັງ 2 ເມືອງຂຶ້ນກັບແຂວງວຽງຈັນ ແລະ ທ້າວ ລົງ ອາຍຸ 26 ປີ ຢູ່ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ; ຈາກການກວດຄົ້ນພົບຂອງກາງຢາບ້າຈຳ ນວນ 51 ມັດ ເທົ່າກັບ 102.000 ເມັດ.

ຜ່ານການສອບສວນ ພວກກ່ຽວຮັບ ສາລະພາບວ່າ: ຢາບ້າຈໍານວນດັ່ງກ່າວແມ່ນເປັນຂອງພວກກ່ຽວແທ້, ເຊິ່ງໄດ້ຊື້ມາຈາກຜູ້ຮ່ວມຂະບວນການບໍ່ຮູ້ຊື່ ແລະ ບໍ່ຮູ້ທີ່ຢູ່ແນ່ນອນ ເພື່ອຈະເອົາໄປຂາຍຕໍ່ກິນກໍາໄລ ໂດຍໄດ້ນັດບ່ອນຊື້-ຂາຍຢາບ້າ ກັນຢູ່ເຮືອນພັກແຫ່ງໜຶ່ງ ແລະ ຖ້າຫາກຂາຍໝົດ ແມ່ນຈະເອົາກໍາໄລຈາກການຂາຍຢາບ້າຄັ້ງນີ້ມາແບ່ງປັນກັນ ແຕ່ເມື່ອພວກກ່ຽວທັງ 3 ຄົນ ເອົາຢາບ້າມາຮອດເຮືອນພັກ ກໍຖືກເຈົ້າໜ້າທີ່ເຂົ້າກັກຕົວ ພ້ອມຢາບ້າຈໍານວນດັ່ງກ່າວໄປດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ປັດຈຸບັນ, ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດ ປກສ ແຂວງວຽງຈັນ ພວມດໍາເນີນການສືບສວນ-ສອບສວນ ພວກກ່ຽວ ເພື່ອຂະຫຍາຍຜົນຫາກຸ່ມແກ້ງເຄືອຂ່າຍ ແລະ ຜູ້ຮ່ວມຂະບວນການມາລົງໂທດ ຕາມກົດໝາຍຂອງບ້ານເມືອງ.