ຊາຍໜຸ່ມອາຍຸ 19 ປີ ຢູ່ບ້ານນາເມືອງໃຫຍ່ ເມືອງນານ ແຂວງຫຼວງພະບາງ ໄດ້ເຄື່ອນໄຫວລັກລອບຍິງສັດປ່າຢູ່ເຂດຫ້ວຍແຊະ ພູຜາດໍາຊາຍແດນເມືອງນານ ແຕ່ໂຊກຮ້າຍໃນຂະນະທີ່ກຽມຈະຍິງລີງ ກົ້ນເລົາປືນແກັບແຕກ ທະລຸໃສ່ໜ້າຜາກເຮັດໃຫ້ຕົກຕົ້ນໄມ້ ຈົນເສຍຊີວິດຄ່າທີ່ ໃນວັນທີ 29 ກຸມພາ ທີ່ຜ່ານມາ.

ເຈົ້າໜ້າທີ່ ປກສ ເມືອງນານ ໃຫ້ຮູ້ວ່າ: ໃນວັນທີ 1 ມີນາ 2020, ໄດ້ຮັບລາຍງານຈາກອໍານາດການປົກຄອງບ້ານນາເມືອງໃຫຍ່ ວ່າ: ມີປະຊາຊົນໄປຊອກຍິງສັດປ່າຢູ່ເຂດຫ້ວຍແຊະ ພູຜາດໍາຊາຍແດນເມືອງນານ ແຂວງຫຼວງພະບາງ ຫາ ເມືອງກາສີ ແຂວງວຽງຈັນ ແລ້ວປືນແກັບແຕກທະລຸອອກໃສ່ໜ້າຜາກເສຍຊີວິດ. ຈາກນັ້ນ, ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະປະສານສົມທົບກັບ ປກສ ກຸ່ມອໍານາດການປົກຄອງບ້ານໄປກວດກາສະຖານທີ່ເກີດເຫດ ເຫັນຜູ້ເສຍຊີວິດ ຊື່ທ້າວ ຈ່ອຍ ອາຍຸ 19 ປີ ຢູ່ບ້ານນາເມືອງໃຫຍ່ ເມືອງນານ ພົບປືນແກັບ 1 ກະບອກ, ເລົາເບີ້ 3 ຍາວ 7 ຄືບ. ຜ່ານການກວດຊັນນະສູດສົບ ທ້າວ ຈ່ອຍ ພົບບາດແຜ່ເປັນຮູ ຂະໜາດ 2 ຊັງ ຕີແມັດ ຢູ່ບໍລິເວນໜ້າຜາກເບື້ອງຂວາມີຄວາມເລີກ 6 ຊັງຕີແມັດ.

ຈາກການບອກເລົ່າຂອງ ທ້າວ ຕຸລາ ໝູ່ຜູ້ເສຍຊິວິດວ່າ: ໃນວັນທີ 29 ກຸມພາ 2020 ເວລາປະມານ 10:00 ໂມງ ໄດ້ຊວນກັນໄປຊອກຍິງສັດປ່າຢູ່ພູຜາດໍາ, ຈາກນັ້ນ, ທັງ 2 ຄົນກໍພາກັນກະກຽມເຄື່ອງ ພ້ອມທັງເອົາປືນແກັບໄປນໍາຜູ້ລະກະບອກ, ພາຍຫຼັງຕົກລົງກັນແລ້ວທັງ 2 ຄົນ ໄດ້ຂີ່ລົດຈັກຊ້ອນກັນໄປ. ພໍຮອດເຂດພູດັ່ງກ່າວ ກໍເອົາລົດຈັກຈອດປະໄວ້ຢູ່ແຄັມຄົນງານຈີນ ທີ່ເຮັດວຽກກໍ່ສ້າງເສັ້ນທາງລົດໄຟເຂດຫ້ວຍນໍ້າສະນານ ແລ້ວພາ ກັນຍ່າງເລາະຂຶ້ນໄປຕາມຫ້ວຍສະນານ, ໃນເວລາເລາະໄປນຳກັນ ທ້າວ ຈ່ອຍ ຜູ້ເສຍຊີວິດໄດ້ຍິງປື່ນ 4 ບາດ ໄດ້ກະຮອກ 1 ໂຕ, ສ່ວນ ທ້າວ ຕຸລາ ຍັງບໍ່ໄດ້ຍິງຈັກບາດ. ຮອດເວລາປະມານ 20:00 ໂມງ ທັງ 2 ຄົນ ໄດ້ພາກັນພັກກິນເຂົ້າ. ຈາກນັ້ນ, ກໍຍ່າງເລາະຂຶ້ນໄປຫາຫ້ວຍສັດຈາ ຈົນຮອດເວລາປະມານ 23:00 ໂມງ ພວກກ່ຽວທັງ 2 ກໍໄດ້ພາກັນໄຕກົບໝື່ນໄດ້ກົບ14 ໂຕ.

ຈາກນັ້ນ, ທັງ 2 ໄດ້ເລາະຂຶ້ນໄປຕາມຫ້ວຍ ຮອດຕີນພູຜາດຳ ໃນເວລາປະມານ 3:00 ໂມງ ຂອງວັນທີ 1 ມີນາ, ທ້າວ ຈ່ອຍ ຍິງໄດ້ນົກເປົ້າ; ແລ້ວພວກກ່ຽວກໍເລາະຕາມຫ້ວຍຂຶ້ນໄປອີກໂດຍ ທ້າວ ຈ່ອຍ ເປັນຄົນຍ່າງນໍາໜ້າແລ້ວກໍເຫັນລີງ ທ້າວ ຈ່ອຍໄດ້ ຮ້ອງບອກ ທ້າວ ຕຸລາ ນຳມາຫາ, ທ້າວ ຈ່ອຍໄດ້ປີ້ນຂຶ້ນຕົ້ນໄມ້ ແລ້ວຍິງລີງໂຕດັ່ງກ່າວນັ້ນແຕ່ລີງບໍ່ຕາຍ, ທ້າວ ຈ່ອຍ ຈຶ່ງນາບປືນອີກ ເພື່ອ ຍິງລີງຊໍ້າໃຫ້ຕາຍ, ຫຼັງຈາກປະກອບປືນແລ້ວ ທ້າວ ຈ່ອຍ ກໍຍົກປືນແນ່ໃສ່ລີງ ແລ້ວຍິງ ຮັດໃຫ້ກົ້ນເລົາປືນແຕກທະລຸໃສ່ໜ້າຜາກ ທ້າວ ຈ່ອຍ ຈົນຕົກຕົ້ນໄມ້. ຈາກນັ້ນ, ທ້າວ ຕຸລາ ກໍໄດ້ໄປອູ້ມເອົາ ທ້າວ ຈ່ອຍ ເຫັນເລືອດອອກຢູ່ຫົວບໍລິເວນໜ້າຜາກ, ທ້າວ ຕຸລາ ກໍໄດ້ເອົາເສື້ອມາເຊັດເລືອດອອກເຫັນໜ້າຜາກຂອງ ທ້າວ ຈ່ອຍ ເປັນບາດແຜ່ເລີກເຂົ້າໄປໃນກະໂຫຼກຫົວ, ທ້າວ ຕຸລາ ໄດ້ເອົາເສື້ອມາ ຫ້າມເລືອດໄວ້ແຕ່ ທ້າວ ຈ່ອຍ ເລືອດໄຫຼອອກຫຼາຍ ເຮັດໃຫ້ເສຍຊີວິດ.